• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງຕັ້ງໜ້າເມື່ອເຂົ້າເປັນສະມາຊິກ ສະພາສິດທິມະນຸດ ສປຊ

ເລື່ອງອອກສະໝັກເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ເທື່ອທີ 2 ສະແດງໃຫ້ເຫັນຄວາມປາດຖະໜາຂອງ ຫວຽດນາມ ໃນການປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງໂລກ.

ເລື່ອງອອກສະໝັກເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ເທື່ອທີ 2  ສະແດງໃຫ້ເຫັນຄວາມປາດຖະໜາຂອງ ຫວຽດນາມ ໃນການປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງໂລກ.

    

ທ່ານສາດສະຈານ Carl Thayer, ສັງກັດມະຫາວິທະຍາໄລ New South Wales

ເດືອນ ຕຸລາ 2022, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຈັດການປ່ອນບັດເລືອກຕັ້ງສະມາຊິກສະພາສິດທິມະນຸດສະຫະປະຊາຊາດອາຍຸການ 2023 – 2025. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດອອກສະໝັກເລືອກຕັ້ງເປັນສະມາຊິກຂອງສະພາໃນອາຍຸການນີ້. ເລື່ອງອອກສະໝັກເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ເທື່ອທີ 2  ສະແດງໃຫ້ເຫັນຄວາມປາດຖະໜາຂອງ ຫວຽດນາມ ໃນການປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງໂລກ ເພື່ອແນໃສ່ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ກໍ່ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

        ຫວຽດນາມ ເຄີຍໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2014 – 2016. ນັບແຕ່ນັ້ນມາ, ຫວຽດນາມ ສືບຕໍ່ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອປົກປ້ອງສິດທິມະນຸດ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ.

ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ

        ເດືອນ ກຸມພາ 2022, ຫວຽດນາມ ໄດ້ແຈ້ງໃຫ້ຊາບຢ່າງເປັນທາງການເລື່ອງອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025, ດ້ວຍຖານະເປັນຜູ້ຕາງໜ້າ ອາຊຽນ. ບໍ່ແມ່ນເລື່ອງບັງເອີນເຊິ່ງບັນດາປະເທດ ອາຊຽນ ມີຄວາມໄວ້ເນື້ອເຊື່ອໃຈສະເໜີ ຫວຽດນາມ ເຂົ້າເປັນສະມາຊິກສະພາສິດທິມະນຸດ. ໃນໄລຍະເກີດໂລກລະບາດໂຄວິດ-19 ໃນທົ່ວໂລກນັ້ນ, ດ້ວຍຖານະເປັນປະທານ ອາຊຽນ ໃນປີ 2020, ໃນສະພາບການເດີນທາງໄປມາລະຫວ່າງບັນດາປະເທດຖືກຈຳກັດນັ້ນ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດນຳພາເມື່ອຈັດກອງປະຊຸມແບບທາງໄກລະຫວ່າງລັດຖະມົນຕີບັນດາປະເທດສະມາຊິກ ອາຊຽນ ເພື່ອປຶກສາຫາລືວິທີສົມທົບກັນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກໍ່ຕາງໜ້າໃຫ້ບັນດາປະເທດພັດທະນາ ກ່າວປາໄສຢູ່ສະຫະປະຊາຊາດ ສະເໜີໃຫ້ບັນດາປະເທດແບ່ງປັນສິດຊັບສິນທາງປັນຍາ ຊ່ວຍໃຫ້ຫຼາຍປະເທດຮັບມືກັບໂລກລະບາດໂຄວິດ-19 ແລະ ເຂົ້າເຖິງກັບແຫຼ່ງວັກຊິນ ດ້ວຍຄວາມຍຸຕິທຳ.

ກ່ຽວກັບເລື່ອງປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ຕາມທ່ານສາດສະຈານ Carl Thayer, ສັງກັດມະຫາວິທະຍາໄລ New South Wales (ອົດສະຕາລີ) ແລ້ວ, ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງ. ຫວຽດນາມ ຖືກຈັດອັນດັບທີ 51 ໃນຈຳນວນ 165 ປະເທດທີ່ພວມມານະພະຍາຍາມເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ດ້ວຍຄະແນນໄດ້ຮັບແມ່ນ 72,8%.

        “ຫວຽດນາມ ແມ່ນປະເທດພວມພັດທະນາ ມີຫຼາຍບົດຮຽນໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ສະນັ້ນ ສາມາດໃຫ້ຄຳຕັກເຕືອນທີ່ແທດຈິງກ່ຽວກັບດ້ານນະໂຍບາຍໃນບັນດາບັນຫາທີ່ສັບສົນກ່ຽວກັບສິດທິມະນຸດ ເມື່ອໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ”.

        ຫວຽດນາມ ສືບຕໍ່ໄດ້ຮັບການຕີລາຄາສູງຢູ່ສະຫະປະຊາຊາດ ດ້ວຍເລື່ອງຈັດສົ່ງພະນັກງານເຂົ້າຮ່ວມຄະນະຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ ຊູດັງໃຕ້ ແລະ ສ.ອາຟະລິກາກາງ, ແມ່ນສະມາຊິກທີ່ຕັ້ງໜ້າໃນບັນດາການເຈລະຈາເພື່ອບັນລຸໄດ້ເປົ້າໝາຍບຸລິມະສິດພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

        ໃນບັນດາອາຍຸການເປັນກຳມະການບໍ່ຖາວອນ, ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຊຸກຍູ້ລັດທິຫຼາຍຝ່າຍ, ການເຄົາລົບກົດໝາຍສາກົນ, ການຮ່ວມມືລະຫວ່າງສະພາຄວາມໝັ້ນຄົງ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນ, ສ້າງສາຄືນພາຍຫຼັງການປະທະກັນ, ສ້າງສັນຕິພາບ... ເບິ່ງລວມແລ້ວ, ບັນດາສະມາຊິກສະຫະປະຊາຊາດໄດ້ຮັບຮູ້ບົດບາດສຳຄັນຂອງ ຫວຽດນາມ ໃນເລື່ອງຊຸກຍູ້ການຕໍ່ສູ້ເພື່ອເອກະລາດຊົນຊາດ, ອະທິປະໄຕ ແລະ ສິດຕັດສິນດ້ວຍຕົນເອງ.

ຄຳໝັ້ນສັນຍາຂອງ ຫວຽດນາມ

        ໃນຂອບເຂດກອງປະຊຸມຂັ້ນສູງສະໄໝສາມັນປະຈຳປີຄັ້ງທີ 49 ຂອງສະພາສິດທິມະນຸດສະຫະປະຊາຊາດ ເຊິ່ງຈັດຂຶ້ນຢູ່ ເຊີແນວ, ປະເທດ ສະວິດ (ເດືອນ ມີນາ 2022), ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ຫົວຄະນະຜູ້ຕາງໜ້າ ຫວຽດນາມ ໃຫ້ຮູ້ວ່າ, ເລື່ອງຖືປະຊາຊົນເປັນໃຈກາງ, ແມ່ນກຳລັງໜູນໃຫ້ແກ່ການພັດທະນາ ແມ່ນແຜນນະໂຍບາຍລຸລ່ວງຂອງ ຫວຽດນາມ. ທ່ານກໍ່ຢືນຢັນຄວາມປາດຖະໜາຂອງ ຫວຽດນາມ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ, ອາຍຸການ 2023 – 2025 ດ້ວຍສານທີ່ວ່າ : “ເຄົາລົບເຊິ່ງກັນ ແລະ ກັນ - ການເຈລະຈາ ແລະ ຮ່ວມມື - ຮັບປະກັນສິດທິມະນຸດທັງໝົດໃຫ້ໝົດທຸກຄົນ”.

        “ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຝ່າຍ ທີ່ກ່ຽວຂ້ອງເພື່ອຊຸກຍູ້ບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ ໂດຍຜ່ານການເຈລະຈາ, ຮ່ວມມື ແລະ ເຄົາລົບເຊິ່ງກັນແລະກັນ. ຫວຽດນາມ ເອົາໃຈໃສ່ເຖິງເລື່ອງຮັບປະກັນສິດທິມະນຸດຢ່າງຮອບດ້ານ ໃນທຸກແງ່ມູມ, ໃນນັ້ນໃຫ້ບຸລິມະສິດປົກປ້ອງສິດຂອງບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ; ຮັບປະກັນສິດທິມະນຸດໃນການແກ້ໄຂທຸກບັນຫາທົ່ວໂລກ, ໂດຍສະເພາະແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.”

        ເລືຶ່ອງ ຫວຽດນາມ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025 ຈະແມ່ນໂອກາດເພື່ອໃຫ້ ຫວຽດນາມ ຕາງໜ້າໃຫ້ບັນດາປະເທດສະມາຊິກ ອາຊຽນ ໄດ້ກ່າວສຽງເວົ້າລວມ ແລະ ຄວາມສົນໃຈຂອງພາກພື້ນຕໍ່ບັນຫາສິດທິມະນຸດ ກໍຄືພ້ອມກັບບັນດາປະເທດສະມາຊິກອື່ນຂອງສະພາ ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍກ່ຽວກັບສິດທິມະນຸດ ເຊິ່ງໂລກພວມຕ້ອງປະເຊີນໜ້າ.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top