• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຫັນດີສືບຕໍ່ປະຕິບັດທຳນຽມຂອງ ອາຊຽນ ກ່ຽວກັບການປະສານງານ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນການເຄື່ອນໄຫວສະໝັກເລືອກຕັ້ງ

ຫວຽດນາມ ເຫັນດີສືບຕໍ່ປະຕິບັດຕາມທຳນຽມຂອງ ອາຊຽນ ກ່ຽວກັບການປະສານງານ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນການເຄື່ອນໄຫວສະໝັກເລືອກຕັ້ງໃນໄລຍະຈະມາເຖິງ.

ຫວຽດນາມ ເຫັນດີສືບຕໍ່ປະຕິບັດຕາມທຳນຽມຂອງ ອາຊຽນ ກ່ຽວກັບການປະສານງານ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນການເຄື່ອນໄຫວສະໝັກເລືອກຕັ້ງໃນໄລຍະຈະມາເຖິງ.

   

(ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ)

  ກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດ ອາຊຽນ (IAMM) ວັນທີ 22 ກັນຍາ ໄດ້ຈັດກອງປະຊຸມຢູ່ສຳນັກງານສະຫະປະຊາຊາດ, ຢູ່ ນິວຢອກ, ປະເທດ ອາເມລິກາ, ເພື່ອແນໃສ່ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື ອາຊຽນ, ສົມທົບການອອກສະໝັກເລືອກຕັ້ງຂອງບັນດາປະເທດສະມາຊິກ ອາຊຽນ ເຂົ້າໃນບັນດາອົງການຂອງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ, ໃຫ້ຮູ້ວ່າ ຫວຽດນາມ ເຫັນດີສືບຕໍ່ປະຕິບັດຕາມທຳນຽມຂອງ ອາຊຽນ ກ່ຽວກັບການປະສານງານ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນການເຄື່ອນໄຫວສະໝັກເລືອກຕັ້ງໃນໄລຍະຈະມາເຖິງ. ທ່ານຮອງລັດຖະມົນຕີເນັ້ນໜັກວ່າ ອາຊຽນ ຄວນສືບຕໍ່ຍົກສູງ ແລະ ເສີມຂະຫຍາຍບັນດາຫຼັກການ ແລະ ຄຸນຄ່າຂອງສົນທິສັນຍາເປັນມິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນໃນສະພາບພາກພື້ນ ແລະ ສາກົນພວມມີການປ່ຽນແປງຢ່າງເລິກເຊິ່ງ, ວ່ອງໄວ, ສັບສົນ ແລະ ສົ່ງຜົນກະທົບຫຼາຍດ້ານເຖິງທຸກປະເທດ.

        ກ່ຽວກັບບັນຫາ ມຽນມາ, ອາຊຽນ ຄວນຢືດໝັ້ນ ແລະ ຕັ້ງໜ້າໜູນຊ່ວຍ ມຽນມາ ຫຼາຍກວ່າເກົ່າ ເພື່ອຜ່ານຜ່າວິກິດການ, ຊອກຫາມາດຕະການແກ້ໄຂເພື່ອຜົນປະໂຫຍດຂອງປະຊາຊົນ ມຽນມາ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top