• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຢ້ຽມ​ຢາມ​ຕະຫຼາດຫຼັກ​ຊັບ​ໃຫຍ່​ທີ່​ສຸດ​ໃນ​ໂລກ ຢູ່​ນິວ​ຢອກ

ທ່ານນາຍົກລັດຖະມົນຕີ ໄດ້ເຫັນປະຈັກຕາພິທີມອບຮັບເອກະສານຮ່ວມມື 2 ສະບັບໃນຂົງເຂດການເງິນ, ທະນາຄານ, ກອງທຶນລະຫວ່າງບັນດາຄູ່ຮ່ວມມື ຫວຽດນາມ ແລະ ອາເມລິກາ.

ທ່ານນາຍົກລັດຖະມົນຕີ ໄດ້ເຫັນປະຈັກຕາພິທີມອບຮັບເອກະສານຮ່ວມມື 2 ສະບັບໃນຂົງເຂດການເງິນ, ທະນາຄານ, ກອງທຶນລະຫວ່າງບັນດາຄູ່ຮ່ວມມື ຫວຽດນາມ ແລະ ອາເມລິກາ.

    

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຢ້ຽມຢາມຕະຫຼາດຫຼັກຊັບໃຫຍ່ທີ່ສຸດໃນໂລກ ຢູ່ນິວຢອກ

ຕອນບ່າຍວັນທີ 16 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຕະຫຼາດຫຼັກຊັບນິວຢອກ (NYSE). ໃນປຶ້ມຈົດ  ບັນທຶກກິຕິມະສັກຂອງ NYSE, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມຫວັງວ່າ  NYSE ມີຄວາມເອົາໃຈໃສ່ໜູນຊ່ວຍ ແລະ ແບ່ງປັນບົດຮຽນປະສົບກັນເພື່ອປະກອບສ່ວນຊຸກຍູ້ການພັດທະນາຕະຫຼາດຫຼັກຊັບຢ່າງມີປະສິດທິຜົນ, ຍືນຍົງຢູ່ ຫວຽດນາມ, ສ້າງສູນການເງິນທີ່ມີຂອບຂະໜາດພາກພື້ນໃຫ້ສຳເລັດຜົນ, ພ້ອມທັງມຸ່ງໄປເຖິງການພົວພັນຄູ່ຮ່ວມມືແບບຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ NYSE ແລະ ບັນດາຄູ່ຮ່ວມມືຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ນັບມື້ນັບແທ້ຈິງ, ມີປະສິດທິຜົນ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເຫັນປະຈັກຕາພິທີມອບຮັບເອກະສານຮ່ວມມື 2 ສະບັບໃນຂົງເຂດການເງິນ, ທະນາຄານ, ກອງທຶນລະຫວ່າງບັນດາຄູ່ຮ່ວມມື ຫວຽດນາມ ແລະ ອາເມລິກາ, ເຂົ້າຮ່ວມການໂອ້ລົມສົນທະນາໂຕະວົງມົນ ກັບ CEO ຂອງ ບາງກຸ່ມບໍລິສັດ, ກອງທຶນການລົງທຶນແຖວໜ້າທີ່ພວມໄດ້ຂຶ້ນຕະຫຼາດຫຼັກຊັບ ຢູ່ນິວຢອກ, ເຫັນປະຈັກຕາພິທີມອບຮັບເອກະສານຮ່ວມມືສອງສະບັບ ໃນຂົງເຂດການເງິນ, ທະນາຄານ, ກອງທຶນການລົງທຶນ ລະຫວ່າງບັນດາຄູ່ຮ່ວມມື ຫວຽດນາມ ແລະ ອາເມລິກາ ແລະ ກົດປຸ້ນສິ້ນສຸດວາລະແລກປ່ຽນການຄ້າ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top