• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ສືບຕໍ່ການເຄື່ອນໄຫວທີ່ກອງປະຊຸມ WEF Davos 2022

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາວາລະປະຊຸມກ່ຽວກັບ “ອາຊຽນ ດີຈີຕອນໃຫ້ປະຊາຊົນໝົດທຸກຄົນ” ແລະ ເວລາເຈລະຈາລະຫວ່າງການນຳກ່ຽວກັບການ “ສ້າງພື້ນຖານເສດຖະກິດເຂັ້ມແຂງດ້ວຍຕົນເອງໃຫ້ແກ່ການເຕີບໂຕແບບຍືນຍົງ”.
  ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ເຂົ້າຮ່ວມ ວາລະປະຊຸມກ່ຽວກັບ “ອາຊຽນ ດີຈີຕອນໃຫ້ປະຊາຊົນໝົດທຸກຄົນ”          (ພາບ: TTXVN)   

ໂດຍສືບຕໍ່ບັນດາການເຄື່ອນໄຫວທີ່ກອງປະຊຸມປະຈຳປີຄັ້ງທີ 52 ເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ປະເທດ ສະວິດ, ວັນທີ 23 – 24 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາວາລະປະຊຸມກ່ຽວກັບ “ອາຊຽນ ດີຈີຕອນໃຫ້ປະຊາຊົນໝົດທຸກຄົນ” ແລະ ເວລາເຈລະຈາລະຫວ່າງການນຳກ່ຽວກັບການ “ສ້າງພື້ນຖານເສດຖະກິດເຂັ້ມແຂງດ້ວຍຕົນເອງໃຫ້ແກ່ການເຕີບໂຕແບບຍືນຍົງ”. ທີ່ບັນດາວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ໄດ້ແບ່ງປັນທັດສະນະ ແລະ ການກຳນົດທິດພັດທະນາຂອງ ຫວຽດນາມ, ໃນນັ້ນມີການພັດທະນາຢ່າງໄວ ແລະ ຍືນຍົງ ບົນພື້ນຖານວິທະຍາສາດ - ເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ. ຫວຽດນາມ ຊົມເຊີຍ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດຕ່າງປະເທດ ພ້ອມກັບລັດຖະບານ ແລະ ວິສາຫະກິດ ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດດີຈີຕອນ ຜ່ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດີຈີຕອນ, ຖ່າຍທອດເຕັກໂນໂລຊີ, ຄົ້ນຄວ້າ - ພັດທະນາ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ…

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ພົບປະເຈລະຈາກັບປະທານາທິບໍດີ ລາດເວີຍ; ຕ້ອນຮັບລັດຖະມົນຕີເສດຖະກິດ ສະວິດ; ຕ້ອນຮັບລັດຖະມົນຕີການຕ່າງປະເທດ ເປຣູ; ຕ້ອນຮັບເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD)…

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top