• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈັດ​ກິດ​ຈະ​ກຳຫຼາ​ຍ​ຢ່າງເນື່ອງ​ໃນ​ໂອ​ກາດ​ລະ​ນຶກ​ເຖິງວັນ​ເພື່ອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຄົບ​ຮອບ 61 ປີ

ຕອນຄ່ຳວັນທີ 9 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນະຄອນ ດ່າໜັງ ຂອງ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານນະຄອນ, ຄະນະຊາວໜຸ່ມນະຄອນ, ພະແນກສຶກສາທິການ ແລະ ກໍ່ສ້າງ ຈັດລາຍການ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ”.

ຕອນຄ່ຳວັນທີ 9 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນະຄອນ ດ່າໜັງ ຂອງ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານນະຄອນ, ຄະນະຊາວໜຸ່ມນະຄອນ, ພະແນກສຶກສາທິການ ແລະ ກໍ່ສ້າງ ຈັດລາຍການ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ”.

    

ລາຍການ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ”

ເນື່ອງໃນໂອກາດລະນຶກເຖິງວັນວິນາດສະກຳທາດພິດສີສົ້ມ ຄົບຮອບ 61 ປີ (10 ສິງຫາ 1961 – 10 ສິງຫາ 2022), ຕອນຄ່ຳວັນທີ 9 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນະຄອນ ດ່າໜັງ ຂອງ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານນະຄອນ, ຄະນະຊາວໜຸ່ມນະຄອນ, ພະແນກສຶກສາທິການ ແລະ ກໍ່ສ້າງ ຈັດລາຍການ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ”. ໃນລາຍການນີ້, ຫົວໜ່ວຍຕ່າງໆ ໄດ້ມອບຂອງຂວັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ທຸກຍາກເປັນພິເສດ ກວ່າ 30 ພູດ. ມີວິສາຫະກິດຫຼາຍແຫ່ງ, ຜູ້ໃຈບຸນໃຈກຸສົນຫຼາຍຄົນ ລະດົມເງິນໄດ້ເກືອບ 6 ຕື້ດົ່ງ ເພື່ອປະກອບເຂົ້າກອງທຶນເບິ່ງແຍງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນບໍລິເວນນະຄອນ ດ່າໜັງ. ມາຮອດປັດຈຸບັນ, ທາງສະມາຄົມລະດົມແຫຼ່ງງົບປະມານໄດ້ 126 ຕື້ດົ່ງ ເພື່ອເບິ່ງແຍງໃຫ້ແກ່ເປົ້າໝາຍດັ່ງກ່າວ.

        ເນື່ອງໃນໂອກາດນີ້, ວັນທີ 8 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນ ໂຮ່ຈີມິນ ກໍໄດ້ຈັດງານພົບປະສັງສັນເຊັ່ນດຽວກັນ ແລະ ມອບທຶນການສຶກສາໃຫ້ແກ່ເດັກນ້ອຍທີ່ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຈຳນວນ 268 ທຶນ.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top