• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ່​ພ້ອມແລ້ວ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກຳ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ

ພາຍຫຼັງ 8 ປີເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດສົ່ງທະຫານ 500 ຄົນໄປຍັງບັນດາຄະນະປະຕິບັດງານ ແລະ ສຳນັກງານ ສປຊ, ປະກອບສ່ວນຢັ້ງຢືນ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ພ້ອມທັງ ແຜ່ຂະຫຍາຍພາບພົດຫວຽດນາມ ຮັກຫອມສັນຕິພາບ, ຍາມໃດກໍ່ພ້ອມແລ້ວປະກອບສ່ວນໃຫ້ແກ່ພາລະກິດຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງ ສປຊ.
  ຫວຽດນາມ ໄດ້ຈັດສົ່ງທະຫານ 513 ຄົນ ໄປປະຕິບັດວຽກງານຮັກສາສັນຕິພາບ ຢູ່ ສປຊ (ພາບ: VOV)  

ເດືອນມິຖຸນາປີ 2014, ຫວຽດນາມ ເລີ່ມຈັດສົ່ງກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. ມາຮອດປັດຈຸບັນ, ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ, ໄດ້ຮັບການຕີລາຄາສູງຈາກ ສປຊ ແລະ ບັນດາຄູ່ຮ່ວມມືສາກົນ, ປະກອບສ່ວນເຂົ້າໃນການຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງ ຫວຽດນາມ ເວົ້າລວມ ແລະ ກອງທັບປະຊາຊົນ ຫວຽດນາມ ເວົ້າສະເພາະບົນເວທີສາກົນ.

ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະຊາຄົມສາກົນ

ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດສົ່ງທະຫານ 513 ຄົນ ໄປຍັງ 3 ຄະນະປະຕິບັດງານ (ຊູດັງໃຕ້, ສ.ອາຟຼິກກາກາງ, ເຂດ Abyei) ແລະ ສຳນັກງານ ສປຊ, ລວມມີ: ໂຮງໝໍກາງສະໜາມລະດັບ 2 ຈຳນວນ 4 ຄັ້ງ, ກອງທະຫານຊ່າງແສງ 1 ທິມ ແລະ ນາຍທະຫານ 76 ເທື່ອຄົນຕາມຮູບແບບສ່ວນບຸກຄົນ. ນອກຈາກການຜັນຂະຫຍາຍບັນດາໂຮງໝໍກາງສະໜາມ, ບັນດານາຍທະຫານຕິດຕໍ່ພົວພັນຢູ່ຄະນະປະຕິບັດງານແລ້ວ, ເມື່ອເດືອນພຶດສະພາປີ 2022, ຫວຽດນາມ ໄດ້ຈັດສົ່ງກອງທະຫານຊ່າງແສງທຳອິດ ມີນາຍ ແລະ ພົນທະຫານ 184 ຄົນ (ໃນຈຳນວນທັງໝົດ 513 ຄົນ) ແລະ ວັດຖຸອຸປະກອນເກືອບ 2000 ໂຕນ ໄປຍັງຄະນະປະຕິບັດງານຮັກສາຄວາມໝັ້ນຄົງຊົ່ວຄາວຂອງ ສປຊ ຢູ່ເຂດ Abyei (UNISFA). ບັນດາກຳລັງຂອງ ຫວຽດນາມ ໄດ້ ແລະ ພວມປະຕິບັດໜ້າທີ່ໃຫ້ສຳເລັດເປັນຢ່າງດີ, ໄດ້ຮັບການຕີລາຄາສູງຈາກ ສປຊ ແລະ ປະຊາຄົມສາກົນ. ທ່ານພັນເອກ ປ.ອ ຫງວຽນບ໊າຮຶງ ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ໃຫ້ຮູ້ວ່າ:

ສປຊ ຕີລາຄາວາ ຍາກທີ່ຈະມີກົມກອງທະຫານຊ່າງແສງໃດ ຫາກໍ່ມາເຂົ້າຮ່ວມໃນໄລຍະສັ້ນແຕ່ສາມາດປະຕິບັດໜ້າທີ່ຂອງ ສປຊ ໄດ້ເລີຍ. ຍິ່ງໄປກ່ວານັ້ນ ຍັງປະຕິບັດເປັນຢ່າງດີ, ເປັນມືອາຊີບ ແລະ ໄດ້ຮັບການຕີລາຄາສູງຈາກນັກຕັກນິກຊ່າງແສງ, ຫ້ອງການຊ່າງແສງຂອງຄະນະປະຕິບັດງານ ອີກດ້ວຍ. ພວກເຮົາກໍ່ເຂົ້າຮ່ວມການຊ່ວຍເຫຼືອປະຊາຊົນຢູ່ໃນເຂດ ກົມກອງຕັ້ງທັບ. ຢູ່ເຂດນັ້ນ ຖືກນ້ຳຖ້ວມ, ໂຮງຮຽນ, ຖະໜົນຫົນທາງກໍ່ຖືກນ້ຳຖ້ວມ, ເປັນບວກເປັນຕົມໝົດ. ເມື່ອ ທະຫານຊ່າງແສງ ຫວຽດນາມ ເຫັນພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນຈຶ່ງໄດ້ຊ່ວຍເຫຼືອເຮັດຖະໜົນຫົນທາງ ແລະ ໂຮງຮຽນໃໝ່ໃຫ້ແກ່ປະຊາຊົນ.

ໜຶ່ງໃນບັນດາຈຸດພົ້ນເດັ່ນໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງ ຫວຽດນາມ ແມ່ນ ໄດ້ເສີມຂະຫຍາຍ ແລະ ຢັ້ງຢືນໄດ້ບົດບາດຂອງທະຫານຍິງ ໃນການເຄື່ອນໄຫວຮັກສາສັນຕິພາບ. ໃນ 8 ປີຜ່ານມາ,  ຫວຽດນາມໄດ້ຈັດສົ່ງທະຫານຍິງ ໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ74 ຄົນ, ໃນຂະນະນັ້ນ ກອງທະຫານຊ່າງແສງຮັກສາສັນຕິພາບ ສປຊ ຂອງ ປະເທດອື່ນໆບໍ່ມີ ທະຫານຍິງເຂົ້າຮ່ວມ. ສິ່ງນີ້ໄດ້ຮັບການຕີລາຄາສູງ ແລະ ຮັບຮູ້ ຈາກ ສປຊ.

  ທ່ານພັນເອກ ປ.ອ ຫງວຽນບ໊າຮຶງ ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ (ພາບ: qdnd.vn)  
ຢັ້ງຢືນ ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ

ການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງ ສປຊ ຕໍ່ປະຊາຄົມສາກົນ. ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດຄວາມຮັບຜິດຊອບຂອງປະເທດສະມາຊິກຕໍ່ຂົງເຂດຮັກສາສັນຕິພາບ ສປຊ ໄດ້ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາຄວາມໝັ້ນຄົງ, ປົກປັກຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກຢ່າງແທດຈິງ, ພ້ອມທັງຊຸກຍູ້ການພົວພັນຮ່ວມມືກັບບັນດາປະເທດ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງ ຫວຽດນາມ ແລະ ສ້າງສະພາບແວດລ້ອມສາກົນທີ່ມີຄວາມສະດວກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນສະພາບການໃໝ່. ທ່ານພັນເອກ ປ.ອ ຫງວຽນບ໊າຮຶງ ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ຢັ້ງຢືນວ່າ:

ຜ່ານໄລຍະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ພວກເຮົາມີບົດຮຽນປະສົບການຕື່ມອີກ ແລະ ເຮັດໃຫ້ພາບພົດຂອງທະຫານລຸງໂຮ່ໃສແຈ້ງກ່ວາອີກໃນສາຍຕາຂອງເພື່ອນມິດສາກົນ, ຍົກສູງທີ່ຕັ້ງບົດບາດຂອງປະເທດ ຫວຽດນາມ, ຂອງກຳລັງປະກອບອາວຸດກອງທັບປະຊາຊົນ ຫວຽດນາມ ຕໍ່ເພື່ອນມິດສາກົນ. ມູນເຊື້ອອັນດີງາມຂອງກອງທັບປະຊາຊົນ ຫວຽດນາມ, ຂອງກຳລັງປະກອບອາວຸດພາຍໃນປະເທດຍັງໄດ້ຮັບການເສີມຂະຫຍາຍ

ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ກໍ່ແມ່ນເຄື່ອງມືທີ່ມີປະສິດທິຜົນເພື່ອໃຫ້ ຫວຽດນາມ ປະຕິບັດແຜນການປົກປັກຮັກສາປະເທດຊາດນັບແຕ່ຫົວທີ, ຈາກທາງໄກ, ດ້ວຍສັນຕິວິທີ. ຜ່ານນັ້ນ, ໄດ້ຢັ້ງຢືນທັດສະນະ ຢ່າງຈະແຈ້ງຂອງ ຫວຽດນາມ ແມ່ນ: ສັນຕິພາບ, ສະຖຽນລະພາບຂອງ ຫວຽດນາມ ຕ້ອງຕິດພັນ ກັບການແກ້ໄຂບັນຫາຄວາມໝັ້ນຄົງ, ສັນຕິພາບທີ່ພວມເກີດຂຶ້ນຢູ່ພາກພື້ນ ແລະ ໃນໂລກ. ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ ຫວຽດນາມ ໃນການເພີ່ມທະວີການເຊື່ອມໂຍງ ແລະ ຮ່ວມມືກັບສາກົນ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top