• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຢ່າງ​ເປັນ​ທາງ​ການ

ວັນທີ 15 ພຶດສະພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ມາຮອດສະໜາມບິນວັດໄຕ, ນະຄອນຫຼວງ ວຽງຈັນ ຂອງປະເທດ ສປປ.ລາວ, ເລີ່ມຕົ້ນການຢ້ຽມຢາມລາວ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

ວັນທີ 15 ພຶດສະພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ມາຮອດສະໜາມບິນວັດໄຕ, ນະຄອນຫຼວງ ວຽງຈັນ ຂອງປະເທດ ສປປ.ລາວ, ເລີ່ມຕົ້ນການຢ້ຽມຢາມລາວ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

    

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເລີ່ມຕົ້ນການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ. (ພາບ: TTXVN)

ການຢ້ຽມຢາມໄດ້ດຳເນີນແຕ່ວັນທີ 15 – 17 ພຶດສະພາ ເພື່ອແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໃນຊ່ອງທາງຕ່າງປະເທດລັດຖະສະພາ, ສືບຕໍ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສູງທີ່ສຸດ ແລະ ຖືເປັນສຳຄັນ ການພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການສະໜິດຕິດພັນລະຫວ່າງສອງປະເທດ.

ໃນໂອກາດນີ້, ສອງຝ່າຍຈະແລກປ່ຽນທິດທາງ ແລະ ມາດຕະການລະອຽດ ເພື່ອແນໃສ່ຍົກສູງປະສິດທິຜົນການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ໃນໄລຍະຈະມາເຖິງ; ແລກປ່ຽນ, ສົມທົບຫຼັກໝັ້ນກ່ຽວກັບບາງບັນຫາຍຸດທະສາດໃນພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນປະສົບກັນລະຫວ່າງສອງສະພາແຫ່ງຊາດ ກ່ຽວກັບກົນໄກນະໂຍບາຍ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມພາຍຫຼັງໂລກລະບາດໂຄວິດ - 19, ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ ໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.

ໃນໂອກາດການຢ້ຽມຢາມລາວ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ໜັງສືພິມ ປະຊາຊົນ ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ ໄດ້ລົງບົດນຳທີ່ມີຫົວຂໍ້ “ການພົວພັນລາວ - ຫວຽດນາມ ນັບມື້ນັບເລິກເຊິ່ງ” ຢ່າງສົມກຽດ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top