• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ເອີລົບ ນັບມື້ນັບພັດທະນາ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ດ້ວຍ 15 ສະມາຊິກ, 15 ປີແຫ່ງການສ້າງຕັ້ງ ແຕ່ສະຫະພັນບັນດາສະມາຄົມວິສາຫະກິດ ຫວຽດນາມ ຢູ່ເອີລົບໄດ້ຈັດຕັ້ງບັນດາເວທີປາໄສວິສາຫະກິດໄດ້ 12 ເທື່ອເຊິ່ງສະແດງໃຫ້ເຫັນການພັດທະນາຢ່າງໄວ.

 ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ດ້ວຍ 15 ສະມາຊິກ, 15 ປີແຫ່ງການສ້າງຕັ້ງ ແຕ່ສະຫະພັນບັນດາສະມາຄົມວິສາຫະກິດ ຫວຽດນາມ ຢູ່ເອີລົບໄດ້ຈັດຕັ້ງບັນດາເວທີປາໄສວິສາຫະກິດໄດ້ 12 ເທື່ອເຊິ່ງສະແດງໃຫ້ເຫັນການພັດທະນາຢ່າງໄວ.

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ມອບຂອງຂວັນທີ່ລະນຶກໃຫ້ບັນດານັກທຸລະກິດ

ໃນຂອບເຂດການຢ້ຽມຢາມ ຮູງກາຣີ ຢ່າງເປັນທາງການ, ຕອນຄ່ຳວັນທີ 26 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບປະຊາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ເອີລົບ.

        ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ດ້ວຍ 15 ສະມາຊິກ, 15 ປີແຫ່ງການສ້າງຕັ້ງ ແຕ່ສະຫະພັນບັນດາສະມາຄົມວິສາຫະກິດ ຫວຽດນາມ ຢູ່ເອີລົບໄດ້ຈັດຕັ້ງບັນດາເວທີປາໄສວິສາຫະກິດໄດ້ 12 ເທື່ອເຊິ່ງສະແດງໃຫ້ເຫັນການພັດທະນາຢ່າງໄວວາ, ຍືນຍົງຂອງປະຊາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ເອີລົບ. ທ່ານປະທານສະພາແຫ່ງຊາດ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບຫຼາຍ, ຖັນແຖວວິສາຫະກິດ, ນັກທຸລະກິດກໍ່ນັບມື້ນັບພັດທະນາອັນໃຫຍ່ຫຼວງດ້ວຍຈຳນວນ 5,3 ລ້ານຄົນໃນ 130 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ:

        “ການເຄື່ອນໄຫວຂອງວິສາຫະກິດຊາວ ຫວຽດນາມ ໃນໂລກເວົ້າລວມ, ຢູ່ເອີລົບ ເວົ້າສະເພາະບໍ່ພຽງແຕ່ໄດ້ປະກອບສ່ວນໃຫ້ແກ່ເສດຖະກິດປະເທດປະຈຳຖິ່ນເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ລະຫວ່າງເສດຖະກິດບັນດາປະເທດກັບ ຫວຽດນາມ ແລະ ກໍ່ປະກອບສ່ວນເຂົ້າໃນເສດຖະກິດພາຍໃນປະເທດທັງໂດຍກົງ ແລະ ທາງອ້ອມອີກດ້ວຍ. ປີ 2021 ແມ່ນປີທີ່ໂຄວິດ - 19 ລະບາດຢ່າງຮ້າຍແຮງ, ແຕ່ຕາມຕົວເລກສະຖິຕິຂອງ IMF ແລ້ວ, ກໍ່ມີຈຳນວນເງິນຕາຕ່າງປະເທດທີ່ໄດ້ສົ່ງກັບມາ ຫວຽດນາມ ປະມານ 18,1 ຕື້ USD, ໃນຈຳນວນດັ່ງກ່າວ ສ່ວນໃຫຍ່ແມ່ນລາຍຮັບຂອງບັນດານັກທຸລະກິດຊາວ ຫວຽດນາມ ໃນທົ່ວໂລກຝາກມາໂດຍກົງ”.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top