• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ - ອາເມລິກາ ສ້າງວິໄສທັດໃໝ່

ກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ໄດ້ດຳເນີນຢູ່ ວໍຊິງຕັນ D.C., ອາເມລິກາ ໃນລະຫວ່າງວັນທີ 12 – 13 ພຶດສະພາ ດ້ວຍການເຄື່ອນໄຫວຫຼາຍຢ່າງ. ກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ຄັ້ງນີ້ ໄດ້ດຳເນີນໃນສະພາບການສະເຫຼີມສະຫຼອງ 45 ປີແຫ່ງການຮ່ວມມື ລະຫວ່າງ ອາຊຽນ ແລະ ອາເມລິກາ (1977 – 2022), ນີ້ກໍແມ່ນໂອກາດເພື່ອໃຫ້ສອງຝ່າຍສ້າງສາຍພົວພັນທີ່ດີງາມກວ່າ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງທ່ວງທ່າເພື່ອສ້າງວິໄສທັດໃໝ່ ແລະ ຍູ້ແຮງການເຄື່ອນໄຫວຮ່ວມມືກວ່າອີກໃນໄລຍະຈະມາເຖິງ.

ຂີດໝາຍ 45 ປີ

ໃນຕະຫຼອດໄລຍະ 45 ປີ ຜ່ານມາ, ການພົວພັນລະຫວ່າງ ອາຊຽນ - ອາເມລິກາ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ຈາກການເປີດກວ້າງການຮ່ວມມືໃນບາງຂົງເຂດຄື ດ້ານຄວາມໝັ້ນຄົງ, ສັນຕິພາບ, ການຮ່ວມມື… ໄດ້ຫັນໄປເພີ່ມທະວີການລົງທຶນ, ດ້ານເສດຖະກິດ, ການຄ້າເປັນຫຼາຍຝ່າຍ.

ເພື່ອສວມບົດບາດໃຈກາງໃນພາກພື້ນ, ອາຊຽນ ໄດ້ຮັບການໜູນຊ່ວຍ ແລະ ສະໜັບສະໜູນໃນການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຮ່ວມມືພັດທະນາ, ໃນນັ້ນ ມີ ອາເມລິກາ. ລະອຽດ, ອາເມລິກາ ໄດ້ສວມບົດບາດສຳຄັນໃນການໂຄງການໃຫຍ່ ນັ້ນແມ່ນ ມານະພະຍາຍາມສ້າງປະຊາຄົມ ອາຊຽນ ໃນທັງສາມເສົາຄ້ຳ: ການເມືອງ - ການປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ. ການຮ່ວມມືດ້ານເສດຖະກິດຂອງ ອາຊຽນ ບໍ່ພຽງແຕ່ເພື່ອແນໃສ່ເພີ່ມທະວີການພັດທະນາເສດຖະກິດຂອງແຕ່ລະປະເທດສະມາຊິກເທົ່ານັ້ນ ຫາກຍັງສ້າງກຳລັງແຮງລວມຂອງທັງ ອາຊຽນ ດ້ວຍປະຊາກອນກວ່າ 630 ລ້ານຄົນ.

  ທ່ານອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວິງ (ພາບ: baoquocte.vn)  

 ຕາມທ່ານອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວິງ ແລ້ວ, ການພົວພັນຫຼາຍຝ່າຍລະຫວ່າງ ອາຊຽນ - ອາເມລິກາ ໄດ້ມີການປະກອບສ່ວນທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ. ອາເມລິກາ ຖືພາກພື້ນ ອາຊີ - ປາຊີຟິກ ເປັນສຳຄັນ. ເລື່ອງເພີ່ມທະວີການຮ່ວມມືກັບ ອາຊຽນ, ກັບພາກພື້ນ ອາຊີ - ປາຊີຟິກ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ອາເມລິກາ ນັບທັງດ້ານພູມີການເມືອງ ຕະຫຼອດຮອດຜົນປະໂຫຍດ້ານເສດຖະກິດ. ກ່ອນອື່ນໝົດແມ່ນກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງ, ອາຊຽນ ມີບົດບາດເປັນໃຈກາງໃນພາກພື້ນ, ຮັບດຳລົງບົດບາດທີ່ມີຄວາມສຳຄັນຍິ່ງໃນວິວັດທະນາການຫັນເປັນຫຼາຍຝ່າຍ, ບໍລິຫານບັນດາວິວັດທະນາການຂອງ ອາຊຽນ ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ບໍ່ພຽງແຕ່ລະຫວ່າງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ນຳກັນເທົ່ານັ້ນ ຫາກຍັງນັບທັງບັນດາປະເທດຄູ່ຮ່ວມມືສຳຄັນອື່ນໆ, ບົນພື້ນຖານເຄົາລົບກົດໝາຍສາກົນອີກດ້ວຍ.

ການຮ່ວມມືທາງດ້ານພັດທະນາເສດຖະກິດຂອງທັງພາກພື້ນກໍແມ່ນສິ່ງທີ່ມີຄວາມສຳຄັນຍິ່ງ. ອາເມລິກາ ກຳລັງລົງທຶນເຂົ້າພາກພື້ນ ອາຊີ - ປາຊີຟິກ ຫຼາຍທີ່ສຸດ ເມື່ອທຽບໃສ່ພາກພື້ນອື່ນໆ. ສຸດທ້າຍແມ່ນການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍທີ່ພວມວາງອອກສຳລັບພາກພື້ນ, ທັງການປ້ອງກັນຄວາມສະຫງົບແບບເກົ່າ ແລະ ແບບໃໝ່.

ອາຊຽນ ຮ່ວມມືກັບ ອາເມລິກາ ກໍຄືກັບບັນດາຄູ່ຮ່ວມມືອື່ນໆ ແມ່ນການກະທຳທີ່ແທດຈິງທີ່ສຸດສຳລັບ ອາຊຽນ ເອງ, ຊ່ວຍ ອາຊຽນ ຍາດແຍ່ງໄດ້ແຫຼ່ງກຳລັງ, ພ້ອມທັງນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ອາເມລິກາ. ຕົວຢ່າງຄືໃນໄລຍະຜ່ານມາ, ອາເມລິກາ ແມ່ນໜຶ່ງໃນບັນດາປະເທດທີ່ໃຫ້ການຊ່ວຍເຫຼືອວັກຊິນ ແລະ ອຸປະກອນການແພດສຳຄັນທີ່ສຸດໃຫ້ທັງ ອາຊຽນ ແລະ ແຕ່ລະປະເທດສະມາຊິກ.

ການພົວພັນ ອາຊຽນ - ອາເມລິກາ ຈະໄດ້ຮັບການຍົກສູງຂຶ້ນລະດັບສູງໃໝ່

ປັດຈຸບັນ, ທັງພາກພື້ນ ແລະ ໂລກ ພວມມີການຜັນແປຫຼາຍຢ່າງ ຮຽກຮ້ອງໃຫ້ ອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງ. ອາເມລິກາ ຕ້ອງສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢ່າງແຮງກວ່າ, ໜູນຊ່ວຍ ອາຊຽນ ສ້າງປະຊາຄົມທີ່ເຂັ້ມແຂງກວ່າ ແລະ ສອງຝ່າຍສົມທົບກັນຢ່າງມີປະສິດທິຜົນ. ໜ້າທີ່ຈຸດສຸມແມ່ນເຮັດແນວໃດຮັບປະກັນໄດ້ສະພາບແວດລ້ອມທີ່ມີສະຖຽນລະພາບ, ສັນຕິພາບ, ການຮ່ວມມື, ພັດທະນາ ແຕ່ກໍຕ້ອງເຄົາລົບກົດໝາຍ ແລະ ກົນໄກຮ່ວມມືສາກົນ, ເຄົາລົບຜົນປະໂຫຍດອັນຊອບທຳຂອງແຕ່ລະຝ່າຍ.

ບັນດາການຜັນແປກ່ຽວກັບພູມີການເມືອງ, ພູມີເສດຖະກິດຂອງໂລກຍິ່ງເຮັດໃຫ້ບັນດາຝ່າຍຕ້ອງເຊີດຊູສັນຕິພາບ, ການຮ່ວມມື, ພັດທະນາ, ເຊີດຊູລັດທິຫຼາຍຝ່າຍ ແລະ ການຮ່ວມມືສາກົນ. ການພົວພັນ ອາຊຽນ - ອາເມລິກາ ພັດທະນາ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນແນວຄວາມຄິດລວມນີ້. ບົນພື້ນຖານການຮ່ວມມືຢ່າງມີປະສິດທິຜົນໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ ແລະ ອາເມລິກາ ຈະໄດ້ຍົກຂຶ້ນສູ່ລະດັບສູງໃໝ່ໃນກອງປະຊຸມສຸດຍອດຄັ້ງນີ້. ສອງຝ່າຍອອກຖະແຫຼງການກ່ຽວກັບວິໄສທັດໃຫ້ແກ່ການພົວພັນຂອງ ອາຊຽນ ແລະ ອາເມລິກາ ໃນອະນາຄົດ ນັບທັງລັກສະນະຮອບດ້ານ ແລະ ຍຸດທະສາດ.

ທີ່ຕັ້ງໃໝ່ຂອງ ຫວຽດນາມ

ກ່ຽວກັບຝ່າຍ ຫວຽດນາມ, ການເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ ອາເມລິກາ ຄັ້ງນີ້ ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຜັນຂະຫຍາຍແນວທາງການຕ່າງປະເທດທີ່ໄດ້ຮັບການຢັ້ງຢືນໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຢ່າງແຮງ.

ຫວຽດນາມ ຕັ້ງເປົ້າໝາຍນຳປະເທດບືນຕົວຂຶ້ນພັດທະນາຢູ່ໃນລະດັບໃໝ່ ເຊິ່ງ ຫວຽດນາມ ໄດ້ເອີ້ນວ່າ ຄາດຫວັງພັດທະນາຮອດປີ 2030 – 2045. ຫວຽດນາມ ໄດ້ມີທີ່ຕັ້ງໃໝ່ ເມື່ອພັດທະນາຢ່າງມີສະຖຽນລະພາບໃນໄລຍະຜ່ານມາ, ມີວິທີຮັບມືກັບໂລກລະບາດຢ່າງເໝາະສົມ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແລະ ໄດ້ຮັບການຕີລາຄາສູງຈາກຫຼາຍປະເທດໃນໂລກ. ຫວຽດນາມ ເຂົ້າຮ່ວມສະພາຄວາມໝັ້ນຄົງ ສປຊ, ປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບ ແລະ ການພັດທະນາຂອງ ອາຊຽນ, ເຂົ້າຮ່ວມວິວັດທະນາການຂອງບັນດາກອງປະຊຸມສາກົນ. ສິ່ງເຫຼົ່ານັ້ນໄດ້ສ້າງທີ່ຕັ້ງໃຫ້ແກ່ ຫວຽດນາມ.

ເພື່ອບັນລຸໄດ້ຄາດຫວັງພັດທະນາຮອດປີ 2030, 2045, ພ້ອມທັງສືບຕໍ່ຄວບຄຸມໂລກລະບາດ, ຟື້ນຟູ ແລະ ພັດທະນາເສດຖະກິດ, ໜຶ່ງໃນບັນດາເປົ້າໝາຍຈຸດສຸມຂອງ ຫວຽດນາມ ແມ່ນຍາດແຍ່ງການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ.

ກ່ຽວກັບສັນຍາລັກ, ການຢ້ຽມຢາມຄັ້ງນີ້ ອີກຄັ້ງໜຶ່ງ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ກັບບົດບາດການຕ່າງປະເທດຫຼາຍຝ່າຍ, ລະບົບຫຼາຍຝ່າຍ, ພິເສດແມ່ນ ສປຊ, ໂດຍສະເພາະແມ່ນໃນສະພາບການທີ່ອົງການນີ້ພວມປະເຊີນໜ້າກັບສິ່ງທ້າທາຍທີ່ສັບສົນ ແບບບໍ່ເຄີຍມີມາກ່ອນ; ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ນັ້ນແມ່ນ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ./.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top