• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ໄທ ຕັ້ງ​ເປົ້າ​ໝາຍ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້າ​ນ​ການ​ຄ້າ​ຕາມ​ທິດ​ດຸ່ນ​ດ່ຽງ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍສົມທົບກັນຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ ໃນປີ 2023; ຊຸກຍູ້ການເຕີບໂຕການຄ້າຕາມທິດດຸ່ນດ່ຽງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສູ້ຊົນບັນລຸຄາດໝາຍການຄ້າສອງຝ່າຍໃຫ້ໄດ້ 25 ຕື້ USD ໂດຍໄວ; ພ້ອມທັງປາດຖະໜາວ່າ ໄທ ຈະສ້າງເງື່ອນໄຂສະດວກແກ່ການສົ່ງອອກສະບຽງອາຫານ, ນົມ ແລະ ຜະລິດຕະພັນຜະລິດຈາກນົມຂອງ ຫວຽດນາມ ໄປຍັງ ໄທ.
  ການພົບປະລະຫວ່າງລັດຖະມົນຕີສອງທ່ານ  

 ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7 ຢູ່ ມຽນມາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ດອນ ປໍຣະມັດວິໄນ. ທີ່ການພົບປະ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍສົມທົບກັນຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ ໃນປີ 2023; ຊຸກຍູ້ການເຕີບໂຕການຄ້າຕາມທິດດຸ່ນດ່ຽງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສູ້ຊົນບັນລຸຄາດໝາຍການຄ້າສອງຝ່າຍໃຫ້ໄດ້ 25 ຕື້ USD ໂດຍໄວ; ພ້ອມທັງປາດຖະໜາວ່າ ໄທ ຈະສ້າງເງື່ອນໄຂສະດວກແກ່ການສົ່ງອອກສະບຽງອາຫານ, ນົມ ແລະ ຜະລິດຕະພັນຜະລິດຈາກນົມຂອງ ຫວຽດນາມ ໄປຍັງ ໄທ; ກໍຄືເຊັນຂໍ້ຕົກລົງຮັບສະໝັກແຮງງານ ໂດຍໄວ ເພື່ອປ່ຽນແທນໃຫ້ແກ່ຂໍ້ຕົກລົງສະບັບເຊັນເມື່ອປີ 2015 ລະຫວ່າງ ຫວຽດນາມ ແລະ ໄທ.

ລັດຖະມົນຕີສອງທ່ານໄດ້ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມືໃນໄລຍະຜ່ານມາ, ໃນນັ້ນ, ມີກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ - ໄທ ຄັ້ງທີ 9; ເປີດສາຍບິນການຄ້າຄືນໃໝ່ ກໍຄື ສາຍການບິນໃໝ່ໂດຍໄວ ເພື່ອແນໃສ່ສ້າງເງື່ອນໄຂສະດວກແກ່ຂະແໜງການທ່ອງທ່ຽວ ແລະ ການແລກປ່ຽນການຄ້າລະຫວ່າງສອງປະເທດ ໂດຍໄວ. 

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top