• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ປະ​ຕິ​ບັດ​ກົນ​ໄກ​ຊຳ​ລະ​ຄ່າ​ກວດ​, ປິ່ນ​ປົວ​ພະ​ຍາດ​ໃຫ້​ແກ່​ຄົນ​ເຈັບ​ຕິດ​ເຊື້​ອ​ ໂຄວິດ - 19

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ກະຊວງສາທາລະນະສຸກ ແກ່ຍາວເວລາປະຕິບັດການຕໍ່ກຳນົດເວລາໃບຈົດທະບຽບຈຳໜ່າຍຢຸກຢາ; ສືບຕໍ່ປະຕິບັດກົນໄກຊຳລະຄ່າກວດ, ປິ່ນປົວພະຍາດໃຫ້ແກ່ຄົນເຈັບຕິດເຊື້ອໂຄວິດ - 19; ຕີລາຄາບັນດາລະບອບ, ນະໂຍບາຍຊ່ວຍເຫຼືອປະຊາຊົນ, ຮັບປະກັນການຊ່ວຍໜູນສັງຄົມ ຢ່າງເລິກເຊິ່ງ.

  ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)  

ຕອນເຊົ້າວັນທີ 27 ກັນຍາ, ກ່າວຄຳເຫັນທີ່ກອງປະຊຸມທາງໄກກັບທ້ອງຖິ່ນຕ່າງໆ ເພື່ອປະກອບຄຳເຫັນໃສ່ຮ່າງບົດລາຍງານຕີລາຄາການປະຕິບັດມະຕິເລກທີ 30 ຂອງສະພາແຫ່ງຊາດ ວ່າດ້ວຍນະໂຍບາຍປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ໂລກລະບາດໂຄວິດ - 19 ແມ່ນໂລກລະບາດທີ່ບໍ່ເຄີຍມີມາກ່ອນ, ກໍ່ຜົນກະທົບຕໍ່ເສດຖະກິດສັງຄົມສຳລັບບັນດາປະເທດໃນໂລກ, ນັບທັງປະເທດພັດທະນາ. ຢູ່ ຫວຽດນາມ, ທັງລະບົບການເມືອງໄດ້ ແລະ ກຳລັງເຂົ້າຮ່ວມດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ຖືການປົກປ້ອງຊີວິດອິນຊີ, ສຸຂະພາບຂອງປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ. ໃນໄລຍະຊີ້ນຳປະຕິບັດການປ້ອງກັນ, ຕ້ານໂລກລະບາດ, ມີຫຼາຍບັນຫາເກີດຂຶ້ນໃໝ່ ເຊິ່ງຍັງບໍ່ທັນໄດ້ກຳນົດໃນກົດໝາຍ ຫຼື ຂໍ້ກຳນົດກົດໝາຍ, ລັດຖະບັນຍັດໃນປັດຈຸບັນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ກະຊວງສາທາລະນະສຸກ ແກ່ຍາວເວລາປະຕິບັດການຕໍ່ກຳນົດເວລາໃບຈົດທະບຽບຈຳໜ່າຍຢຸກຢາ; ສືບຕໍ່ປະຕິບັດກົນໄກຊຳລະຄ່າກວດ, ປິ່ນປົວພະຍາດໃຫ້ແກ່ຄົນເຈັບຕິດເຊື້ອໂຄວິດ - 19; ຕີລາຄາບັນດາລະບອບ, ນະໂຍບາຍຊ່ວຍເຫຼືອປະຊາຊົນ, ຮັບປະກັນການຊ່ວຍໜູນສັງຄົມ ຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນ, ກະຊວງສາທາລະນະສຸກ ປັບປຸງ, ຊີ້ແຈ້ງບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການໃຫ້ສົມບູນແບບ; ມີແຜນການກຽມພ້ອມຮັບມືກັບກໍລະນີທີ່ໂລກລະບາດມີການຜັນແປຢ່າງສັບສົນ ຫຼື ເກີດຂຶ້ນໃໝ່.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top