ວັນທີ 31 ຕຸລາ, ໃນຂອບເຂດກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ສ.ເກົາຫຼີ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີນຜິງ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີນຜິງ (ພາບ: TTXVN)
ໃນການພົບປະ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີນຜິງ ຕ່າງກໍຢັ້ງຢືນ ສອງຝ່າຍຍາມໃດກໍຖືການພັດທະນາການພົວພັນ ຫວຽດນາມ - ຈີນ, ຈີນ - ຫວຽດນາມ ເປັນສຳຄັນ. ສອງຝ່າຍຕົກລົງເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ສະໜັບສະໜູນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືແທດຈິງ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ພັດທະນາເປັນປົກກະຕິ, ປອດໃສ, ຍືນຍົງ ແລະ ນັບມື້ນັບເຂົ້າສູ່ລວງເລິກ. ສອງຝ່າຍກໍແລກປ່ຽນກ່ຽວກັບບັນຫາທະເລ ແລະ ບັນດາບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຕົກລົງເຫັນດີສືບຕໍ່ຄວບຄຸມ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.
ກໍໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການພົບປະກັບທ່ານຫົວໜ້າຄະນະຜູ້ແທນບັນດາປະເທດ ປາປົວ ນິວກີເນ, ເປຣູ ແລະ ຫົວໜ້າເຂດປົກຄອງພິເສດ ຮົ່ງກົງ, ຫົວໜ້າຄະນະຜູ້ແທນ ຮົ່ງກົງ, ຈີນ.
ໃນການພົບປະຄັ້ງຕ່າງໆ, ບັນດາຄູ່ຮ່ວມມືລ້ວນແຕ່ເຫັນດີເປັນເອກະພາບເພີ່ມທະວີການພົວພັນສອງຝ່າຍຢ່າງແທດຈິງ, ມີປະສິດທິຜົນກັບ ຫວຽດນາມ, ໃນນັ້ນ ໃຫ້ບຸລິມະສິດໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການຂອງແຕ່ລະຝ່າຍ ເຊັ່ນ: ເສດຖະກິດ, ການຄ້າ, ວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ການຮ່ວມມື ເພື່ອຮັບມືກັບບັນດາບັນຫາລວມເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນຕ້ານໄພພິບັດທຳມະຊາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.
ຕອນຄ່ຳວັນທີ 31 ຕຸລາ, ທ່ານປະທານາທິບໍດີ ສ.ເກົາຫຼີ ແລະ ພັນລະຍາ ໄດ້ຈັດງານລ້ຽງຕ້ອນຮັບບັນດາການນຳ APEC ທີ່ເຂົ້າຮ່ວມກອງປະຊຸມ ຢ່າງສົມກຽດ.
(ແຫຼ່ງຄັດຈາກ VOV)