• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບ​ປະ​ດາ​ສຸດຍອດ APEC 2025: ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄຳ​ໝັ້​ນ​ສັນ​ຍາ​ກັບ​ພາກ​ພື້ນ

ອາເມລິກາ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ຄຳໝັ້ນສັນຍາຮ່ວມມືໃນຂອບເຂດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).
ທ່ານປະທານາທິບໍດີ ອາເມລິກາ Donald Trump ໃນກອງປະຊຸມ APEC (ພາບ: REUTERS/Tyrone Siu)

ນັ້ນແມ່ນຄຳຢັ້ງຢືນຂອງທ່ານ Casey Mace, ເຈົ້າໜ້າທີ່ອາວຸໂສຂອງ ອາເມລິກາ ຮັບຜິດຊອບ APEC ເມື່ອຕອບສຳພາດຕໍ່ສື່ມວນຊົນ ກ່ຽວກັບເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ເດີນທາງອອກຈາກ ສ.ເກົາຫຼີ ໂດຍໄວ ແລະ ບໍ່ເຂົ້າຮ່ວມວາລະປະຊຸມຫຼັກຂອງບັນດາການນຳ APEC ເຊິ່ງໄດ້ດຳເນີນຢູ່ນະຄອນ Gyeongju, ແຂວງ Gyeongju ເໜືອຂອງ ສ.ເກົາຫຼີ.

ເມື່ອຕອບຄຳຖາມຂອງບັນດານັກຂ່າວ, ທ່ານ Casey Mace ໃຫ້ຮູ້ວ່າ ລາຍການເຄື່ອນໄຫວຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ອະນຸຍາດໃຫ້ຢູ່ຕໍ່ເຂົ້າຮ່ວມໝົດທຸກການເຄື່ອນໄຫວໄດ້, ແຕ່ເລື່ອງການນຳ ອາເມລິກາ ເຂົ້າຮ່ວມ ແລະ ດຳເນີນການພົບປະສອງຝ່າຍໃນສອງມື້ຜ່ານມາ ແມ່ນ “ການພິສູດໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບ APEC”.

ທ່ານ Casey Mace ເນັ້ນໜັກວ່າ ອາເມລິກາ ສືບຕໍ່ຖື APEC ເປັນພື້ນຖານສຳຄັນເພື່ອຊຸກຍູ້ໂຄງການດຳເນີນງານໃນຂົງເຂດເສດຖະກິດຂອງ ອາເມລິກາ ຢູ່ ພາກພື້ນ.

(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top