• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜະ​ລິດ​ຕະ​ພັນ​ໄມ້ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ງານ​ວາງ​ສະ​ແດງ​ເຄື່ອງ ເຟີ​ນີ​ເຈີ ໃຫ​ຍ່​ທີ່​ສຸດ​ຢູ່ ອັງ​ກິດ

ຕາມສະມາຄົມໄມ້ ແລະ ເຄື່ອງປ່າຂອງດົງ ຫວຽດນາມ (VIFOREST) ແລ້ວ, ການສົ່ງອອກຜະລິດຕະພັນເຟີນີເຈີ ຂອງ ຫວຽດນາມ ຄາດວ່າບັນລຸ 16 ຕື້ USD ໃນປີ 2022. ຂະແໜງໄມ້ ວາງເປົ້າໝາຍຮອດປີ 2030 ໃຫ້ບັນລຸມູນຄ່າສົ່ງອອກ 25 ຕື້ USD.
  ຮ້ານວາງສະແດງເຄື່ອງເຟີນີເຈີຂອງ ຫວຽດນາມ ໃນງານວາງສະແດງ (ພາບ: TTXVN)  

ມີວິສາຫະກິດ 6 ແຫ່ງຂອງ ຫວຽດນາມ ໄດ້ເຂົ້າຮ່ວມງານວາງສະແດງ ແລະ ແນະນຳບັນດາຜະລິດຕະພັນເຟີນີເຈີໃນງານວາງສະແດງເຄື່ອງ ເຟີນີເຈີ ປະຈຳປີ ເຊິ່ງມີຂອບຂະໜາດໃຫຍ່ທີ່ສຸດຂອງ ອັງກິດ January Furniture Show (JFS) 2023, ດຳເນີນໃນລະຫວ່າງວັນທີ 22 – 25 ມັງກອນ ຢູ່ສູນວາງສະແດງແຫ່ງຊາດ (NEC) ຢູ່ນະຄອນ Birmingham ຂອງ ອັງກິດ. ໃນງານວາງສະແດງດັ່ງກ່າວ,  ບັນດາວິສາຫະກິດ ຫວຽດນາມ ໄດ້ແນະນຳກ່ຽວກັບຜະລິດຕະພັນເຟີນີເຈີ ກໍຄື ຂັ້ນຕອນຜະລິດ ແລະ ຈຳໜ່າຍບັນດາຜະລິດຕະພັນເຫຼົ່ານັ້ນ… ໂດຍເປັນປະເທດຜະລິດ ແລະ ສົ່ງອອກເຄື່ອງເຟີນີເຈີໃຫຍ່ອັນດັບທີ 3 ໃນໂລກ ແລະ ໃຫຍ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດອັງກິດ, ເຖິງຢ່າງໃດກໍຕາມ ຕ້ອງເປັນເຈົ້າການເຂົ້າຮ່ວມບັນດາງານຕະຫຼາດນັດຄືແນວນີ້ເພື່ອຊອກຫາ, ສ້າງສາຍສຳພັນກັບບັນດາຄູ່ຮ່ວມມື ແລະ ເປີດກວ້າງຕະຫຼາດຢູ່ ອັງກິດ.

ຕາມສະມາຄົມໄມ້ ແລະ ເຄື່ອງປ່າຂອງດົງ ຫວຽດນາມ (VIFOREST) ແລ້ວ, ການສົ່ງອອກຜະລິດຕະພັນເຟີນີເຈີ ຂອງ ຫວຽດນາມ ຄາດວ່າບັນລຸ 16 ຕື້ USD ໃນປີ 2022. ຂະແໜງໄມ້ ວາງເປົ້າໝາຍຮອດປີ 2030 ໃຫ້ບັນລຸມູນຄ່າສົ່ງອອກ 25 ຕື້ USD.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top