• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ພັດທະນາເຂດທາງທິດຕາເວັນອອກພາກໃຕ້ ດ້ວຍ “ຈິນຕະນາການປ່ຽນແປງໃໝ່ - ບຸກທະລຸໃຫມ່ - ຄຸນຄ່າໃໝ່”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານເພື່ອປະຕິບັດມະຕິເລກທີ 24-NQ/TW ລົງວັນທີ 7 ຕຸລາ 2022 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດ...
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊົມເບິ່ງຮູບຈຳລອງແຜນຜັງແຂວງ ບິ່ງເຢືອງ (ພາບ:VGP/Nhật Bắc)  

ຕອນເຊົ້າວັນທີ 26 ພະຈິກ, ຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຜັນຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານເພື່ອປະຕິບັດມະຕິເລກທີ 24-NQ/TW ລົງວັນທີ 7 ຕຸລາ 2022 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທາງທິດຕາເວັນອອກພາກໃຕ້ ຮອດປີ 2030, ວິໄສທັດຮອດປີ 2045 ແລະ ສົ່ງເສີມການລົງທຶນເຂດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າເຂດ ທາງທິດຕາເວັນອອກພາກໃຕ້ ແມ່ນສະຖານທີ່ “ເຕົ້າໂຮມຄວາມສາມາດບົ່ມຊ້ອນ, ທ່າແຮງ”, ມີທີ່ຕັ້ງ, ບົດບາດສຳຄັນພິເສດໃນການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງທົ່ວປະເທດ:

“ຄຸນຄ່າໃໝ່ນີ້ແມ່ນນຳມາເຊິ່ງລະດັບການເຕີບໂຕໄວກ່ວາ, ຄຸນຄ່າປະກອບສ່ວນໃຫ້ປແກ່ GDP  ສູງກ່ວາລາຍຮັບສະເລ່ຍໃສ່ຫົວຄົນຢູ່ທີ່ນີ້ ຕ້ອງສູງກ່ວາເຂດອື່ນໆ, ຕ້ອງສົມທຽບກັບພາກພື້ນ ແລະ ສາກົນ. ຄຸນຄ່າໃໝ່ຂອງເຂດໃຫຍ່ທີ່ສຸດແມ່ນຕ້ອງປະກອບສ່ວນສຳຄັນ, ໄດ້ວຽກໄດ້ງານ, ມີປະສິດທິຜົນ, ສ້າງພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ, ສ້າງພື້ນຖານເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງຮອບດ້ານ, ແທດຈິງ, ມີປະສິດທິຜົນ, ສ້າງສາປະເທດ ຫວຽດນາມ ໃຫ້ເຂັ້ມແຂງ, ວັດທະນາຖາວອນ, ປະຊາຊົນ ຫວຽດນາມ ມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ”.

ທີ່ກອງປະຊຸມ, ຜູ້ແທນຫຼາຍທ່ານໄດ້ປະກອບຄຳເຫັນ, ຂໍ້ສະເໜີແນະ ສະເໜີຫຼາຍມາດຕະການທີ່ເໝາະສົມ, ມີຄວາມສາມາດເປັນໄປໄດ້, ມີປະສິດທິຜົນ, ຕິດແທດກັບພຶດຕິກຳຕົວຈິງໃຫ້ແກ່ເຂດ ທາງທິດຕາເວັນອອກພາກໃຕ້.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top