• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ຂະຫຍາຍຮູບແບບທ່ອງທ່ຽວ MICE

ນະຄອນ ໂຮ່ຈີມິນ ຂະຫຍາຍຮູບແບບທ່ອງທ່ຽວ MICE. ພາຍຫຼັງຖືກຮັບຜົນສະທ້ອນຈາກພະຍາດໂຄວິດ - 19 ເປັນໄລຍະຍາວ, ປັດຈຸບັນຄວາມຕ້ອງການດ້ານການທ່ອງທ່ຽວ MICE (ໝາຍເຖິງການທ່ອງທ່ຽວສົມທົບກັບການຈັດກອງປະຊຸມ) ຂອງທັງແຂກຢູ່ພາຍໃນ ແລະ ສາກົນ ມານະຄອນ ໂຮ່ຈີມິນ ລ້ວນແຕ່ເພີ່ມຂຶ້ນສູງ ເພາະສະນັ້ນ ທາງນະຄອນພວມມານະພະຍາຍາມ ແລະ ຍາດແຍ່ງທ່າອ່ຽງນີ້ ເພື່ອຟື້ນຟູ ແລະ ພັດທະນາການທ່ອງທ່ຽວ
  ຄະນະນັກທ່ອງທ່ຽວ MICE ມາຫວຽດນາມ  

 ໂດຍແມ່ນສູນກາງເສດຖະກິດທົ່ວປະເທດ, ເຕົ້າໂຮມວິສາຫະກິດເປັນຈຳນວນຫຼາຍ, ນະຄອນ ໂຮ່ຈີມິນ ພວມແມ່ນແຫ່ງທີ່ມີແຂກທ່ອງທ່ຽວຂອງຮູບແບບທ່ອງທ່ຽວ MICE ເປັນຈຳນວນຫຼາຍທີ່ສຸດ. ເພື່ອທົດແທນໄລຍະເວລາ ເກີດໂລກລະບາດຕ້ອງແຍກຫ່າງສັງຄົມນັ້ນ, ປັດຈຸບັນມີວິສາຫະກິດ ກຸ່ມບໍລິສັດຫຼາຍແຫ່ງມີຄວາມຫວັງຢາກຈັດຕັ້ງບັນດາລາຍການທ່ອງທ່ຽວ ສົມທົບກັບການຈັດກອງປະຊຸມສະຫຼຸບວຽກງານຍ້ອງຍໍຊົມເຊີຍ ເພື່ອສົ່ງເສີມລະດົມກຳລັງໃຈໃຫ້ແກ່ພາລະກອນ ຫຼື ຈັດບັນດາກອງປະຊຸມສຳມະນາ, ງານລ້ຽງເພື່ອມີໂອກາດພົບປະແລກປ່ຽນເຊື່ອມຕໍ່ການພົວພັນກັບລູກຄ້າຄູ່ຮ່ວມມືນັກລົງທຶນ...  ບໍລິສັດ ຫວຽດຈາແວນ ສາຂານະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ ໄດ້ຮັບໃຊ້ນັກທ່ອງທ່ຽວຫຼາຍກວ່າ 300 ຄະນະ ຕາມຮູບແບບ MICE ດ້ວຍຈຳນວນແຂກທ່ອງທ່ຽວຫຼາຍກວ່າ 20.000 ຄົນ. ບໍລິສັດທ່ອງທ່ຽວ ໄຊງ່ອນທົວລິດ ກໍ່ໄດ້ຮັບໃຊ້ແຂກທ່ອງທ່ຽວຕາມຮູບແບບ MICEເກືອບ 14.000 ຄົນ. ທ່ານນາງ ຮວ່າງຖຸ່ຍລິງ ຮອງຜູ້ອຳນວຍການຮັບຜິດຊອບດ້ານມາເກັດຕິງ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຂອງບໍລິສັດ ໄຊງ່ອນທົວລິດ ໃຫ້ຮູ້ວ່າ:

ນັບແຕ່ພາຍຫຼັງບຸນປີໃໝ່ປະຈຳຊາດ ຄືແຕ່ເດືອນ ກຸມພາ ມາຮອດປັດຈຸບັນ ບໍລິສັດ ໄຊງ່ອນທົວລິດ ສືບຕໍ່ໄດ້ຮັບປະຕິບັດລາຍການທ່ອງທ່ຽວ ໃຫ້ແກ່ຄະນະນັກນັກທ່ອງທ່ຽວໃຫຍ່ ຄືບັນດາວິສາຫະກິດ, ກຸ່ມບໍລິສັດ ຈັ້ດຕັ້ງບັນດາກອງປະຊຸມ, ເຫດການ, ພິທີສະຫຼຸບ, ຍ້ອງຍໍຊົມເຊີຍພາລະກອນ. ເດືອນ ມີນາ ແລ້ວນີ້ ພວກຂ້າພະເຈົ້າກໍ່ມີຄະນະໜຶ່ງມີເຖິງແຂກ 750 ຄົນ  ໄປທ່ອງທ່ຽວຕາມສາຍ ດ່າໜັງ ໂຮ້ຍອານ”.

ທ່ານ ທີກວັກຢຸຍ  ຜູ້ຕາງໜ້າບໍລິສັດ ເບ໊ນແທັ່ງທົວລິດ ໃຫ້ຮູ້ວ່າ ໃນລະດູຮ້ອນປີນີ້ ຕະຫຼາດທ່ອງທ່ຽວ MICE ຍັງຄົງສືບຕໍ່ຂະຫຍາຍຕົວອັນໄດ້ສ້າງແຫຼ່ງບັນດານໃຈ ໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວທາງໄກ ພາຍຫຼັງຢຸດສະງັກເປັນເວລາ 2 ປີຍ້ອນໂລກລະບາດ. ທ່ານ ຢຸຍ ເວົ້າວ່າ:

ເດືອນ ເມສາ ປີນີ້, ພວກຂ້າພະເຈົ້າກໍ່ໄດ້ມີຄະນະນັກທ່ອງທ່ຽວ ຫຼາຍຄະນະຕາມຮູບແບບ MICE, ພິເສດໃນນັ້ນມີຄະນະໜຶ່ງ ໄດ້ເດີນທາງຕະຫຼອດເໜືອລົງຮອດໃຕ້ໃນເດືອນ ເມສາ ລວມມີແຂກທ່ອງທ່ຽວເຖິງ 6.000 ຄົນ. ນີ້ແມ່ນໜຶ່ງໃນບັນດາຄະນະນັກທ່ອງທ່ຽວ MICE ໃຫຍ່ທີ່ສຸດຂອງບໍລິສັດ ເບ໊ນແທັ່ງທົວລິດ ພາຍຫຼັງໂລກລະບາດ ມາຮອດປັດຈຸບັນ. ນັກທ່ອງທ່ຽວຄະນະນີ້ ໄດ້ໄປຫຼາຍແຂວງ  ແລະ ນະຄອນທີ່ແຕກຕ່າງກັນ. ໂດຍມີບໍລິສັດດຽວເທົ່ານັ້ນ ແຕ່ເຂົາເຈົ້າໄດ້ຈັດແບ່ງຫຼາຍຄະນະໂດຍການເດີນທາງຫຼາຍສາຍ ແລະ ສະຖານທີ່ທ່ອງທ່ຽວທີ່ແຕກຕ່າງກັນ”.

ທ່ານນາງ ຫວູທິແທັງຮ່ຽນ ຮອງຜູ້ອຳນວຍການໂຮງແຮມ ກະຣາງໄຊງ່ອນ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນທາງໂຮງແຮມໄດ້ຮ່ວມມືກັບບັນດາບໍລິສັດທ່ອງທ່ຽວທາງໄກ ແລະ ຈັດຕັ້ງບັນດາຄະນະທ່ອງທ່ຽວ ຕາມຮູບແບບ MICE ຫຼາຍຄະນະ. ເພື່ອເຮັດໄດ້ສິ່ງດັ່ງກ່າວທາງໂຮງແຮມ ກໍ່ໄດ້ພະຍາຍາມຟື້ນຟູ ບູລະນະປະຕິສັງຂອນຍົກລະດັບຫ້ອງພັກເຊົາ ຫ້ອງປະຊຸມ, ກໍ່ຄືເປີດຊຸດຝຶກອົບຮົມໃຫ້ແກ່ພາລະກອນ ເພື່ອຍົກສູງຄຸນນະພາບການບໍລິການ. ນາງ ຮ່ຽນ ໃຫ້ຮູ້ວ່າ:

ເພື່ອຍາດເອົາທ່າອ່ຽງທ່ອງທ່ຽວ MICE ນັ້ນ, ທາງໂຮງແຮມກໍ່ໄດ້ຂຸດຄົ້ນຕະຫຼາດນີ້ ແລະ ລາຍຮັບກໍ່ໄດ້ເພີ່ມຂຶ້ນສູງ. ພວກຂ້າພະເຈົ້າຈະສືບຕໍ່ປົວແປງບັນດາການບໍລິການ, ຜະລິດຕະພັນ, ບັນດາພາຫະນະເຄື່ອງຈັກ  ແລະ ເຮັດວຽກງານມາເກັດຕິງໃຫ້ກວ່າອີກ ເພື່ອຊ່ວຍໃຫ້ແຂກທ່ອງທ່ຽວຮູ້ຈັກເຖິງນະຄອນ ໂຮ່ຈີມິນ ແລະ ໂຮງແຮມກະຣາງ ແມ່ນໜຶ່ງໃນບັນດາສະຖານທີ່ສາມາດສະໜອງການບໍລິການທີ່ດີໃຫ້ແກ່ຕະຫຼາດທ່ອງທ່ຽວ MICE ”.

ຕາມທ່ານ ເລເຈືອງຮ່ຽນຮວ່າ ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ແລ້ວການສ້າງຂີດໝາຍທີ່ດີງາມໃຫ້ແກ່ແຂກທ່ອງທ່ຽວໃນຈຸດເວລາ ເລີ່ມເປີດປະຕູຄືນໃໝ່ນີ້ແມ່ນສຳຄັນທີ່ສຸດມີຄວາມໝາຍຕັດສິນຕໍ່ລະດັບການຟື້ນຟຸຂອງຕະຫຼາດທ່ອງທ່ຽວໃນໄລຍະທີ່ຈະມາເຖິງ.  ທ່ານ ເຈືອງຮ່ຽນຮວ່າ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ຮັບບັນດາສັນຍານທີ່ດີກ່ຽວກັບຄະນະນັກທ່ອງທ່ຽວ MICE ຈະມາທ່ຽວຢູ່ນະຄອນ ໂຮ່ຈີມິນ ໃນໄລຍະທີ່ຈະມາເຖິງ. ພວກຂ້າພະເຈົ້າຫາກໍ່ໄດ້ຮັບຂ່າວວ່າ ບໍລິສັດ ທີແອນທີ ຈະຕ້ອນຮັບແຂກທ່ອງທ່ຽວຄະນະໜຶ່ງທີ່ມາຈາກ ອິນເດຍ ລວມມີປະມານ 10.000 ຄົນ ນັບແຕ່ນີ້ຫາເດືອນ ຕຸລາ. ນີ້ແມ່ນສັນຍານທີ່ດີທີ່ສຸດ. ເພື່ອຮັບປະກັນໃຫ້ບັນດາຄະນະນັກທ່ອງທ່ຽວ MICE ເມື່ອມາຢ້ຽມຢາມນະຄອນ ໂຮ່ຈີມິນ ນັ້ນ, ພວກຂ້າພະເຈົ້າຍັງໜູນຊ່ວຍວິສາຫະກິດທ່ອງທ່ຽວ ກ່ຽວກັບການສ້າງຕັ້ງລາຍການທ່ອງທ່ຽວ ກ່ຽວກັບການສັນຈອນໄປມາ, ຍານພາຫະນະ ເພື່ອຮັບໃຊ້ຄະນະທ່ອງທ່ຽວ”.

ດ້ວຍການເລືອກເອົາການທ່ອງທ່ຽວ MICE ແມ່ນຈຸດສຸມຍຸດທະສາດເປີດປະຕູ ຟື້ນຟູການທ່ອງທ່ຽວນັ້ນ ອາດເວົ້າໄດ້ວ່າ ນີ້ແມ່ນບາດກ້າວເດີນອັນຖືກຕ້ອງຂອງຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ໃນໄລຍະນີ້. ດ້ວຍຄວາມຕັດສິນໃຈຂອງຕົນ ນະຄອນ ໂຮ່ຈີມິນ ອາດສາມາດຮັກສາທີ່ຕັ້ງ ເປັນສະຖານທີ່ທ່ອງທ່ຽວMICE ແຖວໜ້າຂອງ ອາຊີ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top