• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະດີດນັກຮົບຢ້ຽມຢາມສະຖານທີ່ເຊິ່ງເປັນຂີດໝາຍໃນຄາວເຍົາໄວ

ໃນຫຼາຍທົດສະວັດທີ່ຜ່ານມາ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເຄື່ອນໄຫວໃນເຂດດິນແດນຂອງປະເທດເພື່ອນ ລາວ ຍາມໃດກໍ່ແມ່ນສັນຍາລັກອັນສູງສົ່ງ, ຄວາມສະໜິດຕິດພັນທີ່ແໜ້ນແຟ້ນແຫ່ງນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ. ເຖິງວ່າ, ບັນດານັກຮົບອາສາສະໝັກທີ່ເສຍສະຫຼະຊີວິດ ຫຼື ຍັງມີຊິີວິດຢູ່ກໍ່ຕາມ, ແຕ່ເຂົາເຈົ້າຍາມໃດກໍ່ແມ່ນແບບຢ່າງທີ່ສູງສົ່ງທີ່ສຸດ, ແມ່ນສັນຍາລັກທີ່ຊັດແຈ້ງໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດນັ້ນທີ່ສຸດ. ເຂົາເຈົ້າຍັງຄົງສືບຕໍ່ເລົ່າຄືນໃຫ້ລູກຫຼານ, ລຸ້ນໜຸ່ມຟັງກ່ຽວກັບຄາວເຍົາໄວທີ່ລຳບາກກາກກຳ ແຕ່ເຂັ້ມແຂງແຮງກ້າ, ສະຫງ່າລາສີຂອງຕົນ ແລະ ເພື່ອນຮ່ວມກົມກອງ.

  ຄະນະໄດ້ຖ່າຍຮູບເປັນທີ່ລະນຶກຢູ່ສຳນັກງານສະພາແຫ່ງຊາດ, ທີ່ນະຄອນຫຼວງ ວຽງຈັນ (ພາບ:TTXVN)  

ສ່ວນສຳລັບລຸງ ເຈິ່ນງອັກກຸຍ, ເກີດປີ 1954, ນັກຮົບເກົ່າມາຈາກແຂວງ ລາວກາຍ ນັ້ນ, ແມ່ນຍັງບໍ່ທັນມີຫຼາຍໂອກາດໄປຢ້ຽມຢາມສະໜາມຮົບເກົ່າ, ຢ້ຽມຢາມປະເທດລາວ, ເຊິ່ງເປັນສະຖານທີ່ຂີດໝາຍໃນຄາວເຍົາໄວຂອງລຸງ ແລະ ເພື່ອນຮ່ວມກົມກອງ. ລຸງກຸຍ ໄດ້ໄປລາວ ເຄື່່ອນໄຫວໃນສະໜາມຮົບ ຊຽງຂວາງ ທີ່ດຸເດືອດໃນຊຸມປີ 1970, ເມື່ອມີອາຍຸພຽງ 16 ປີເທົ່ານັ້ນ, ຫວນຄືນກ່ຽວກັບເວລານັ້ນ, ຍາມໃດເພີ່ນກໍ່ມີຄວາມປະເອີບໃຈ, ຖືວ່າການເສຍສະຫຼະຊີວິດແມ່ນສິ່ງທີ່ຈຳເປັນເພື່ອປົກປັກຮັກສາປະເທດຊາດ:

“ຊຸມເດືອນປີນັ້ນໄປສູ້ຮົບກໍ່ຮູ້ສຶກມ່ວນຫຼາຍ, ເປັນຊາວໜຸ່ມ ດັ່ງນັ້ນບໍ່ຮູ້ຈັກຢ້ານຍັງເລີຍ, ເຖິງວ່າຕ້ອງຫ່າງຈາກພໍ່ແມ່, ຫ່າງຈາກຄອບຄົວ ແລະ ຮູ້ວ່າຈະຕ້ອງເສຍສະຫຼະຊີວິດ”.

ລຸງດຶກ, ລຸງກຸຍ ແລະ ບັນດາອະດີດທະຫານອາສາສະໝັກຈະໄປຢ້ຽມຢາມ ລາວ ໃນເວລາເກືອບ 1 ອາທິດ ແລະ ຈະມີການເຄື່ອນໄຫວຢູ່ທັງ 3 ພາກ: ພາກເໜືອ, ພາກກາງ, ພາກໃຕ້. ພວກເພີ່ນສະແດງຄວາມພາກພູມໃຈເມື່ອໄດ້ເຂົ້າຮ່ວມການເຄື່ອນໄຫວມີຄວາມຫມາຍນີ້ວ່າ:

“ປຄູນີ້, ອ້າຍນ້ອງໃນຄະນະປະສານງານທົ່ວປະເທດໄດ້ສະເໜີ, ຮຽກຮ້ອງການສະໜັບສະໜູນຈາກສູນກາງ ແລະ ກະຊວງປ້ອງກັນປະເທດ ຈັດການໄປຢ້ຽມຢາມສະໜາມຮົບເກົ່ານີ້ແມ່ນມີຄ່າທີ່ສຸດ, ເປັນກຽດທີ່ສຸດ. ເຖິງວ່າແຂວງໜຶ່ງມີຜູ້ຕາງໜ້າພຽງຄົນດຽວເທົ່ານັ້ນ, ຄືຂ້າພະເຈົ້າໄດ້ຕາງໜ້າໃຫ້ແຂວງເຊີນລາ. ພາຍຫຼັງການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າຈະກັບມາເຜີຍແຜ່ເພື່ອອ້າຍນ້ອງໄດ້ຮັບຊາບ”.

“ຂ້າພະເຈົ້າຮູ້ສຶກເປັນກຽດຍ້ອນໄດ້ຕາງໜ້າອ້າຍນ້ອງໃນແຂວງເຂົ້າຮ່ວມການເຄື່ອນໄຫວໃນຄັ້ງນີ້. ທີ່ໜຶ່ງແມ່ນໄດ້ໄປຢ້ຽມຢາມສະໜາມຮົບເກົ່າ, ທີສອງ, ຂ້າພະເຈົ້າເຄີຍໄດ້ຕໍ່ສູ້ໃນສະໜາມຮົບລາວ, ດັ່ງນັ້ນຈຶ່ງຮູ້ແຈ້ງ ແລະ ມີຄວາມສະໜິດສະໜົມກັບປະຊາຊົນລາວ, ປະຊາຊົນລາວສະໜິດສະໜົມເປັນມິດຫຼາຍ. ກ່ອນນີ້, ຂ້າພະເຈົ້າມີໂອກາດກັບຄືນໄປຢ້ຽມຢາມສະໜາມຮົບເກົ່າພຽງເທື່ອດຽວເທົ່ານັ້ນ, ດັ່ງນັ້ນ ໃນຄັ້ງນີ້ກໍມີຄວາມຕື່ນເຕັ້ນທີ່ສຸດ”.

ປີສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ແມ່ນປີມີຄວາມໝາຍສຳລັັບອະດີດທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເຄີຍເຄື່ອນໄຫວໃນສະໜາມຮົບລາວທີ່ສຸດ. ບັນດາວິລະກຳຂອງເຂົາເຈົ້າຍັງຄົງຍືນຍົງກັບການເວລາ ຄືດັ່ງສັນຍາລັກທີ່ໝັ້ນຄົງໜັກແໜ້ນທີ່ສຸດຂອງການສຳພັນສູ້ຮົບ ຫວຽດນາມ - ລາວ, ຂອງນ້ຳໃຈສາມັກຄີແບບພິເສດທີ່ຫາຍາກໃນໂລກ ຫວຽດນາມ - ລາວ, ລາວ - ຫວຽດນາມ./.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top