ຕອນເຊົ້າວັນທີ 01 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບດຳລັດວ່າດ້ວຍການສ້າງຕັ້ງສູນການເງິນສາກົນ ຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ສຳລັບ ຫວຽດນາມ, ເລື່ອງສ້າງສູນການເງິນສາກົນ ບໍ່ພຽງແຕ່ເພື່ອດຶງດູດບັນດາແຫຼ່ງກຳລັງລົງທຶນ ແລະ ເຊື່ອມຕໍ່ກັບໂລກເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າກຽມພ້ອມຮັບຟັງບັນດາຄຳເຫັນຂອງວິສາຫະກິດ, ນັກລົງທຶນ… ບົນພື້ນຖານນັ້ນ ຈະມີການດັດປັບລະບອບລະບຽບການສືບຕໍ່ຊຸກຍູ້ການພັດທະນາລວມຂອງປະເທດຊາດ. ຫວັງວ່າບັນດາເພື່ອນມິດສາກົນຈະໃຫ້ຄວາມເອົາໃຈໃສ່ໜູນຊ່ວຍດ້ວຍຈິດໃຈພ້ອມກັນແບ່ງປັນວິໄສທັດ, ພ້ອມກັນເຮັດ, ພ້ອມກັນຊົມໃຊ້, ພ້ອມກັນໄຊຊະນະ, ພ້ອມກັນພັດທະນາ… ຍາມໃດກໍປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຂອງວິສາຫະກິດ, ບັນດານັກລົງທຶນ.
ສູນການເງິນສາກົນຢູ່ ຫວຽດນາມ ເຄື່ອນໄຫວຕາມຮູບແບບ “ໜຶ່ງສູນກາງ, ສອງຈຸດນັດພົບ” ຢູ່ນະຄອນ ໂຮ່ຈີມິນ ແລະ ນະຄອນ ດ່າໜັງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ທ້າຍປີ 2025 ນີ້, ສູນການເງິນສາກົນຢູ່ ຫວຽດນາມ ຈະໄດ້ນຳເຂົ້າເຄື່ອນໄຫວ.
(ແຫຼ່ງຄັດຈາກ VOV)