• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ​ະ​ທານ​ປະ​ເທດ​ ເລືອງ​ເກື່ອງ ຢ້ຽມ​ຢາມ​ນະ​ຄອນ ບູ​ຊານ, ສ.ເກົາຫຼີ

ຕອນບ່າຍວັນທີ 1 ພະຈິກ, ໃນຂອບເຂດການເຂົ້າຮ່ວມສັບປະດາຂັ້ນສຸດຍອດ APEC 2025 ແລະ ເຮັດວຽກສອງຝ່າຍຢູ່ ສ.ເກົາຫຼີ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເດີນທາງໄປຢ້ຽມຢາມນະຄອນ ບູຊານ ແລະ ພົບປະທ່ານ Park Heong Joon, ເຈົ້າຄອງນະຄອນ ບູຊານ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພົບປະທ່ານ Park Heong Joon, ເຈົ້າຄອງນະຄອນ ບູຊານ

ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຢັ້ງຢືນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດແມ່ນຍັງໃຫຍ່ຫຼວງຢູ່ ແລະ ສອງຝ່າຍພວມຕັ້ງໜ້າຮ່ວມມືປະຕິບັດຜົນສຳເລັດຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 150 ຕື້ USD ໃນປີ 2030 ຕາມທິດດຸ່ນດ່ຽງ, ຍືນຍົງ. ທ່ານປະທານປະເທດສະເໜີໃຫ້ນະຄອນ ບູຊານ ສືບຕໍ່ຊຸກຍູ້ເປີດກວ້າງການຮ່ວມມືກັບບັນດາແຂວງ, ນະຄອນ ຫວຽດນາມ, ໂດຍສະເພາະແມ່ນໃນການຮ່ວມມືທີ່ມີທ່າແຮງຂອງນະຄອນ ບູຊາ ໃນຂົງເຂດທ່າກ່ຳປັ່ນທະເລ, ຕໍ່ກໍ່າປັ່ນ.

        ສ່ວນທ່ານ Park Heong Joon ໃຫ້ຄຳໝັ້ນສັນຍາວ່າ ນະຄອນ ບູຊານ ຈະສືບຕໍ່ສົມທົບກັບນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນຂອງ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການຮ່ວມມືແທດຈິງໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງ, ສ້າງເງື່ອນໄຂໃຫ້ປະຊາຄົມຊາວ ຫວຽດນາມ ນັບມື້ນັບເຊື່ອມໂຍງໄດ້ເປັນຢ່າງດີ, ເລິກເຊິ່ງກວ້າງຂວາງກວ່າ ແລະ ມີການປະກອບສ່ວນໃຫ້ແກ່ການພັດທະນາຂອງນະຄອນຫຼາຍກວ່າອີກ.

ກໍໃນຕອນບ່າຍວັນທີ 1 ພະຈິກ, ຢູ່ນະຄອນ ບູຊານ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ພົບປະກັບພະນັກງານບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

        ຕອນຄ່ຳວັນທີ 1 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ ບູຊານ, ສິ້ນສຸດການປະຕິບັດງານເຂົ້າຮ່ວມສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 32 ຢູ່ນະຄອນ Gyeongju ແລະ ການເຮັດວຽກສອງຝ່າຍຢູ່ ສ.ເກົາຫຼີ ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ  Lee Jae Myung ແຕ່ວັນທີ 29 ຕຸລາ ຫາວັນທີ 1 ພະຈິກ ຢ່າງຈົບງາມ.  

(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top