• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມພ້ອມກັບ ອາຊຽນ ສ້າງປະຊາຄົມໃຫ້ໝັ້ນຄົງເຂັ້ມແຂງ

ປະຊາຄົມ ອາຊຽນ ເຕີບໃຫຍ່ ແລະ ສາມາດສ້າງຄວາມເຂັ້ມແຂງດ້ວຍ ຈະແມ່ນບ່ອນອີງທີ່ໜັກແໜ້ນຂອງ ຫວຽດນາມ ເພື່ອພ້ອມກັນຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

ປະຊາຄົມ ອາຊຽນ ເຕີບໃຫຍ່ ແລະ ສາມາດສ້າງຄວາມເຂັ້ມແຂງດ້ວຍ ຈະແມ່ນບ່ອນອີງທີ່ໜັກແໜ້ນຂອງ ຫວຽດນາມ ເພື່ອພ້ອມກັນຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

   

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39

ວັນທີ 08 ສິງຫາ 1967, ຖະແຫຼງການ ບາງກອກ ໄດ້ລົງນາມ ດ້ວຍເລື່ອງສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ຜ່ານ 55 ປີແຫ່ງການຄົງຕົວ ແລະ ພັດທະນາ, ອາຊຽນ ໄດ້ພິສູດໃຫ້ເຫັນແມ່ນຮູບແບບຮ່ວມມືພາກພື້ນທີ່ບັນລຸຜົນສຳເລັດທີ່ສຸດໃນໂລກ, ສ້າງປະຊາຄົມນຳມາເຊິ່ງກາລະໂອກາດໃຫ້ປະຊາຊົນໝົດທຸກຄົນ. ດ້ວຍຫົວຂໍ້ “ພ້ອມກັນເຂັ້ມແຂງກວ່າເກົ່າ”, ອີກເທື່ອໜຶ່ງ ອາຊຽນ ໄດ້ເນັ້ນໜັກເຖິງນ້ຳໃຈສາມັກຄີ, ເສີມຂະຫຍາຍກຳລັງແຮງລວມໝູ່ ໃນສະພາບທີ່ໂລກມີສິ່ງທ້າທາຍຫຼາຍຢ່າງຄືໃນປະຈຸບັນ. ພາຍໃຕ້ຊາຍຄາລວມ ອາຊຽນ ນັ້ນ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມນຳໜ້າໃນການສ້າງຕັ້ງປະຊາຄົມ, ສ້າງທີ່ຕັ້ງຂອງ ອາຊຽນ ບົນເວທີສາກົນ.

ມານະພະຍາຍາມຜ່ານມາສິ່ງທ້າທາຍ ແລະ ພັດທະນາ

        55 ປີນັບແຕ່ວັນສ້າງຕັ້ງ, ອາຊຽນ ໄດ້ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ກາຍເປັນພາກພື້ນສວມບົດບາດໃຈກາງໃນການພົວພັນກັບບັນດາປະເທດໃຫຍ່, ອົງການຈັດຕັ້ງນອກພາກພື້ນ. ໂດຍບໍ່ຫົວຊາຕໍ່ສະພາບໄພເງິນເຟີ້, ການປະທະກັນດ້ານພູມສາດການເມືອງເພີ່ມຂຶ້ນຢູ່ພາຍໃນພາກພື້ນ ແລະ ໃນໂລກ, ໃນໄລຍະ 6 ເດືອນຕົ້ນປີ 2022 ອາຊຽນ ໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນທາງດ້ານເສດຖະກິດທົ່ວໂລກ, ດ້ວຍເລື່ອງບາງປະເທດໃນພາກພື້ນເບິ່ງຄືວ່າໄປຝືນກັບທ່າອ່ຽງຊຸດໂຊມເສດຖະກິດທົ່ວໂລກ. ທ່ານ Mathias Cormann, ເລຂາທິການໃຫຍ່ອົງການຈັດຕັ້ງຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຢັ້ງຢືນວ່າ:

        “ອາຊຽນ ພວມແມ່ນພາກພື້ນພັດທະນາຢ່າງແຮງຢ່າງແທ້ຈິງ, ແມ່ນພື້ນຖານເສດຖະກິດໃຫຍ່ທີ 5 ໃນໂລກ ດ້ວຍປະຊາກອນປະມານ 660 ລ້ານຄົນ. ຂ້າພະເຈົ້າບໍ່ເວົ້າຫຼາຍເຖິງບັນດາຄວາມສ່ຽງໃນປະຈຸບັນ ຄືເລື່ອງເລືອກເອົາຝ່າຍໃນການແກ່ງແຍ້ງດ້ານພູມສາດຍຸດທະສາດຢູ່ພາຍໃນ, ຫາກພຽງແຕ່ເວົ້າເຖິງເລື່ອງ ອາຊຽນ ສາມາດຊຸກຍູ້ຜົນປະໂຫຍດຂອງຕົນໃນຕະຫຼາດທົ່ວໂລກທີ່ມີສະຖຽນລະພາບ, ດ້ວຍລະບົບການຄ້າສາກົນອີງໃສ່ຫຼັກການ, ບາດກ້າວຂອງບັນດາປະເທດເຫຼົ່ານີ້ໃນການຫຼຸດຜ່ອນຄວາມທຸກຍາກ, ເພີ່ມລາຍຮັບ ຫຼື ເພີ່ມທະວີການເຊື່ອມໂຍງທາງດ້ານເສດຖະກິດພາກພື້ນ ກໍຄືທົ່ວໂລກ ໂດຍຜ່ານການຫັນການຄ້າ ແລະ ການລົງທຶນເປັນເສລີ. ຍ້ອນແນວນັ້ນ, ຂ້າພະເຈົ້າມີຄວາມປະເອີບໃຈເມື່ອຖືວ່າ ໃນຂະນະທີ່ຫຼາຍປະເທດໃນໂລກອາດຈະຖືກຖອຍຫຼັງ, ແຕ່ພື້ນຖານເສດຖະກິດຂອງ ອາຊຽນ ພວມມີສັນຍານຕັ້ງໜ້າຫຼາຍຢ່າງ”.

        ບໍ່ພຽງແຕ່ເທົ່ານັ້ນ, ໃນໄລຍະຜ່ານມາທີ່ຕັ້ງ ແລະ ບົດບາດຂອງ ອາຊຽນ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ຫຼາຍປະເທດມະຫາອຳນາດໃຫຍ່ຢູ່ນອກພາກພື້ນ ນັບມື້ນັບຖືເປັນສຳຄັນ, ຕີລາຄາສູງບົດບາດໃຈກາງຂອງ ອາຊຽນ, ຖືການຮັດແໜ້ນການພົວພັນກັບ ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນໃນຍຸດທະສາດຂອງຕົນ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antoni Blinken, ຢືນຢັນວ່າ:

        “ໃນສະພາບການພົວພັນ ແລະ ຄູ່ຮ່ວມມືລະຫວ່າງ ອາເມລິກາ ແລະ ອາຊຽນ ນັບມື້ນັບເຂັ້ມແຂງກວ່ານັ້ນ, ອາເມລິກາ ສືບຕໍ່ໃຫ້ຄຳໝັ້ນສັນຍາສຳລັບບົດບາດໃຈກາງຂອງ ອາຊຽນ. ອາເມລິກາ ປາດຖະໜາຢາກສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານກັບ ອາຊຽນ”.

        ປີ 2021, ອາຊຽນ ໄດ້ຮັບຮູ້ລາຊະອານາຈັກ ອັງກິດ ແມ່ນຄູ່ຮ່ວມເຈລະຈາທີ 11 ແລະ ກະກຽມວ່າ ຈະມີຫຼາຍປະເທດອື່ນຄື ຝລັ່ງ ແລະ ອີຕາລີ ເຂົ້າຮ່ວມ. ເລື່ອງເປີດກວ້າງການພົວພັນຄູ່ຮ່ວມມື ສະແດງໃຫ້ເຫັນເລື່ອງ ອາຊຽນ ສາມາດດຶງດູດຄວາມສົນໃຈຫຼາຍກວ່າຈາກບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນ. ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 ເຊິ່ງຫາກໍ່ດຳເນີນໄປຢູ່ປະເທດ ກຳປູເຈຍ, ມີຕື່ມອີກ 6 ປະເທດເຂົ້າຮ່ວມສົນທິສັນຍາເປັນມິດ ແລະ ຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC), ຍົກຈຳນວນປະເທດສະມາຊິກຂອງສົນທິສັນຍາດັ່ງກ່າວຂຶ້ນເປັນ 49 ປະເທດ, ນີ້ເປັນການສະແດງໃຫ້ເຫັນຄວາມສຳຄັນຂອງບັນດາກົນໄກຫຼາຍຝ່າຍ ໂດຍ ອາຊຽນ ນຳພາ, ເພື່ອແນໃສ່ຊຸກຍູ້ການຮ່ວມມືມິດຕະພາບ ແລະ ພ້ອມກັນຄົງຕົວດ້ວຍສັນຕິພາບ.

ຫວຽດນາມ ຮ່ວມເດີນທາງພ້ອມກັບ ອາຊຽນ ຍົກສູງທີ່ຕັ້ງບົດບາດໃນເວທີສາກົນ

        27 ປີນັບແຕ່ວັນເຂົ້າເປັນສະມາຊິກ ອາຊຽນ, ຍາມໃດ ຫວຽດນາມ ກໍ່ຕັ້ງໜ້າ ແລະ ມີຄວາມເຂັ້ມງວດ ພ້ອມກັບ ອາຊຽນ ຍົກອອກບັນດາລັດຖະນະໂຍບາຍເຂົ້າໃນການຜັນຂະຫຍາຍ ດ້ວຍວິໄສທັດກວ້າງໄກກວ່າ, ມີຂໍ້ສະເໜີແນະບຸກທະລຸໃນທຸກຂົງເຂດ ດ້ວຍລະດັບ ແລະ ຂອບເຂດທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງ. ໂດຍຮັບດຳລົງຕຳແໜ່ງປະທານ ອາຊຽນ 2020 ໃນສະພາບເກີດໂລກລະບາດໂຄວິດ -19 ທີ່ບໍ່ເຄີຍມີມາກ່ອນ, ຫວຽດນາມ ຍັງມານະພະຍາຍາມຊຸກຍູ້ບັນດາໂຄງການດຳເນີນງານ, ແກ້ໄຂຜົນກະທົບຂອງໂລກລະບາດໃນທັນທີ, ພ້ອມກັນນັ້ນສ້າງຂອບເຂດໃຫ້ແກ່ບັນດາການເຄື່ອນໄຫວໃນໄລຍະຍາວ, ຊ່ວຍໃຫ້ ອາຊຽນ ຟື້ນຟູແບບຍືນຍົງ. ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ຖືວ່າ:

        “ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງ ອາຊຽນ ແລະ ນັບແຕ່ເມື່ອເຂົ້າເປັນສະມາຊິກ ໄດ້ປະກອບສ່ວນເຂົ້າໃນວິວັດທະນາການເຊື່ອມໂຍງຂອງພາກພື້ນ ແລະ ຂະບວນວິວັດແຫ່ງການສ້າງຕັ້ງປະຊາຄົມ, ພິເສດເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 1998, 2010, ກໍຄືປີ 2020. ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດສຳຄັນໃນການປະຕິບັດບັນດາການກຳນົດທິດບຸລິມະສິດຢູ່ພາກພື້ນ, ໃນນັ້ນມີຄວາມມານະພະຍາຍາມລວມຂອງ ອາຊຽນ ເພື່ອຮັບມືກັບໂລກລະບາດໂຄວິດ-19. ຫວຽດນາມ ກໍ່ໄດ້ຊຸກຍູ້ສິດທິຂອງແມ່ຍິງ ຫຼື ສະໜັບສະໜູນການພັດທະນາອະນຸພາກພື້ນຢ່າງແຮງ, ສ້າງຜົນກະທົບລວມໃຫ້ແກ່ວິວັດທະນາການເຊື່ອມໂຍງຂອງພາກພື້ນເວົ້າລວມ. ແລະໃນໄລຍະກວ່າ 27 ປີເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ໄດ້ຍົກທີ່ຕັ້ງຂອງ ອາຊຽນ ຢູ່ເວທີສາກົນ”.

        ຍາມໃດ ອາຊຽນ ກໍ່ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ປະຊາຄົມ ອາຊຽນ ເຕີບໃຫຍ່ ແລະ ສາມາດສ້າງຄວາມເຂັ້ມແຂງດ້ວຍ ຈະແມ່ນບ່ອນອີງທີ່ໜັກແໜ້ນຂອງ ຫວຽດນາມ ເພື່ອພ້ອມກັນຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top