• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນເປັນດິຈີຕອນ ຢູ່ ບ່າເຣ້ຍ - ຫວູງເຕົາ

ການຫັນເປັນ ດິຈີຕອນ ພວມແມ່ນທ່າອ່ຽງແນ່ນອນຢູ່ ຫວຽດນາມ. ໂດຍຮັບຮູ້ໄດ້ຄວາມສຳຄັນຕໍ່ການເລື່ອງຫັນເປັນ ດິຈີຕ ອນ ແລະ ກໍ່ໄດ້ກຳນົດວ່າ ນີ້ແມ່ນຫນ້າທີ່ບຸກທະລຸໃນອາຍຸການ 2021 – 2025, ແຂວງ ບ່າເຣ້ຍ - ຫວູງເຕົາ ພວມຍູ້ແຮງການຫັນເປັນ ດິຈີຕອນລວມສູນ ຢູ່ໃນທັງ 3 ຂົງເຂດ: ອຳນາດການປົກຄອງດິຈີຕອນ, ເສດຖະກິດດິຈີຕອນ ແລະ ສັງຄົມ ດິຈີຕອນ. ເປົ້າໝາຍສູງສຸດຂອງເລື່ອງຫັນເປັນ ດິຈີຕອນ ແມ່ນຮັບໃຊ້ສັງຄົມ, ປະຊາຊົນ ແລະ ວິສາຫະກິດ, ຜ່ານນັ້ນ ປະກອບສ່ວນຍົກສູງດັດຊະນີກຳລັງຄວາມສາມາດແກ້ງແຍ້ງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ຢູ່ ບໍລິເວນແຂວງ.

ການຫັນເປັນ ດິຈີຕອນ ພວມແມ່ນທ່າອ່ຽງແນ່ນອນຢູ່ ຫວຽດນາມ. ໂດຍຮັບຮູ້ໄດ້ຄວາມສຳຄັນຕໍ່ການເລື່ອງຫັນເປັນ ດິຈີຕ ອນ ແລະ ກໍ່ໄດ້ກຳນົດວ່າ ນີ້ແມ່ນຫນ້າທີ່ບຸກທະລຸໃນອາຍຸການ 2021  2025, ແຂວງ ບ່າເຣ້ຍ - ຫວູງເຕົາ ພວມຍູ້ແຮງການຫັນເປັນ ດິຈີຕອນລວມສູນ ຢູ່ໃນທັງ 3 ຂົງເຂດ: ອຳນາດການປົກຄອງດິຈີຕອນ, ເສດຖະກິດດິຈີຕອນ ແລະ ສັງຄົມ ດິຈີຕອນ. ເປົ້າໝາຍສູງສຸດຂອງເລື່ອງຫັນເປັນ ດິຈີຕອນ ແມ່ນຮັບໃຊ້ສັງຄົມ, ປະຊາຊົນ ແລະ ວິສາຫະກິດ, ຜ່ານນັ້ນ ປະກອບສ່ວນຍົກສູງດັດຊະນີກຳລັງຄວາມສາມາດແກ້ງແຍ້ງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ຢູ່ ບໍລິເວນແຂວງ.

  ກອງປະຊຸມຜັນຂະຫຍາຍການເຄື່ອນໄຫວຊຸກຍູ້ການຫັນເປັນດີຈີຕອນ ລະຫວ່າງກະຊວງຖະແຫຼງຂ່າວ ແລະ ການສື່ສານ ແລະ ແຂວງບ່າເຣ້ຍ - ຫວູງເຕົາ   

ແຂວງ ບ່າເຣ້ຍ - ຫວູງເຕົາ ກຳນົດການຫັນເປັນ ດິຈີຕອນ, ກໍ່ສ້າງຕົວເມືອງອັດສະລິຍະແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມທີ່ມີລັກສະນະບຸກທະລຸໃນໄລຍະ 2021 – 2025. ເດືອນພຶດສະພາປີ 2021, ແຂວງ ໄດ້ປະກາດໃຊ້ມະຕິວ່າດ້ວຍການຫັນເປັນ ດິຈີຕອນ, ຕົວເມືອງອັດສະລິຍະຕິດພັນກັບການປະຕິຮູບລະບຽບການບໍລິຫານ. ທ່ານ ເລຫວຽດຈູງ, ຮອງຫົວຫນ້າພະແນກຖະແຫລງຂ່າວ ແລະ ສື່ສານແຂວງ ບ່າເຣ້ຍ -ຫວູງເຕົາ ໃຫ້ຮູ້ວ່າ:

“ມະຕິໄດ້ວາງອອກບັນດາມາດຕະການກ່ຽວກັບການພັດທະນາພື້ນຖານໂຄງລ່າງດ້ານເຕັກນິກ, ບັນດາພື້ນຖານຮັບປະກັນຄວາມປອດໄພດ້ານຂໍ້ມູຂ່າວສານ. ກ່ຽວກັບອຳນາດການປົກຄອງ ດິຈີຕອນ, ທາງແຂວງ ໄດ້ກຳນົດຫນ້າທີ່ໃນການຄຸ້ມຄອງລັດເພື່ອຮັບໃຊ້, ຫນູນຊ່ວຍປະຊາຊົນ, ວິສາຫະກິດ, ຖືເອົາຖານຂໍ້ມູນ ດິຈີຕອນເພື່ອມາຮັບໃຊ້ການຄຸ້ມຄອງລັດ. ແຂວງ ພວມສຸມໃສ່ພັດທະນາລະບົບເຄືອຂ່າຍສົ່ງຂໍ້ມູນທີ່ເຄີຍໃຊ້, ຮອດປີ 2023 ສ້າງໃຫ້ສຳເລັດແຜນຮ່າງຫັນເປັນ ລະບົບ IP version6 ມີກຳລັງຄວາມສາມາດຄິດໄລ່ສູງ, ປອດໄພ. ຮອດປີ 2025 ພັດທະນາສາງຖານຂໍ້ມູນໃຊ້ລວມ, ປະຕູຖານຂໍ້ມູນເປີດ”

ໃນໄລຍະເກືອບ 2 ປີແຫ່ງການປະຕິບັດມະຕິ, ວຽກງານຫັນເປັນ ດິຈີຕອນ ຢູ່ ແຂວງ ບ່າເຣ້ຍ -ຫວູງເຕົາ ໄດ້ນຳມາເຊິ່ງບາງໝາກຜົນອັນແທ້ຈິງ. ມາຮອດປະຈຸບັນ ມີກວ່າ 95,5% ຄອບຄົວມີອິນເຕີແນັດສາຍໄຍແກ້ວ, ເກືອບ 79%ຈຳນວນປະຊາຊົນ ນັບອາຍຸແຕ່ 15 ຂຶ້ນໄປຢູ່ບໍລິເວນແຂວງ ມີບັນຊີຢູ່ທະນາຄານ ຫລື ບັນດາອົງການຈັດຕັ້ງອື່ນໄດ້ຮັບອະນຸຍາດ, ກວ່າ 92% ຈຳນວນປະຊາຊົນມີໂທລະສັບມືຖື. ຄຽງຄູ່ກັນນັ້ນ ບັນດາອົງການຈັດຕັ້ງຂອງແຂວງ ໄດ້ສົ່ງຮັບເອກະສານດ້ວຍທາງເອເລັກໂຕນິກຈາກ 4 ຂັ້ນບໍລິຫານ. 100% ລະບຽບການບໍລິຫານມີເງື່ອນໄຂຄົບຖ້ວນເພື່ອຮັບບໍລິການສາທາລະນະທາງໄກຂຶ້ນລະດັບ 3,4 ແລະ ມຸ່ງໄປເຖິງບໍລິການສາທາລະນະທາງໄກຕາມການກຳນົດຂອງລັດຖະບານ.

ໃນຄວາມມານະພະຍາຍາມຜັນຂະຫຍາຍມະຕິກ່ຽວກັບການຫັນເປັນ ດິຈີຕອນ, ໃນເບື້ອງຕົ້ນແຂວງ ບ່າເຣ້ຍ - ຫວູງເຕົາ ບັນລຸໝາກຜົນກ່ຽວກັບການຫັນເປັນ ດິຈີຕອນ ໃນຂະແໜງກະສິກຳ ດ້ວຍເລື່ອງນຳເອົາ ຊາວກະສິກອນ7000 ຄອບຄົວ ເຂົ້າໃນຊ່ອງການຄ້າເອເລັກໂຕນິກ, ປະກອບສ່ວນສ້າງຊ່ອງຈຳຫນ່າຍໃຫມ່, ທັນສະໄຫມ. ທ່ານ ເຈິ່ນວັນເກື່ອງ, ຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບ່າເຣ້ຍ - ຫວູງເຕົາ ຢືນຢັນວ່າ:

 “ນີ້ແມ່ນຮູບການ ຈະໄດ້ຮັບການປະຕິບັດໃນໄລຍະຍາວ ແລະ ມັນມີລັກສະນະໝັ້ນຄົງກວ່າ. ເພາະວ່າ ເມື່ອນຳເອົາຜະລິດຕະພັນຂຶ້ນຂາຍໃນຊ່ອງພົວພັນການຄ້າທາງເອເລັກໂຕນິກ ກໍ່ໝາຍຄວາມວ່າ ຊາວກະສິກອນຈະຮູ້ຈັກໄດ້ວ່າ ການເຊື່ອມຕໍ່ ແລະ ຈຳຫນ່າຍແມ່ນຢູ່ໃສ ແລະ ຜະລິດຕະພັນນັ້ນມີຊື່ສຽງຫລືບໍ່.”

ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ປັບປຸງອັນດັບດັດຊະນີການຫັນເປັນ ດິຈີຕອນ (DTI) ໂດຍກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ເປັນຜູ້ ຕີລາຄາ ແລະ ປະກາດໃນແຕ່ລະປີ, ຈາກອັນດັບ 39/63 ແຂວງ, ນະຄອນໃນປີ 2020 ຂຶ້ນເປັນ ອັນດັບ 29/63 ແຂວງ, ນະຄອນໃນປີ 2021; ສູ້ຊົນໃຫ້ໄດ້ຢູ່ໃນ Top 20/63 ແຂວງ, ນະຄອນໃນປີ 2022 ແລະ ບັນລຸຄາດໝາຍໄດ້ນອນໃນກຸ່ມ 10/63 ແຂວງ, ນະຄອນ ໃນປີ 2025 ຄືກັບມະຕິໄດ້ວາງອອກ.

ໃນໄລຍະຮອດປີ 2025 ການກຳນົດທິດຮອດປີ 2030, ແຂວງ ບ່າເຣ້ຍ- ຫວູງເຕົາກຳນົດສືບຕໍ່ມານະພະຍາຍາມປັບປຸງຄຸນນະພາບສະຫນອງບໍລິການສາທາລະນະທາງໄກ. ທ່ານ ເລຫວຽດຈຸງ ຮອງຫົວຫນ້າພະແນກຖະແຫລງຂ່າວ - ສື່ສານ ແຂວງ ບ່າເຣ້ຍ - ຫວູງເຕົາ ເນັ້ນຫນັກວ່າ:

“ແຂວງ ໄດ້ກຳນົດ ຖືເອົາວິສາຫະກິດເປັນໃຈກາງ, ພັດທະນາການຄ້າເອເລັກໂຕນິກເປັນຫລັກແຫລ່ງ, ສຸມໃສ່ພັດທະນາວິສາຫະກິດດິຈີຕອນ ສຸມໃສ່ເຂົ້າໃນບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ, ຊຸກຍູ້ການປ່ຽນແປງໃຫມ່ປະດິດຄິດສ້າງໃນວິສາຫະກິດ. ກ່ຽວກັບສັງຄົມດິຈີຕອນ, ສືບຕໍ່ກຳນົດຖືປະຊາຊົນເປັນໃຈກາງ. ຄຽງຂ້າງນັ້ນ ແຂວງ ຍັງກຳນົດບາງຂະແຫນງຂົງເຂດທີ່ຄວນສຸມໃສ່ ນັ້ນແມ່ນຂະແຫນງສາທາລະນະສຸກ, ການສຶກສາ, Logistic, ອຸດສາຫະກຳການຄ້າ, ພັດທະນາທ່າກຳປັ່ນທະເລ, ກະສິກຳໝູນໃຊ້ເຕັກໂນໂລຊີສູງ ແລະ ການທ່ອງທ່ຽວ”

ຄາດໝາຍການຫັນເປັນ ດິຈີຕອນ ຮອດປີ 2025 ຂອງແຂວງ ບ່າເຣ້ຍ- ຫວູງເຕົາ ແມ່ນໄດ້ນອນໃນກຸ່ມ 10 ແຂວງ, ນະຄອນ ນຳຫນ້າໃນທົ່ວປະເທດກ່ຽວກັບລະດັບການຫັນເປັນ ດິຈີຕອນ. ຮອດປີ 2030, ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ສຳເລັດການຫັນເປັນ ດິຈີຕອນ ແລະ ສ້າງຮູບແບບຕົວເມືອງອັດສະລິຍະ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top