• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ 1982 ມີ​ຄວາມ​ໝາຍ​ປະ​ຫວ​ັດ​ສາດ​ສຳ​ລັບມວນ​ມະ​ນຸດ

ວັນທີ 8 ທັນວາ, ຢູ່ສຳນັກງານ ສປຊ, ນິວຢອກ, ອາເມລິກາ, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານຮ່ວມກອງປະຊຸມສະເຫຼີມສະຫຼອງວັນເຊັນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຄົບຮອບ 40 ປີ ຢ່າງເປັນທາງການ.
  ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ (ພາບ: TTXVN)  

ກ່າວຄຳເຫັນທີ່ພິທີ, ຕາງໜ້າໃຫ້ກວ່າ 40 ປະເທດສະມາຊິກຂອງ ກຸ່ມເພື່ອນມິດ UNCLOS (UNCLOS GoF), ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ເນັ້ນໜັກວ່າ UNCLOS ມີຄວາມໝາຍປະຫວັດສາດສຳລັບມວນມະນຸດ, ເຊິ່ງໄດ້ສ້າງຂີດໝາຍສຳຄັນໃນການນຳໃຊ້ມະຫາສະໝຸດຢ່າງເປັນລະບຽບຮຽບຮ້ອຍ ແລະ ຍືນຍົງ. UNCLOS ຊ່ວຍເພີ່ມທະວີສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ໃນໂລກ, ປະກອບສ່ວນແກ້ໄຂການຂັດແຍ້ງກ່ຽວຂ້ອງເຖິງທະເລ ແລະ ມະຫາສະໝຸດ.

ເນື່ອງໃນໂອກາດນີ້, ຫວຽດນາມ ພ້ອມກັບ ເກຼັກ, ອີຢິບ ແລະ ເຊເນການ ຮ່ວມກັນຈັດກອງປະຊຸມສຳມະນາ ດ້ວຍຫົວຂໍ້ “40 ປີແຫ່ງການຮັບຮອງເອົາ UNCLOS - ບັນດາຜົນງານ ແລະ ສິ່ງທ້າທາຍ ວາງອອກ”.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top