• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ, ໜ້າ​ທີ່​ຂອງ​ປີ 2023 ຢ່າງ​ມີ​ໄຊ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ແຕ່ລະອົງການ, ຫົວໜ່ວຍ, ທ້ອງຖິ່ນ ສ້າງແຜນການລະອຽດໃຫ້ປີ 2023 ເພື່ອຜັນຂະຫຍາຍຢ່າງມີແບບມີແຜນ, ສູ້ຊົນປະຕິບັດບັນດາເປົ້າໝາຍໜ້າທີ່ຂອງປີ 2023 ຢ່າງມີໄຊ.
  ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ  

ຕອນເຊົ້າວັນທີ 31 ມັງກອນ, ຢູ່ສຳນັກງານສູນກາງພັກ, ກ່າວຄຳເຫັນຊີ້ນຳກອງປະຊຸມຂອງຄະນະເລຂາສູນກາງພັກ ຕີລາຄາສະພາບການຜັນຂະຫຍາຍປະຕິບັດຄຳສັ່ງເລກທີ 19 ຂອງຄະນະເລຂາສູນກາງພັກ ກ່ຽວກັບການຈັດຕັ້ງຕ້ອນຮັບບຸນປີໃໝ່ປະຈຳຊາດປີແມວ 2023; ຊີ້ນຳບາງໜ້າທີ່ຈຸດສຸມຂອງສູນກາງ, ຄະນະພັກທຸກຂັ້ນໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

ມີພື້ນຖານຢ່າງໝັ້ນແກ່ນ, ໂດຍສະເພາະແມ່ນໃນປີ 2022 ຜ່ານມາ ເສດຖະກິດຂອງປະເທດຊາດເຕີບໂຕ 8,02%, ນີ້ແມ່ນບາດກ້າວໃຫຍ່. ບັນດາໂຄງການຄື ທາງຄົມມະນາຄົມ, ໂຄງການທີ່ຍັງຄົງຄ້າງ ກໍໄດ້ສຸມໃສ່ຊີ້ນຳຢ່າງຂ້ຽວຂາດ, ບັນລຸໝາກຜົນລະອຽດ. ໄປຄຽງຄູ່ກັນນັ້ນ, ລາຄາຢູ່ທ້ອງຕະຫຼາດກໍເປັນປົກກະຕິພໍສົມຄວນ, ສິນຄ້າຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ສິ່ງທີ່ສຳຄັນແມ່ນ ບັນຍາກາດຕ້ອນຮັບບຸນເຕັດຂອງສັງຄົມກໍມີຄວາມສະດວກພໍສົມຄວນ. ການເຄື່ອນໄຫວທາງດ້ານວັດທະນະທຳ - ສັງຄົມ ກໍມີການປ່ຽນແປງໃໝ່ຫຼາຍຢ່າງ, ໂດຍສະເພາະແມ່ນພາຍຫຼັງກອງປະຊຸມວັດທະນະທຳທົ່ວປະເທດ ທຸກຂັ້ນ, ທຸກຂະແໜງການໃນທົ່ວປະເທດລ້ວນແຕ່ມີການຫັນປ່ຽນກ່ຽວກັບສະຕິຄວາມຮັບຮູ້”.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ແຕ່ລະອົງການ, ຫົວໜ່ວຍ, ທ້ອງຖິ່ນ ສ້າງແຜນການລະອຽດໃຫ້ປີ 2023 ເພື່ອຜັນຂະຫຍາຍຢ່າງມີແບບມີແຜນ, ສູ້ຊົນປະຕິບັດບັນດາເປົ້າໝາຍໜ້າທີ່ຂອງປີ 2023 ຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top