• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ແບ່ງ​ປັນ​ບັນ​ດາ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ສ້າງ​​ສັງ​ຄົມ​ນິ​ຍົ​ມ

ວັນທີ 8 ທັນວາ, ກອງປະຊຸມສຳມະນາທິດສະດີຄັ້ງທີ 9 ລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ດ້ວຍຫົວຂໍ້ “ບັນດາບັນຫາ ແລະ ທິດທາງແກ້ໄຂສະພາບການດ້ານເສດຖະກິດ - ການເງິນ, ປະສົບການຂອງ ຫວຽດນາມ ແລະ ລາວ” ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ, ລາວ.
  ກອງປະຊຸມສຳມະນາທິດສະດີຄັ້ງທີ 9 (ພາບ: VOV)  
ໃນລະຫວ່າງວັນທີ 8 – 9 ທັນວາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນຫາທິດສະດີ ແລະ ບົດຮຽນປະສົບການຂອງສອງປະເທດໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ ຕິດພັນກັບການຮັບປະກັນຊີວິດສັງຄົມ; ປະຕິບັດນະໂຍບາຍເງິນຕາ, ນະໂຍບາຍການເງິນ; ດຶງດູດເງິນລົງທຶນຂຶ້ນກັບພາກສ່ວນເສດຖະກິດຕ່າງໆ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດເອກະຊົນ; ຄວບຄຸມໄພເງິນເຟີ້… ໂດຍໄດ້ເລີ່ມຈັດຂຶ້ນແຕ່ປີ 2013, ກອງປະຊຸມສຳມະນາທິດສະດີ ແມ່ນກົນໄກສຳຄັນເພື່ອໃຫ້ສອງພັກແລກປ່ຽນບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ໃນພາລະກິດປ່ຽນແປງໃໝ່, ສ້າງສັງຄົມນິຍົມຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top