• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ພົບປະກັບບັນດາອະດີດການນຳພັກ, ລັດຖະບານ ຜ່ານສະໄໝຕ່າງໆ

ໃນບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ນັ້ນ, ໄດ້ມີການປະກອບສ່ວນອັນປະເສີດ ແລະ ມີຄວາມຮັບຜິດຊອບ ຂອງບັນດາອະດີດພະນັກງານການນຳພັກ, ລັດຖະບານ.
  (ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ກ່າວຄຳເຫັນທີ່ການພົບປະ)  

ຕອນເຊົ້າວັນທີ 6 ກຸມພາ, ຢູ່ນະຄອນຫຼວງຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫວຽນຝູຈ້ອງ, ກົມການເມືອງ, ຄະນະເລຂາສູນກາງພັກ ໄດ້ຈັດພິທີພົບປະຕົ້ນລະດູບານໄມ້ປີແມວ 2023 ໂດຍມີການເຂົ້າຮ່ວມຂອງບັນດາອະດີດການນຳຂັ້ນສູງຂອງພັກ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ, ອະດີດສະມາຊິກສູນກາງພັກ ບັນດາຊຸດຜ່ານສະໄໝຕ່າງໆ.

ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ເນັ້ນໜັກວ່າ ໃນສະພາບການທີ່ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ການນຳພັກ, ລັດຖະບານໄດ້ມີບັນດານະໂຍບາຍຊີ້ຂາດຢ່າງຖືກຕ້ອງ, ທັນການ, ສອດຄ່ອງເພື່ອຊີ້ນຳທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ບັນລຸໝາກຜົນສຳຄັນກ່ຽວກັບບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກຫຼາຍຢ່າງ, ຮອບດ້ານ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ໃນບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ນັ້ນ, ໄດ້ມີການປະກອບສ່ວນອັນປະເສີດ ແລະ ມີຄວາມຮັບຜິດຊອບຂອງບັນດາອະດີດພະນັກງານການນຳພັກ, ລັດຖະບານ. ທ່ານຫວັງວ່າ, ດ້ວຍຄວາມສຸມຈິດສຸມໃຈທີ່ມີຢູ່ແລ້ວ ແລະ ບັນດາປະສົບການອັນປະເສີດຂອງຕົນ ຈະສືບຕໍ່ອຸທິດສ່ວນຕໍ່ກັບພາລະກິດການປະຕິວັດອັນສະຫງ່າງາມຂອງພັກ, ລັດຖະບານ ແລະ ປະຊາຊົນ.

 

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top