• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ສອນພາສາ ຫວຽດ ໃນເຂດດິນແດນລ້ານຊ້າງ

ມີຄູ, ອາຈານນັບຮ້ອຍຄົນເປັນຊາວ ຫວຽດນາມ ພວມສິດສອນໃນປະເທດລາວ, ດ້ວຍຄວາມມຸ່ງມາດປາດຖະໜາຢາກໃຫ້ລູກຫຼານຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ຮຽນພາສາແມ່. ອາຈານຄູສອນ ເຈືອງຊວນເຟືອງ (ເກີດປີ 1987), ບ້ານເກີດຢູ່ຕາແສງ ເຊີນຖຸຍ, ເມືອງ ເລ້ຖຸຍ, ແຂວງ ກວາງບິ່ງ ກໍ່ມີຄວາມຫວັງແນວນັ້ນ.

ເວລາຫາກໍ່ຮຽນຈົບມະຫາວິທະຍາໄລ, ແທນທີ່ຈະສິດສອນຢູ່ບ້ານເກີດເມືອງນອນຂອງຕົນ, ອາຈານ ເຟືອງ ໄດ້ເລືອກໄປເມືອງລາວ, ສອນພາສາ ຫວຽດ ໃຫ້ແກ່ລູກຫຼານຊາວ ຫວຽດນາມ ອາໄສຢູ່ແຂວງຄຳມ່ວນ.

  ອາຈານ ເຈືອງຊວນເຟືອງ ຢູ່ຫ້ອງຮຽນ ປໍ5, ໂຮງຮຽນ ທົ໋ງເຍີດ (ເອກະພາບ)  

ດ້ວຍນ້ຳສຽງຊາວພາກກາງທີ່ອ່ອນໂຍນ ແຕ່ແຈ້ງດີ, ອາຈານ ເຟືອງ ພວມແນະນຳໃຫ້ນັກຮຽນອ່ານແຕ່ລະປະໂຫຍກໃນບົດ “ດອກຈຳປີ”. ໃນຈຳນວນນັກຮຽນ 20 ຄົນທີ່ພວມຮັບຟັງອາຈານສອນນັ້ນ, ບໍ່ຮູ້ວ່າມີຈັກຄົນທີ່ຮູ້ວ່າ ດອກຈຳປີມີຮູບຮ່າງຄືແນວໃດ, ແຕ່ຜ່ານການສິດສອນອາຈານ, ຜ່ານບົດກະວີນັ້ນ, ພວກນ້ອງນັກຮຽນ ປໍ5 ຮູ້ໄດ້ວ່າ: ຕົ້ນດອກຈຳປີໃຫຍ່, ສູງ, ມີດອກສີຂາວ, ກິ່ນຫອມ... ຫ້ອງຮຽນດັ່ງກ່າວ, ແມ່ນຂຶ້ນກັບໂຮງຮຽນປະຖົມ ທົ່ງເຍີດ (ເອກະພາບ), ຢູ່ເທດສະບານ ທ່າແຂກ, ແຂວງ ຄຳມ່ວນ, ເຖິງວ່າແມ່ນນັກຮຽນ ປໍ5 ແລ້ວ, ແຕ່ຍ້ອນໄດ້ກຳເນີດ ແລະ ເຕີບໃຫຍ່ໃນເຂດດິນແດນລາວ, ດັ່ງນັ້ນ, ສຳລັບພວກນ້ອງແລ້ວ, ພາສາ ຫວຽດ ກໍຄ້າຍຄືກັບວ່າເປັນພາສາຕ່າງປະເທດ. ໂດຍໄດ້ສິດສອນ ແລະ ດຳລົງຊີວິດເປັນເວລາຫຼາຍປີໃນເຂດດິນແດນລ້ານຊ້າງ, ຖືປະເທດລາວ ຄືດັ່ງບ້ານເກີດເມືອງນອນແຫ່ງທີສອງຂອງຕົນ, ດັ່ງນັ້ນ, ອາຈານ ເຟືອງ ມີຄວາມສຸດຈິດສຸດໃຈເພື່ອສອນພາສາໃຫ້ພວກນ້ອງນັກຮຽນ. ແນ່ນອນວ່າ, ບັນດາບົດຮຽນທີ່ອາຈານສອນນັ້ນແມ່ນບໍ່ທັນພຽງພໍ ເພື່ອໃຫ້ພວກນ້ອງ “ຊາວຕ່າງປະເທດ” ຮຽນພາສາ ຫວຽດ ໄດ້ດີເທື່ອ, ອາຈານ ກໍ່ຕ້ອງຮຽນຮູ້ເພີ່ມຈາກພຶດຕິກຳຕົວຈິງນຳອີກ:

“ຖ້າຫາກສອນພວກນ້ອງຄືກັນກັນກັບຄົນ ຫວຽດ ທຳມະດາແມ່ນບໍ່ມີປະສິດທິຜົນ, ຕ້ອງສອນຕາມວິທີສອນ ສົບທົບກັບການລະຫຼິ້ນ ພວກນ້ອງຈຶ່ງເຂົ້າໃຈໄວ. ພິເສດ, ພວກນ້ອງນ້ອຍຊາວ ຫວຽດ ຢູ່ແຫ່ງນີ້ແມ່ນລຸ້ນຄົນທີ 5, 6 ແລ້ວ, ໃນຊີວິດປະຈຳວັນເຄີຍເວົ້າແຕ່ພາສາ ລາວ, ບໍ່ຮູ້ພາສາ ຫວຽດ ຫຼາຍ. ດັ່ງນັ້ນ, ຂ້າພະເຈົ້າຕ້ອງສອນແບບອະທິບາຍຄຳສັບ ຫວຽດ ເປັນພາສາລາວ ສົມທົບກັບການນຳໃຊ້ຮູບພາບປະກອບຕ່າງໆເພື່ອເໝາະສົມກັບບົດຮຽນ, ຕົວຢ່າງຄື ຮຽນສັບ “ເບ໋” ຕ້ອງໄດ້ນຳຮູບພາບຂອງ ເດັກນ້ອຍ ມາສະແດງ ຫຼື ວ່າເມື່ອສອນພວກນ້ອງອອກສຽງ “ວັນນະຍຸດ ຫ໋ອຍ” ໃນບົດຄ້ອງປານັ້ນ ຕ້ອງມີຮູບຂອງຄ້ອງໃຫ້ພວກນ້ອງເບິ່ງ”.

ຍ້ອນຄວາມຮ້ອນ, ສາຍລົມຂອງເຂດດິນແດນທາງພາກກາງລາວ ຈຶ່ງເຮັດໃຫ້ຜິວອາຈານຍິ່ງດຳ. ຮ່າງຄີງຈ່ອຍສູງ, ແຕ່ຮອຍຍິ້ມສົດໃສ, ດັ່ງນັ້ນຈຶ່ງເຮັດໃຫ້ພວກນ້ອງນັກຮຽນຍິ່ງມີຄວາມຮັກແພງຕໍ່ອາຈານ. ອາຈານສອນຊັ້ນປະຖົມ, ດັ່ງນັ້ນ, ນອກຈາກສິດສອນໜັງສືແລ້ວ, ອາຈານຍັງໄດ້ສິດສອນ, ແນະນຳໃຫ້ພວກນ້ອງນັກຮຽນກ່ຽວກັບການດຳລົງຊີວິດປະຈຳວັນ, ທັງແມ່ນອາຈານ, ທັງເປັນຜູ້ປົກຄອງພວກນ້ອງ. ເປັນບຸນວາດສະໜາທີ່ອາຈານໄດ້ໄປສິດສອນຢູ່ປະເທດລ້າງຊ້າງກໍ່ແມ່ນໂອກາດໂດຍບັງເອີນ, ອາຈານ ເຟືອງ ເລົ່າສູ່ຟັງວ່າ: ເມື່ອປີ 2011, ແຂວງ ກວາງບິ່ງ ມີແຈ້ງການກ່ຽວກັບການຄັດເລືອກ ຄູສອນ ໄປສອນພາສາຢູ່ລາວ, ອາຈານໄດ້ຈົດທະບຽນເຂົ້າຮ່ວມການຄັດເລືອກແຕ່ໃນໃຈຍັງມີຄວາມຄິດຫຼາຍຢ່າງ. ແຕ່ດ້ວຍການລະດົມ ແລະ ການສະໜັບສະໜູນຈາກຄອບຄົວ, ອາຈານ ຈົ່ງໄດ້ໃຫ້ກຳລັງໃຈຕື່ມອີກເພື່ອຜ່ານຜ່າຄວາມຫຍຸ້ງຍາກເມື່ອຕັດສິນໃຈໄປເມືອງລາວ:

“ເວລາທີ່ຫາກໍ່ໄປເມືອງລາວນັ້ນ, ຄວາມຫຍຸ້ງຍາກທີ່ສຸດແມ່ນການທັກທາຍລະຫວ່າງ ອາຈານ ແລະ ພວກນ້ອງນັກຮຽນ, ສ່ວນສຳລັບບັນຫາດ້ານວັດທະນະທຳ, ຮີຄອງປະເພນີຂອງຊາວລາວນັ້ນ ຈະບໍ່ມີຄວາມແຕກຕ່າງກັນຫຼາຍເມືື່ອທຽບໃສ່ຊາວ ຫວຽດ ເຮົາ, ດັ່ງນັ້ນ, ຂ້າພະເຈົ້າໄດ້ຄ່ອຍໆປັບຕົວເຂົ້າກັບແບບແຜນການດຳລົງຊີວິດຂອງເຂົາເຈົ້າ. ການນຳຂອງສະມາຄົມຊາວ ຫວຽດນາມ ກໍ່ມີຄວາມເອົາໃຈໃສ່, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈເປັນປະຈຳ, ວັນບຸນຕ່າງໆຄື ວັນຄູ ຫວຽດນາມ (ວັນທີ 20 ພະຈິກ) ກໍ່ລ້ວນແຕ່ຈັດການສະເຫຼີມສະຫຼອງໃຫ້ພວກຂ້າພະເຈົ້າ”.

  ນັກຮຽນປໍ5 ຂອງ ອາຈານ ເຟືອງ  

ຄຳຂວັນທີ່ວ່າ “ຮຽນແລ້ວ, ຮຽນອີກ, ຮຽນເລື້້ອຍໆໄປ” ແມ່ນເໝາະສົມກັບອາຈານເຟືອງ ທີ່ສຸດ. ເປັນຜູ້ສອນພາສາ ຫວຽດ ແຕ່ອາຈານຕ້ອງຮຽນພາສາລາວ, ເຂົ້າໃຈຮີດຄອງປະເພນີຂອງຊຸມຊົນ ເພື່ອເຂົ້າໃຈລູກສິດຂອງຕົນໄດ້. ດ້ວຍຄວາມຮັບຜິດຊອບ, ຄວາມຮັກແພງ ແລະ ຍິ່ງກ່ວານັ້ນແມ່ນພາລະໜ້າທີ່ “ຜູ້ສອນພາສາ ຫວຽດ” ອາຈານ ເຟືອງ ຍາມໃດກໍ່ໄດ້ຮັບຄວາມເຄົາລົບນັບຖື, ຄວາມຮັກແພງຈາກພວກນ້ອງນັກຮຽນຂອງຕົນ. ເມື່ອແບ່ງປັນກ່ຽວກັບຄວາມຮັກແພງ, ຄວາມເຄົາລົບ ແລະ ຮູ້ບຸນຄຸນຕໍ່ອາຈານໃນຫຼາຍປີຜ່ານມາ, ນ້ອງ ວິໄລພອນ, ນັກຮຽນຫ້ອງ ປໍ5, ໂຮງຮຽນເອກະພາບ ໄດ້ເວົ້າດ້ວຍນ້ຳສຽງທີ່ບໍ່ທັນແຈ້ງດີປານໃດວ່າ:

“ຍາມໃດອາຈານ ເຟືອງ ກໍ່ພະຍາຍາມຖ່າຍທອດບົດຮຽນ, ຄວາມຮູ້ໃຫ້ແກ່ພວກນ້ອງ, ແຕ່ລະເທືື່ອ, ເມື່ອຮອດເວລາສອບເສັງ, ອາຈານ ໄດ້ລະດົມກຳລັງໃຈພວກນ້ອງ ເພື່ອໃຫ້ພວກນ້ອງມີຄວາມພະຍາຍາມຕື່ມອີກ. ໃນບັນດາການເຄື່ອນໄຫວນອກຫຼັກສູດ, ອາຈານກໍ່ຊ່ວຍເຫຼືອດ້ວຍຄວາມສຸດຈິດສຸດໃຈ. ພວກນ້ອງໃຜໆກໍ່ຮັກແພງອາຈານຫຼາຍ”.

ອາດເວົ້າໄດ້ວ່າ ຍ້ອນຄວາມເຄົາລົບນັບຖື, ຄວາມຮັກແພງ, ນ້ຳໃຈມັກການຮຽນຂອງພວກນ້ອງນັກຮຽນແມ່ນກຳລັງໜູນເພື່ອຊ່ວຍໃຫ້ ອາຈານ ເຟືອງ ມີຄວາມສະໜິດຕິດພັນອັນຍາວນານ ແລະ ສ້າງຄອບຄົວຢູ່ດິນແດນແຫ່ງນີ້. ຜົວເມຍຂອງອາຈານເຟືອງ ມີຄວາມມຸ່ງມາດປາດຖະໜາສ້າງສູນສິດສອນພາສາ ຫວຽດ ເພື່ອຮັບໃຊ້ພວກນ້ອງນັກຮຽນທີ່ຢາກຮຽນເພີ່ມເພື່ອໄປຮຽນມະຫາວິທະຍາໄລຢູ່ ຫວຽດນາມ, ເຂົາເຈົ້າປາດຖະໜາຢາກໃຫ້ພວກນ້ອງໄດ້ຮຽນພາສາ ຫວຽດ ແບບດີໆເພື່ອໝັ້ນໃຈກ້າວເດີນໃນເສັ້ນທາງທີ່ພວກນ້ອງໄດ້ເລືອກ.

  ອາຈານ ເຟືອງ ແລະ ເມຍຂອງຕົນມີຄວາມມຸ່ງມາດປາດຖະໜາສ້າງສູນບຳລຸງສ້າງພາສາ ຫວຽດ ໃຫ້ນັກຮຽນມີຄວາມຕ້ອງການຮຽນພາສາ ຫວຽດ ເພື່ອໄປຮຽນຢູ່ ຫວຽດນາມ  

ໃນເວລາກ່ວາ 10 ປີທີ່ໄດ້ປະຕິບັດງານໃນເຂດດິນແດນລາວ, ອາຈານ ເຈືຶອງວັນເຟືອງ ແມ່ນແບບຢ່າງທີ່ມີຜົນງານດີເດັ່ນ ແລະ ເປັນກຽດໄດ້ຮັບໃບຍ້ອງຍໍຂອງຄະນະກຳມະການ ປະຊາຊົນແຂວງ ຄຳມ່ວນ, ແຂວງ ກວາງບິ່ງ, ສະຖານກົງສູນໃຫຍ່ ແລະ ພະແນກສຶກສາທ້ອງຖິ່ນ... ບັນດາໝາກຜົນນັ້ນ, ບໍ່ພຽງແຕ່ສະແດງໃຫ້ເຫັນນ້ຳໃຈຄວາມຮັບຜິດຊອບ, ຄວາມຮັກອາຊີບຂອງອາຈານເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຮັກສາ, ເສີມຂະຫຍາຍວັດທະນະທຳຂອງ ຫວຽດນາມ ໃຫ້ແກ່ຊາວ ຫວຽດນາມ ທີ່ພວມດຳລົງຊີວິດໃນເຂດດິນແດນລາວອີກດ້ວຍ./.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top