• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຫ້າມ​ຜັນ​ຂະ​ຫຍາຍ​ອາ​ວຸດ​ໃນ​ອາ​ວະ​ກາດ

ວັນທີ 7 ທັນວາ ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາຮ່າງມະຕິໂດຍລັດເຊຍສະເໜີກ່ຽວກັບການຫ້າມຜັນຂະຫຍາຍອາວຸດທຳອິດໃນອາວະກາດ. ຂໍ້ລິເລີ່ມຂອງລັດເຊຍໄດ້ຮັບບັດສະໜັບສະໜູນ 122 ບັດ, ບັດຄ້ານ 50 ບັດ ແລະ ບັດຂາວ 4 ບັດ.
  ກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ນິວຢອກ (ພາບ: AFP/TTXVN)  

ມະຕິ ມີຊື່ເຕັມວ່າ “ບໍ່ຜັນຂະຫຍາຍອາວຸດທຳອິດໃນອາວະກາດ”, ໄດ້ກະຕຸກຊຸກຍູ້ໃຫ້ສະມາຊິກ ສປຊ ທັງໝົດ, ເປັນຕົ້ນແມ່ນບັນດາປະເທດ ທີ່ມີຄວາມສາມາດດ້ານອາວະກາດ, ຊັ່ງຊາຄວາມສາມາດ “ຊຸກຍູ້ຢ່າງເໝາະສົມຕໍ່ຄຳໝັ້ນສັນຍາດ້ານການເມືອງກ່ຽວກັບເລື່ອງບໍ່ໃຫ້ກາຍເປັນປະເທດທຳອິດທີ່ຜັນຂະຫຍາຍອາວຸດໃນອາວະກາດ”.

ຕາມເອກະສານດັ່ງກ່າວແລ້ວ, ກອງປະຊຸມ ສະມັດຊາໃຫຍ່ ສປຊ ຈະເລັ່ງໃຫ້ມີການເຄື່ອນໄຫວແທດຈິງ ໂດຍໄວ ບົນພື້ນຖານຮ່າງສົນທິສັນຍາທີ່ໄດ້ອັບເດັດກ່ຽວກັບການຫ້າມຜັນຂະຫຍາຍອາວຸດໃນອາວະກາດ. ຮ່າງສົນທິສັນຍາສະບັບນີ້ ໂດຍຈີນ ແລະ ລັດເຊຍ ຍົກອອກມາຢູ່ກອງປະຊຸມຫຼຸດຜ່ອນປົດອາວຸດການທະຫານ ໃນປີ 2008 ເພື່ອແນໃສ່ສະກັດກັ້ນຄວາມສ່ຽງຊ່ວງເສັງ ອາວຸດໃນອາວະກາດ, ພ້ອມທັງຖືສິ່ງນີ້ແມ່ນໜ້າທີ່ຈຳເປັນ ແລະ ຮີບດ່ວນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top