• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ:ການ​ຮ່ວມ​ມື​ສຶກ​ສາ, ບຳ​ລຸງ​ສ້າງ​ຍາມ​ໃດ​ກ​ໍ່​ແມ່ນ​ເສົາ​ຄ້ຳ, ຈຸດ​ພົ້ນ​ເດັ່ນ​ໃນ​ການ​ຮ່ວມ​ມື​ມິດ​ຕະ​ພາບ ຫວຽດ​ນາມ - ອົດ​ສະ​ຕາ​ລີ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມອົດສະຕາລີຢ່າງເປັນທາງການ, ຕອນເຊົ້າວັນທີ 2 ທັນວາ, ຢູ່ນະຄອນ Melbourne , ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມເວທີປາໄສຮ່ວມມືການສຶກສາ ຫວຽດນາມ - ອົດສະຕາລີ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ເວທີປາໄສ  

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Tim Ayres ສະມາຊິກສະພາສູງ - ລັດຖະມົນຕີກະຊວງການຄ້າ ແລະ ຜະລິດອົດສະຕາລີ ຢັ້ງຢືນວ່າ ການສຶກສາຍາມໃດກໍ່ສວມບົດບາດສຳຄັນໃນການຮ່ວມມືສອງຝ່າຍ. ທ່ານ Tim Ayres ເນັ້ນໜັກວ່າ ຫວຽດນາມ - ອົດສະຕາລີ ພວມມີບັນດາກາລະໂອກາດໃນການສຶກສາບຳລຸງສ້າງທັກສະ ແລະ ສອງຝ່າຍພວມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມື.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ໃນໄລຍະເກືອບ 50 ປີຜ່ານມາ, ການຮ່ວມມືດ້ານການສຶກສາ, ບຳລຸງສ້າງຍາມໃດກໍ່ແມ່ນເສົາຄ້ຳ ແລະ ຈຸດພົ້ນເດັ່ນໃນການຮ່ວມມືມິດຕະພາບຂອງ ສອງປະເທດ. ເພື່ອເພີ່ມທະວີການເຊື່ອມຕໍ່ຮ່ວມມືດ້ານການສຶກສາລະຫວ່າງສອງປະເທດໃຫ້ມີກ່ວາອີກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ:

ເພີ່ມທະວີຈຳນວນບັນດາໂຄງການເຊື່ອມຕໍ່ບຳລຸງສ້າງລະຫວ່າງບັນດາຮາກຖານການສຶກສາປະລິນຍາຕີ ຢູ່ ຫວຽດນາມ ກັບບັນດາຮາກຖານສຶກສາຂັ້ນປະລິນຍາຕີ ທີ່ມີລະດັບສູງຢູ່ ອົດສະຕາລີ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງຂົງເຂດວິທະຍາສາດເຕັກໂນໂລຢີ ແລະ ການບຳລຸງສ້າງລະດັບປະລິຍາເອກ, ເພີ່ມທະວີການແລກປ່ຽນນັກສຶກສາ, ຄູສອນກໍ່ຄືຍູ້ແຮງການຮ່ວມມືຄົ້ນຄ້ວາລະຫວ່າງບັນດາມະຫາວິທະຍາໄລຂອງ ອົດສະຕາລີ ແລະ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ເວທີປາໄສຮ່ວມມືດ້ານການສຶກສາ ຫວຽດນາມ - ອົດສະຕາລີ ຈະເປີດໄລຍະໃໝ່ໃຫ້ແກ່ການຮ່ວມມືດ້ານສຶກສາລະຫວ່າງສອງຝ່າຍແບບຍືນຍົງ, ຍາວນານ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.    

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top