• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ​ດ່າ​ໜັງ ຕ້ອນ​ຮັບ​ເຮືອ​ບິນ 768 ຖ້ຽວ ດ້ວຍ​ຈໍ​າ​ນວນ​ແຂກ​ທ່ອງ​ທ່ຽວຫຼາຍກວ່າ 98.000 ເທື່ອ​ຄົນ​ໃນ​ໂອ​ກາດ​ບຸນ​ເຕັດ

ໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີແມວ 2023, ນະຄອນ ດ່າໜັງ ໄດ້ຕ້ອນຮັບເຮືອບິນ 768 ຖ້ຽວ ດ້ວຍຈຳນວນແຂກທ່ອງທ່ຽວຫຼາຍກວ່າ 98.000 ເທື່ອຄົນ ມາທ່ຽວນະຄອນ ດ່າໜັງ ແລະ ບັນດາແຂວງພາກກາງ ຫວຽດນາມ.
ພະແນກທ່ອງທ່ຽວນະຄອນ ດ່າໜັງ ມອບດອກໄມ້ແກ່ຄູ່ຜົວເມຍຊາວອິນເດຍ ທີ່ຈັດງານດອງ ຢູ່ດ່າໜັງ

ໃນ 7 ວັນພັກບຸນເຕັດ ມີຖ້ຽວບິນພາຍໃນ 444 ຖ້ຽວ ດ້ວຍຈຳນວນແຂກທ່ອງທ່ຽວ 57.000 ເທື່ອຄົນ ມານະຄອນ ດ່າໜັງ, ຄິດສະເລ່ຍແມ່ນ 64 ຖ້ຽວ ຕໍ່ວັນ. ສຳລັບຖ້ຽວບິນສາກົນ ແມ່ນມີ 324 ຖ້ຽວ ດ້ວຍແຂກທ່ອງທ່ຽວກວ່າ 42.000 ເທື່ອຄົນ, ດ້ວຍລະດັບສະເລ່ຍແມ່ນ 46 ຖ້ຽວ ຕໍ່ວັນ. ໃນໂອກາດບຸນປີໃໝ່ປະຈຳຊາດ ປີແມວ 2023 ນີ້, ນະຄອນ ດ່າໜັງ ໄດ້ຈັດກິດຈະກຳຫຼາຍຢ່າງເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວທີ່ມາທ່ຽວຊົມລະດູບານໃໝ່ ເປັນຕົ້ນແມ່ນວາດພາບບັນຍາກາດ “ບຸນເຕັດຢູ່ດ່າໜັງໃນສະໄໝກ່ອນ ແລະ ສະໄໝນີ້”, ງານເຕັ້ນລຳຢູ່ທ້ອງຖະໜົນ, ງານຕະຫຼາດນັດ, ຂັບບ່າຍຈ່ອຍ… ເຊິ່ງຖືກດຳເນີນໃນຕະຫຼອດຊຸມວັນພັກບຸນເຕັດ ອັນໄດ້ສ້າງຄວາມປະທັບໃຈທີ່ດີຕໍ່ແຂກທ່ອງທ່ຽວ.

 

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top