• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຕ້ອນ​ຮັບ​ການ​ນຳ Asia Society ແລະ ບັນ​ດາ​ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ

ຕອນບ່າຍວັນທີ 2 ທັນວາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Melbourne , ລັດ Victoria ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບ ການນຳ Asia Society ແລະ ນັກທຸລະກິດ 3 ຄົນ ໂດຍລັດຖະມົນຕີ ອົດສະຕາລີໄດ້ແຕ່ງຕັ້ງໃນ “ຂໍ້ລິເລີ່ມນັກທຸລະກິດນຳໜ້າ”.

ຕອນບ່າຍວັນທີ 2 ທັນວາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Melbourne , ລັດ Victoria ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບ ການນຳ Asia Society ແລະ  ນັກທຸລະກິດ 3 ຄົນ ໂດຍລັດຖະມົນຕີ ອົດສະຕາລີໄດ້ແຕ່ງຕັ້ງໃນ “ຂໍ້ລິເລີ່ມນັກທຸລະກິດນຳໜ້າ”.

  ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະເຮັດວຽກຢູ່ອົດສະຕາລີ (ພາບ: TTXVN)  

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໄດ້ຕີລາຄາສູງຕໍ່ເລື່ອງ ລັດຖະບານ ອົດສະຕາລີ ສ້າງຕັ້ງອົງການຈັດຕັ້ງ “ຂໍ້ລິເລີ່ມນັກທຸລະກິດນຳໜ້າ” ເພື່ອແນໃສ່ປະຕິບັດຍຸດທະສາດເພີ່ມທະວີການຮ່ວມມື ເສດຖະກິດ ອົດສະຕາລີ - ຫວຽດນາມ, ໂດຍເນັ້ນໜັກເຖິງການປະຕິບັດຂໍ້ລິເລີ່ມຢ່າງມີປະສິດທິຜົນແມ່ນໜຶ່ງໃນບັນດາວິທີການເພື່ອເພີ່ມທະວີການຮ່ວມມືສອງຝ່າຍ.

ໂດຍສະແດງຄວາມຊົມເຊີຍຕໍ່ ວິສາຫະກິດນຳໜ້າ 3 ແຫ່ງຂອງອົດສະຕາລີ ໄດ້ມີການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ, ລະອຽດໃນການເຊື່ອມຕໍ່ນັກທຸລະກິດ ສອງປະເທດໃນເກືອບ 1 ປີຜ່ານມາ, ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ນັບແຕ່ນີ້ ຈະສ້າງຖັນແຖວນັກລົງທຶນອົດສະຕາລີທີ່ນັບມື້ນັບມີຫຼາຍຄົນມາລົງທຶນຢູ່ ຫວຽດນາມ.

ສ່ວນທ່ານ Philipp Ivanov CEO Asia Society ອົດສະຕາລີ ໃຫ້ຮູ້ວ່າ Asia Society ມີຄວາມເປັນກຽດທີ່ສຸດທີ່ໄດ້ເປັນໜຶ່ງໃນ 3 ວິສາຫະກິດນຳໜ້າ ເຂົ້າຮ່ວມ ຂໍ້ລິເລີ່ມນັກທຸລະກິດນຳໜ້າ ເພື່ອຊຸກຍູ້ການຮ່ວມມືກັບ ຫວຽດນາມ.

ແລະໃນວັນດຽວກັນ, ຢູ່ສຳນັກງານມະຫາວິທະຍາໄລ RMIT, ນະຄອນ Melbourne , ລັດ Victoria, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມເວທີປາໄສການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອົດສະຕາລີ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top