• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ

ໃນຂອບເຂດການໄປປະຕິບັດງານຢູ່ ອາເມລິກາ, ຕອນບ່າຍວັນທີ 14 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍ ກັບບັນດາສາດສະດາຈານ ຂອງມະຫາວິທະຍາໄລ Harvard ນະຄອນ Boston, ລັດ Massachusetts, ກ່ຽວກັບການກຳນົດທິດພັດທະນາຂອງ ຫວຽດນາມ ໃນສະຕະວັດທີ XXI.

ໃນຂອບເຂດການໄປປະຕິບັດງານຢູ່ ອາເມລິກາ, ຕອນບ່າຍວັນທີ 14 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍ ກັບບັນດາສາດສະດາຈານ ຂອງມະຫາວິທະຍາໄລ Harvard ນະຄອນ Boston, ລັດ Massachusetts, ກ່ຽວກັບການກຳນົດທິດພັດທະນາຂອງ ຫວຽດນາມ ໃນສະຕະວັດທີ XXI.

    

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: TTXVN)

ໃນບົດກ່າວປະໄສສຳຄັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະຫຼະເວລາເປັນຈຳນວນຫຼາຍ ເພື່ອວິເຄາະກ່ຽວກັບຫົວເລື່ອງສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທ້ຈິງ, ມີປະສິດທິຜົນຢູ່ ຫວຽດນາມ. ນີ້ແມ່ນວຽກງານທີ່ມີຄວາມໝາຍສຳຄັນພິເສດ ໃນສະພາບການໂລກປັດຈຸບັນ. ຫວຽດນາມ ປາດຖະໜາຢາກແມ່ນເພື່ອນມິດທີ່ດີ, ຄູ່ຮ່ວມມືມີໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນການແກ້ໄຂບັນດາບັນຫາໃນພາກພື້ນ, ສາກົນ ແລະ ບັນດາສິ່ງທ້າທາຍທົ່ວໂລກ ເພື່ອຄວາມວັດທະນາຖາວອນລວມ.

ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ, ທ່ານນາຍົກລັດຖະມົນຕີ ໄດ້ເຕື້ອງເຖິງບາງໜ້າທີ່, ມາດຕະການຕົ້ນຕໍ, ໃນນັ້ນ ມີການຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສະຖຽນລະພາບການເມືອງ - ສັງຄົມ, ສ້າງພື້ນຖານ ແລະ ເງື່ອນໄຂສະດວກໃຫ້ແກ່ການພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ປະຕິບັບລະບອບລະບຽບການເສດຖະກິດການຕະຫຼາດໃຫ້ສຳເລັດ ຕາມການກຳນົດທິດສັງຄົມນິຍົມໃຫ້ຄົບຊຸດ, ທັນສະໄໝ, ເຊື່ອມໂຍງ, ເໝາະສົມກັບບັນດາຄຳໝັ້ນສັນຍາສາກົນ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top