• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກັບ​ຄືນ​​ສູ່ສະ​ພາບ​ການ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ​ພາຍຫຼັງ​ພາ​ຍຸ

ຕອນເຊົ້າວັນທີ 28 ກັນຍາ, ພາຍຸ Noru ໄດ້ເຄື່ອນຕາມທິດຕາເວັນຕົກ, ໄປຍັງທິດໃຕ້ປະເທດລາວ ແລະ ກາຍເປັນຄວາມດັນອາກາດຕ່ຳ, ບໍ່ມີຜົນສະທ້ອນໂດຍກົງຕໍ່ ຫວຽດນາມ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກກັບ 8 ທ້ອງຖິ່ນ ພາກກາງ ແລະ ໄຕງວຽນ (ພາບ: VOV)  

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກກັບ 8 ທ້ອງຖິ່ນ ພາກກາງ ແລະ ໄຕງວຽນ ເພື່ອແນໃສ່ຕີລາຄາສະພາບການແກ້ໄຂຜົນເສຍຫາຍ ແລະ ຖອດຖອນບົດ ການວຽກງານຮັບມືກັບພາຍຸ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ຊຸມວັນມໍ່ໆມານີ້, ພວກເຮົາໄດ້ຕັ້ງໜ້າ, ເປັນເຈົ້າການປະຕິບັດວຽກງານປ້ອງກັນຕ້ານພາຍຸໃຫ້ເປັນຢ່າງດີ.ພາຍຫຼັງ ພາຍຸ, ພວກເຮົາຕ້ອງຈັດຕັ້ງການຕີລາຄາສະພາບການ, ຄາດຄະເນສະພາບການ, ຖອດຖອນບົດຮຽນ, ແກ້ໄຂຜົນຕາມມາໂດຍພາຍຸກໍ່ຂຶ້ນໂດຍໄວ, ເປັນຕົ້ນແມ່ນຝົນຕົກນ້ຳຖ້ວນພວມມີການຜັນແປຢ່າງສັບສົນ. ວຽກງານຮັບປະກັນຄວາມປອດໄພຂອງອ່າງເກັບນ້ຳ, ຄວາມປອດໄພດ້ານຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນຕ້ອງໄດ້ຮັບຄວາມເອົາໃຈໃສ່, ໃຫ້ບຸລິມະສິດແຖວໜ້າ, ນຳຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ, ປະກອບສ່ວນຍູ້ແຮງວຽກງານຜະລິດ, ດຳເນີນທຸລະກິດພາຍຫຼັງພາຍຸ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຟື້ນຟູລະບົບໄຟຟ້າ, ສື່ສານ, ນ້ຳປະປາໂດຍໄວ ເພື່ອຮັບປະກັນການດຳລົງຊີວິດ ຂອງປະຊາຊົນ. ພ້ອມກັນນັ້ນ ຕ້ອງໜູນຊ່ວຍປະຊາຊົນເປັນຕົ້ນແມ່ນຄອບຄົວປະສົບກັບຄວາມຫຍຸ້ງຍາກ, ແກ້ໄຂບັນດາກິດຈະກຳສາທາລະນະ, ພິເສດແມ່ນໂຮງຮຽນ, ສຸກສາລາ… ເພື່ອຮັບປະກັນເງື່ອນໄຂໃຫ້ນັກຮຽນກັບຄືນໂຮງຮຽນ ແລະ ສະຖານທີ່ກວດພະຍາດ ໃຫ້ແກ່ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top