• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ- ກຳ​ປູ​ເຈຍ​ສະ​ໜັບ​ສະ​ໜູນ​ຍູ້​ແຮງ​ການ​ເຊື່ອມຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ສະ​ໜັບ​ສະ​ໜູນ​ການ​ຍູ້​ແຮງ​ການເຊືິອມຕໍ່ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ຄົມ​ມະ​ນາ​ຄົມ​ທາງ​ບົກ, ການເດີນ​ທະ​ເລ ແລະ ການ​ບິນ
  ທ່ານ​ປ​ະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Manet (ພາບ: TTXVN)  

ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປ​ະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ພວມ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3 ແຕ່​ວັນ​ທີ 8 – 9 ມິ​ຖຸ​ນາ.

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ສະ​ໜັບ​ສະ​ໜູນ​ການ​ຍູ້​ແຮງ​ການເຊືິອມຕໍ່ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ຄົມ​ມະ​ນາ​ຄົມ​ທາງ​ບົກ, ການເດີນ​ທະ​ເລ ແລະ ການ​ບິນ, ບັນ​ດາ​ຄູ່​ດ່ານ​ຊາຍ​ແດນ​ເພື່ອ​ແນ​ໃສ່​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ຮ່ວມ​ມື​ການ​ຄ້າ, ການ​ລົງ​ທຶນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ກ​ານ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ. ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ເຮັດ​ໃຫ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ເລິກ​ເຊິ່ງກວ່າ​ອີກ ຜ່ານ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ບັນ​ດາ​ກຳ​ມາທິ​ການ​ສະ​ເພາະ​ກິດ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ເພດ​ຍິງ, ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຄື ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ (IPU)…

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ໄທ, ໃນ​ນັ້ນ​ມີ​ພັກ​ພູມ​ໃຈ​ໄທ.

Top