• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ປະ​ເທດ​ໃນອາ​ຊຽນ​ພ້ອມ​ກັນ​ມີການ​ກະ​ທຳເພື່ອ​ຮັບ​ມືກັບ​ບັນ​ຫາ​ຕ່າງໆ​ກ່ຽວ​ກັບ​ສິ່ງ​ແວ້ດ​ລ້ອມ

ດ້ວຍຖານະເປັນປະທານອາຊຽນ 2022, ກຳປູເຈ້ຍ ແລະ ບັນດາປະເທດອາຊຽນ ພວມເພີ່ມທະວີການຮ່ວມມື ແນໃສ່ແກ້ໄຂບັນຫາສິ່ງແວດລ້ອມໃນພາກພື້ນ ແລະ ທົ່ວໂລກ, ດ້ວຍຫົວຂໍ້: “ອາຊຽນພ້ອມກັນແກ້ໄຂສິ່ງທ້າທາຍ”.

ດ້ວຍຖານະເປັນປະທານອາຊຽນ 2022, ກຳປູເຈ້ຍ ແລະ ບັນດາປະເທດອາຊຽນ ພວມເພີ່ມທະວີການຮ່ວມມື ແນໃສ່ແກ້ໄຂບັນຫາສິ່ງແວດລ້ອມໃນພາກພື້ນ ແລະ ທົ່ວໂລກ, ດ້ວຍຫົວຂໍ້: “ອາຊຽນພ້ອມກັນແກ້ໄຂສິ່ງທ້າທາຍ”.

    

ບັນດາປະເທດໃນອາຊຽນພ້ອມກັນມີການກະທຳເພື່ອຮັບມືກັບບັນຫາຕ່າງໆກ່ຽວກັບສິ່ງແວ້ດລ້ອມ (ພາບ: ກະຊວງສິ່ງແວດລ້ອມກຳປູເຈຍ)

ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໄດ້ ແລະ ພວມສ້າງຍຸດທະສາດພັດທະນາເສກດຖະກິດ-ສັງຄົມ ຫຼັງໂຄວິດ 19 ເພື່ອຮັບມືກັບໄພນາບຂູ່ຈາກພາຍນອກ, ເຊັ່ນ: ພະຍາດລະບາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາພູມສາດການເມືອງ, ໃນນັ້ນຂົງເຂດສິ່ງແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ສວມບົດບາດສຳຄັນໃນການພັດທະນາເສດຖະກິດພາກພື້ນ. ກ່າວຄຳປາໄສຢູ່ທີ່ພິທີເປີດກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບສິ່ງແວດລ້ອມຄັ້ງທີ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 5 ຕຸລາ, ຢູ່ແຂວງ ຊຽມຣຽບ, ກຳປູເຈ້ຍ, ທ່ານ Tin Ponlok, ລັດຖະມົນຕີ ກະຊວງສິ່ງແວດລ້ອມ ກຳປູເຈຍ, ໃຫ້ຮູ້ວ່າ ດ້ວຍຖານະເປັນປະທານອາຊຽນ 2022, ກຳປູເຈ້ຍ ແລະ ບັນດາປະເທດອາຊຽນ ພວມເພີ່ມທະວີການຮ່ວມມື ແນໃສ່ແກ້ໄຂບັນຫາສິ່ງແວດລ້ອມໃນພາກພື້ນ ແລະ ທົ່ວໂລກ, ດ້ວຍຫົວຂໍ້: “ອາຊຽນພ້ອມກັນແກ້ໄຂສິ່ງທ້າທາຍ”. ລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ພວມມຸ້ງໄປເຖິງເປົ້າໝາຍປົກປັກຮັກສາສິ່ງແວດລ້ອມ, ພັດທະນາເສດຖະກິດສີຂຽວ, ກໍ່ສ້າງຕົວເມືອງອັດສະລິຍະ, ພັດທະນາພື້ນຖານໂຄງລ່າງໃຫ້ຢືນຍົງ… ໃນໄລຍະທີ່ຈະມາເຖິງ, ວຽກງານສິ່ງແວດລ້ອມຈະສຸມໃສ່ເຈັດຍຸດທະສາດຫຼັກ: ການສຶກສາສິ່ງແວດລ້ອມ, ການຄຸ້ມຄອງສິ່ງແວດລ້ອມເຂດແຄມທະເລ, ຕົວເມືອງຖາວອນ, ການຄຸ້ມຄອງສານເຄມີ ແລະ ຊັບພະຍາກອນນ້ຳ, ການປ່ຽນແປງດິນຟ້າອາກາດ, ການອະນຸລັກຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top