• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ກາດ​ຖານ​ຂໍ້​ມູນ​​ເອ​ເລັກ​ໂຕ​ນິກ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ

ໃນຂອບເຂດວາລະປະຊຸມຄັ້ງທີ 3 ຂອງສະພາເລືອກຕັ້ງແຫ່ງຊາດ, ທ່ານ ເລກວາງແມ້ງ ເລຂາທິການສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ປະກາດຖານຂໍ້ມູນເອເລັກໂຕນິກກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.
ພາບຖ່າຍໜ້າຈໍຂອງຖານຂໍ້ມູນເອເລັກໂຕນິກ

ວັນທີ 10 ພະຈິກ, ໃນຂອບເຂດວາລະປະຊຸມຄັ້ງທີ 3 ຂອງສະພາເລືອກຕັ້ງແຫ່ງຊາດ, ທ່ານ ເລກວາງແມ້ງ ເລຂາທິການສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ປະກາດຖານຂໍ້ມູນເອເລັກໂຕນິກກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ນີ້ແມ່ນຊ່ອງຂໍ້ມູນທາງການຂອງສະພາເລືອກຕັ້ງສະພາແຫ່ງຊາດ ດ້ວຍທີ່ຢູ່ http://hoidongbaucu.quochoi.vn/ ແລະ ໄດ້ເຊື່ອມຕໍ່ຜ່ານໂລໂກ້ຖານຂໍ້ມູນເອເລັກໂຕນິກຂອງສະພາແຫ່ງຊາດ http://quochoi.vn/.

ຖານຂໍ້ມູນດັ່ງກ່າວຈະສະໜອງຂໍ້ມູນ, ອັບເດັດ, ເຜີຍແຜ່, ຊອກຄົ້ນບັນດາເອກະສານຊີ້ນຳ, ເອກະສານແນະນຳກ່ຽວກັບວຽກງານການເລືອກຕັ້ງຂອງພັກ, ສະພາເລືອກຕັ້ງແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ, ຄະນະກຳມະການເລືອກຕັ້ງຢູ່ບັນດາແຂວງ, ນະຄອນ. ຜູ້ມີສິດເລືອກຕັ້ງຢູ່ທຸກເຂດພາກໃນທົ່ວປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສາມາດກຳໄດ້ວຽກງານເລືອກຕັ້ງທັງໝົດ; ຖາມຕອບກ່ຽວກັບການເລືອກຕັ້ງ; ບັນຊີຜູ້ອອກສະໝັກເລືອກຕັ້ງ, ໝາກຜົນຂອງການເລືອກຕັ້ງ, ຂໍ້ມູນກ່ຽວກັບການເຄື່ອນໄຫວເລືອກຕັ້ງຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ສາ​ກົນ​​ປະ​ທັບໃຈ​ຕໍ່​​ການ​ເຕີບ​ໂຕ​​ເສດ​ຖະ​ກິດ ຂອງຫວຽດ​ນາມ

ສື່ມວນ​ຊົນ​ສາ​ກົນ​​ປະ​ທັບໃຈ​ຕໍ່​​ການ​ເຕີບ​ໂຕ​​ເສດ​ຖະ​ກິດ ຂອງຫວຽດ​ນາມ

ໃນຊຸມວັນຜ່ານມາ, ບັນດາສຳນັກຂ່າວສານສາກົນໄດ້ຕີລາຄາສູງຕໍ່ທ່າຟື້ນຟູຢ່າງແຮງຂອງເສດຖະກິດ ຫວຽດນາມ, ເມື່ອລະດັບເຕີບໂຕໃນໄຕມາດທີ III ບັນລຸ 8,22%, ເຊິ່ງເປັນລະດັບສູງສຸດໃນກວ່າ 1 ທົດສະວັດຜ່ານມາ.

Top