• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 200 ປີແຫ່ງວັນຄ້າຍວັນເກີດນັກວັດທະນະທຳ ຫງວຽນດິ່ງຈ໋ຽວ

ທ່ານປະທານປະເທດ ເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ອົງຄະນະພັກ, ປະຊາຊົນແຂວງ ເບັນແຈ ໄດ້ປະຕິບັດຫຼາຍວຽກງານທີ່ມີຄວາມໝາຍເລິກເຊິ່ງເພື່ອແນໃສ່ປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກເຊິ່ງລຸດຜູ້ມີຊື່ສຽງ ຫງວຽນດິ່ງຈ໋ຽວ ສ້າງໄວ້ໃຫ້ຄົນລຸ້ນຫລັງ.

ທ່ານປະທານປະເທດ ເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ອົງຄະນະພັກ, ປະຊາຊົນແຂວງ ເບັນແຈ ໄດ້ປະຕິບັດຫຼາຍວຽກງານທີ່ມີຄວາມໝາຍເລິກເຊິ່ງເພື່ອແນໃສ່ປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກເຊິ່ງລຸດຜູ້ມີຊື່ສຽງ ຫງວຽນດິ່ງຈ໋ຽວ ສ້າງໄວ້ໃຫ້ຄົນລຸ້ນຫລັງ.

    

ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ

ຕອນຄ່ຳວັນທີ 30 ມິຖຸນາ, ທີ່ເຂດປູຊະນີຍະສະຖານລະດັບຊາດພິເສດ ສຸສານ ແລະ ເຂດອະນຸສອນສະຖານ ຫງວຽນດິ່ງຈີ໋ຽວ ຢູ່ຕາແສງ ອານດຶກ, ເມືອງ ບາຈີ, ແຂວງ ເບັນແຈ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງນັກວັດທະນະທຳ ຫງວຽນດິ່ງຈ໋ຽວ ຄົບຮອບ 200 ປີ (1/7/1822 – 1/7/2022); 30 ປີແຫ່ງວັນມູນເຊື້ອວັດທະນະທຳແຂວງ ເບັນແຈ (1/7/1992 – 1/7/2022). ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ນັກວັດທະນະທຳ ຫງວຽນດິ່ງຈ໋ຽວ ໄດ້ຜ່ານຜ່າການທົດສອບ, ສິ່ງກີດຂວາງຂອງຊາຕະກຳນາໆປະການ ແລະ ໄດ້ກາຍເປັນໝໍມີຄວາມເກັ່ງກ້າສາມາດ, ເປັນຄູອາຈານທີ່ສຸດຈິດສຸດໃຈ, ນັກກະວີນຳໜ້າໃນຂະບວນການຕ້ານລ່າເມືອງຂຶ້ນ, ມີອິດທິພົນບໍ່ພຽງແຕ່ຢູ່ ຫວຽດນາມ ແລະ ພາກພື້ນ ເທົ່ານັ້ນ ຫາກຍັງຢູ່ໃນໂລກອີກດ້ວຍ. ທ່ານປະທານປະເທດ ເນັ້ນໜັກວ່າ: ໃນຊຸມປີຜ່ານມາ, ອົງຄະນະພັກ, ປະຊາຊົນແຂວງ ເບັນແຈ ໄດ້ປະຕິບັດຫຼາຍວຽກງານທີ່ມີຄວາມໝາຍເລິກເຊິ່ງເພື່ອແນໃສ່ປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກເຊິ່ງລຸດຜູ້ມີຊື່ສຽງ ຫງວຽນດິ່ງຈ໋ຽວ ສ້າງໄວ້ໃຫ້ຄົນລຸ້ນຫລັງ:

        “ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຄະນະ, ຂະແໜງການສູນກາງ, ອົງຄະນະພັກ ແລະ ປະຊາຊົນແຂວງ ເບັນແຈ, ບັນດານັກຄົ້ນຄ້ວາ, ນັກວິທະຍາສາດສືບຕໍ່ຄົ້ນຄ້ວາເຮັດແຈ້ງແນວຄວາມຄິດ, ຄຸນຄ່າດ້ານສິລະປະຂອງບັນດາຜະລິດຕະພັນຂອງ ຫງວຽນດິ່ງຈ໋ຽວ, ຄົ້ນຄ້ວາເລິກເຊິ່ງກ່ຽວກັບກ່ວາບົດບາດເປັນຄູອາຈານ ແລະ ທ່ານໝໍຂອງເພິ່ນ, ສືບຕໍ່ແນະນຳ, ໂຄສະນາບັນດາບົດປະພັນຂອງ ຫງວຽນດິ່ງຈ໋ຽວໃຫ້ມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດຢ່າງກ້ວາງຂວາງ. ເສີມຂະຫຍາຍຄຸນຄ່າວັດທະນະທຳ ຫງວຽນດິ່ງຈ໋ຽວ ໃນໄລຍະໃໝ່, ເອົາໃຈໃສ່ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຄົ້ນຄ້ວາສິດສອນ, ໂຄສະນາບັນດາບົດປະພັນຂອງ ຫງວຽນດິ່ງຈ໋ຽວ.”

        ທີ່ພິທີ, ທ່ານ Christian Manhart, ຫົວໜ້າຜູ້ຕາງໜ້າອົງການ UNESSCO ປະຈຳ ຫວຽດນາມ ໄດ້ມອບໃບຢັ້ງຢືນເຊີດຊູນັກວັດທະນະທຳ ຫງວຽນດິ່ງຈ໋ຽວ ຂອງ ຫວຽດນາມ ເຊິ່ງນອນໃນບັນຊີລາຍຊື່ບັນດານັກວັດທະນະທຳ ແລະ ເຫດການປະຫວັດສາດມີຂອບຂະໜາດສາກົນສົກປີ 2022 – 2023.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top