• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ຢູ່​ແຂວງ ລາຍ​ເຈົາ

ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ 338 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາສາລາວ ໄດ້ຮັບຈົດໝາຍ 21 ສະບັບ.
ພາຍຫຼັງທີ່ພວກຂ້າພະເຈົ້າລົງພາບສາລະຄະດີ “ຄວາມງາມຢູ່ ຕາມກົກ ໃນຍາມເຂົ້າສຸກເຫຼືອງ” ໃນເວັບໄຊ vovworld.vn, ທ່ານຜູ້ຟັງລາວຫຼາຍທ່ານໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການ ໂດຍແບ່ງປັນວ່າ ມັກທິວທັດທຳມະຊາດຢູ່ທີ່ນີ້ຫຼາຍ ແລະ ຈະມາ ນິງບິ່ງ ເພື່ອສຳຜັດກັບທັດສະນີຍະພາບທີ່ສວຍງາມນີ້. ໃນນັ້ນ, ເພື່ອນ ມະນີໄລ ເຊິ່ງເປັນນັກສຶກສາມະຫາວິທະຍາໄລແພດສາດ ຮ່າຕິງ ໄດ້ຂຽນມາວ່າ: “ຕາມກົກ ລະດູໃດກໍງາມ. ນ້ອງເຄີຍໄປທ່ຽວ ຕາມກົກ ມາແລ້ວ ແຕ່ຕອນນັ້ນບໍ່ແມ່ນລະດູເຂົ້າສຸກເຫຼືອງ. ນ້ອງກຳລັງມະໂນພາບວ່າ ຕົນເອງທັງຂີ່ເຮືອຊົມວິວທັງດົມກິ່ນຫອມຂອງເຂົ້າສຸກເຫຼືອງ. ໂອຍ…ພຽງແຕ່ຄິດກໍ່ມ່ວນແລ້ວ. ນ້ອງຕ້ອງຊວນໝູ່ໄປ ຕາມກົກ ອີກຄັ້ງໜຶ່ງ”.

ຈົດໝາຍສະບັບຕໍ່ໄປແມ່ນຂອງເພື່ອນ ແກ້ວມະນີ ຝາກມາຈາກແຂວງ ວຽງຈັນ. ເພື່ອນ ແກ້ວມະນີ ໄດ້ຂຽນ: “ອາທິດແລ້ວນີ້, ຂ້າພະເຈົ້າໄດ້ຮັບຟັງທາງລາຍການແນະນຳກ່ຽວກັບຂົວແກ້ວຢູ່ແຂວງ ລາຍເຈົາ.  ນອກຈາກຂົວແກ້ວແລ້ວ, ແຂວງ ລາຍເຈົາ ຍັງມີສະຖານທີ່ທ່ອງທ່ຽວໃດແດ່?”

  ບ້ານທ່ອງທ່ຽວ ຊິນຊວຍໂຮ່ (ພາບ: laichau.gov.vn)  

ນອກຈາກຂົວແກ້ວ ຮົ່ງເມິຍ ແລ້ວ, ຢູ່ແຂວງລາຍເຈົາຍັງມີສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຫຼາຍແຫ່ງ, ພິເສດແມ່ນເຂດທ່ອງທ່ຽວແບບຊຸມຊົນ. ໃນລາຍການນີ້, ພວກຂ້າພະເຈົ້າຈະແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງໃຫ້ເພື່ອນ ແກ້ວມະນີ ແລະ ທ່ານຜູ້ຟັງ:

- ທຳອິດເຊີນທ່ານມາຢາມ ບ້ານທ່ອງທ່ຽວ ຊິນຊວຍໂຮ່ ເຊິ່ງໄດ້ຮັບການຂະໜານນາມວ່າແມ່ນ “ດິນແດນແຫ່ງດອກກວ້ຍໄມ້     ຫຼື  “ບ້ານເຜົ່າມົ້ງທີ່ສວຍງາມທີ່ສຸດເຂດ ເຕິຍບັກ”. ສະຖານທີ່ທ່ອງທ່ຽວທີ່ກ່າວມານັ້ນແມ່ນຈຸດພິເສດຂອງບ້ານແຫ່ງນີ້. ເມື່ອມາແຫ່ງນີ້, ແຂກທ່ອງທ່ຽວຈະຖືກຈະປະທັບໃຈກັບຈຸດທີ່ເປັນເອກະລັກສະເພາະທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າມົ້ງ ຢູ່ແຂວງ ລາຍເຈົາ. ໄປຄຽງຄູ່ກັນນັ້ນ, ຢູ່ທີ່ນີ້ຍັງມີອາກາດປອດໂປ່ງ ພ້ອມດ້ວຍໂຖດອກກ້ວຍໄມ້  ນັບພັນໂຖ, ຕົ້ນໝາກຄາຍປ່ານັບໝື່ນຕົ້ນ ເຊິ່ງຜູ້ໃດເຫັນແລ້ວກໍຕ້ອງຕາຕ້ອງໃຈ.

- ທີສອງ, ແມ່ນບ້ານທ່ອງທ່ຽວຊຸມຊົນ ຊີນເທົ່າຈ໋າຍ ໄດ້ດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າຢ້າວ, ດ້ວຍອາກາດປອດໂປ່ງ, ສະຫງົບງຽບ ແລະ ສວຍງາມດັ່ງໃນຝັນ. ນອກຈາກນັ້ນແລ້ວ, ຢູ່ທີ່ນີ້ຍັງມີສະຖານທີ່ ໂດດຈ້ອງເວີ່ນເວຫາ ແລະ ສາມາດສູບອາກາດຊົມວິວ ພູູຕາແລງ - ເຊິ່ງເປັນຈອມພູສູງອັນດັບສອງຂອງ ອິນດູຈີນ ແລະ ມີທິວທັດທຳມະຊາດທີ່ສວຍສົດງົດງາມ.

ບໍ່ພຽງແຕ່ເທົ່ານັ້ນ, ທ່ານຍັງສາມາດເຂົ້າຮ່ວມການຄົ້ນຫາພິຊິດຈອມພູສູງກວ່າ 2.000 ແມັດ ເປັນຕົ້ນແມ່ນ ພູສີລຸງ, ພູຕາແລງ, ຈອມພູ ແບກໂມກເລືອງຕື ຫຼື ຕາລຽນເຊີນ.

ດັ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຈຳນວນໜຶ່ງຢູ່ແຂວງ ລາຍເຈົາ ໄດ້ນຳມາສະເໜີໃຫ້ເພື່ອນ ແກ້ວມະນີ ແລະ ທ່ານຜູ້ຟັງທັງຫຼາຍ ທາບທາມ ແລະ ອາດຈະຂຶ້ນແຜນໄປທ່ອງທ່ຽວຄົ້ນຫາ ຫວຽດນາມ ໃນໄລຍະຈະມາເຖິງ.

  ເອືອບຊາດອກບົວ ແມ່ນເຕັກນິກທີ່ລະອຽດອ່ອນຂອງຊາວ ຮ່າໂນ້ຍ (ພາບ: vietnamnet.vn)  

 “ບຶງບົວ ຢູ່ ຫວຽດນາມ ພວມພາກັນເບັ່ງບານ ບໍ່ວ່າຈະແມ່ນສີຂາວ ຫຼືສີບົວ ກໍ່ງາມຄືກັນໝົດ”. ນັ້ນແມ່ນຄຳແບ່ງປັນຂອງເພື່ອນ ນ້ຳຝົນຢູ່ແຂວງ ວຽງຈັນ ພາຍຫຼັງກັບມາແຕ່ການໄປປະຕິບັດງານຢູ່ຫວຽດນາມ. ເພື່ອນແບ່ງປັນວ່າ ຢູ່ລາວກໍມີດອກບົວຄືກັນ ແຕ່ບໍ່ຫຼາຍຄືຢູ່ ຫວຽດນາມ ແລະ ກໍບໍ່ໄດ້ໃຊ້ເອືອບຊາຄືຢູ່ ຫວຽດນາມ. ເພິ່ນກໍໄດ້ຊິມຊາເອືອບດອກບົວເທື່ອໜຶ່ງແລ້ວ ແລະ ມັກຫຼາຍ. ສະນັ້ນ, ເພື່ອຢາກຊອກຮູ້ກ່ຽວກັບວິທີເອືອບຊາດອກບົວເປັນຄືແນວໃດ. ຫວັງວ່າ ອ້າຍເອື້ອຍບັນນາທິການລາຍການພາກພາສາລາວ ແນະນຳໃຫ້ຂ້າພະເຈົ້າແດ່. ຂໍຂອບໃຈ.

ເອືອບຊາແມ່ນເຕັກນິກທີ່ລະອຽດອ່ອນຂອງຊາວ ຮ່າໂນ້ຍ ເຊິ່ງໄດ້ດຳເນີນດ້ວຍຫຼາຍຂັ້ນຕອນຢ່າງລະອຽດ ແລະ ຮຽກຮ້ອງໃຫ້ມີເຕັກນິກສູງ. ແຕ່ສ່ວນຫຼາຍມັກເຮັດຕາມຂັ້ນຕອນດັ່ງລຸ່ມນີ້.

ທຳອິດ ໃຫ້ເພື່ອນກະກຽມຊາແຫ້ງ ແລະ ດອກບົວ, ດອກບົວແຕ່ລະດອກສາມາດເອືອບຊາໄດ້ປະມານ 10 – 20 ກຣາມ ຂຶ້ນກັບຂະໜາດໃຫຍ່  - ນ້ອຍຂອງແຕ່ລະດອກ. ຫຼັງຈາກນັ້ນ, ພີ່ກີບດອກບົວໃຫ້ເຫັນເກສອນ ແລ້ວ ເອົາຊາໃສ່  ຫຼັງຈາກນັ້ນ ຮຸບປາກດອກບົວເຂົ້າຄືນ ແລ້ວເອົາເຊືອກມັດ ເພື່ອບໍ່ໃຫ້ກີບດອກບົວເຕີ່ຍອອກຈາກກັນ, ກິ່ນຫອມຂອງດອກບົວຈະໄດ້ຮັກສາໄວ້ຢູ່ໃນນັ້ນ. ສຸດທ້າຍ, ແມ່ນເອົາງ່າດອກບົວນັ້ນໄປແຊ່ນ້ຳ 1 ວັນ, 1 ຄືນ ເພື່ອໃຫ້ດອກບົວສືບຕໍ່ດູດສານອາຫານ ແລະ ໃຫ້ກິ່ນຫອມຂອງດອກບົວກົມກຽວເຂົ້າກັບຊາ.

ດັ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນບັນດາຂັ້ນຕອນພື້ນຖານຂອງການເອືອບຊາດອກບົວ, ໃນແຕ່ລະຂັ້ນຕອນຈະມີເຄັດລັບ ແລະເຕັກນິກສະເພາະຂອງມັນ ເພື່ອໃຫ້ອອກຈອກຊາເອືອບດອກບົວມີລົດຊາດແຊບທີ່ສຸດ. ເພື່ອນກໍສາມາດເຂົ້າເບິ່ງແຕ່ລະຂັ້ນຕອນລະອຽດໃນຄໍລຳ Media ຂອງ ລາຍການກະຈາຍສຽງພາກພາສາລາວໃນເວັບໄຊ vovworld.vn.  

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ.ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top