• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ຖືປະຊາຊົນເປັນກົກ” -ພື້ນຖານແກ່ນສານໃນການເຄື່ອນໄຫວຂອງພະນັກງານແນວໂຮມ

ຕັ້ງແນວຄິດ “ຖືປະຊາຊົນເປັນກົກ” ແມ່ນພື້ນຖານແກ່ນສານໃນການເຄື່ອນໄຫວຂອງພະນັກງານແນວໂຮມ ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃນການພົບປະກັບຜູ້ແທນ 63 ທ່ານທີ່ເຂົ້າຮ່ວມກອງປະຊຸມຍ້ອງຍໍປະທານແນວໂຮມປະເທດຊາດຂັ້ນຕາແສງ ແລະ ຫົວຫນ້າຄະນະປະຕິບັດງານແນວໂຮມດີເດັ່ນທົ່ວປະເທດເມື່ອວັນທີ 26 ພະຈິກປີ 2022 ຢູ່ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກໍ່ຊີ້ແຈ້ງຄວາມຮຽກຮ້ອງຕ້ອງການໃຫຍ່ກ່ຽວກັບການເພີ່ມທະວີປັບປຸງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະ ຫວຽດນາມເຊື່ອມຕົວຢ່າງແຮງເຂົ້າກັບປະຊາຄົມສາກົນ.
  ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖ່າຍຮູບກັບຜູ້ແທນເຂົ້າຮ່ວມກອງປະຊຸມ  

ຕາມທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລ້ວ, ສະພາບການໂລກ, ພາກພື້ນ ໄດ້ ແລະ ພວມມີການຜັນແປສັບສົນ ວ່ອງໄວ ຍາກທີ່ຈະຄາດຄະເນລ່ວງຫນ້າໄດ້ ດ້ວຍກາລະໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍຊ້ອນແຝງກັນ. ໃນສະພາບການນັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ຕີລາຄາຢ່າງພາວະວິໄສ, ຮອບດ້ານຕໍ່ສະພາບການຂອງພັກ, ຂອງປະເທດຊາດ ແລະ ຢັ້ງຢືນວ່າ ພາລະກິດແຫ່ງການປ່ຽນແປງໃຫມ່ຂອງປະເທດຊາດບັນລຸໄດ້ຫລາຍໝາກຜົນອັນໃຫຍ່ຫລວງ, ສຳຄັນ, ເສດຖະກິດ, ການເມືອງ, ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ປະເທດ ຫວຽດນາມ ຍັງບໍ່ທັນມີເວລາໃດທີ່ມີພາລະກຳ, ກຳລັງແຮງ, ຖານະບົດບາດ ແລະ ອິດທິພົນຊື່ສຽງໃນເວທີສາກົນຄືປະຈຸບັນ.

  ບັນລຸໄດ້ຜົນງານນັ້ນ ກໍ່ຍ້ອນມີຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ,ໃນນັ້ນ ມີການປະກອບສ່ວນສຳຄັນຂອງແນວໂຮມປະເທດຊາດຫວຽດນາມ. ຕາມທ່ານເລຂາທິການໃຫຍ່ແລ້ວ, ພະນັກງານແນວໂຮມ ແມ່ນແກ່ນສານສຳຄັນໃນການສ້າງ, ປັບປຸງ ແລະ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນທຸກໄລຍະພັດທະນາຂອງປະເທດຊາດ, ພິເສດ ໃນໄລຍະປະຈຸບັນ. ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ:

“ປະຫວັດສາດໄດ້ພິສູດໃຫ້ເຫັນວ່າ ປັດໄຈຕັດສິນຊີ້ຂາດກຳລັງແຮງຂອງປະເທດຫວຽດນາມ ແມ່ນຄວາມສາມັກຄີເປັນປຶກແຜ່ນຫນາແຫນ້ນ, ແມ່ນ “ຈິດໃຈຖານສະຫາຍ, ໄມຕີຈິດຄວາມຮັກແພງສະຫນິດແຫນ້ນຂອງປະຊາຊົນ”,ແມ່ນຈິດໃຈມະຫາສາມັກຄີ, ສັນຕິພາບ, ມິດຕະພາບ, ຍາມໃດກໍ່ມີຄວາມຄາດຫວັງຢາກສ້າງສາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນໄດ້ດຳລົງຊີວິດຢ່າງມີເອກະລາດ, ເສລີພາບ, ສັນຕິສຸກ. ຜ່ານປະຫວັດສາດນັບຫລາຍພັນໆປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຈິດໃຈນັ້ນ ຍາມໃດກໍ່ສືບທອດ ແລະ ເສີມຂະຫຍາຍ, ກາຍເປັນແນວທາງຍຸດທະສາດຂອງການປະຕິວັດຫວຽດນາມ, ແມ່ນກຳລັງຫນູນ ແລະ ແຫລ່ງກຳລັງສຳຄັນຍິ່ງຂອງປະເທດຊາດ, ໄດ້ ແລະ ພວມໄດ້ຮັບການປຸກລຸກ ຈິດໃຈຮັກຊາດ ຢ່າງແຮງ, ເຈດຈຳນົງເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຂອງປະຊາຊົນຫວຽດນາມ ເກືອບຮ້ອຍລ້ານຄົນ ໃນພາລະກິດແຫ່ງການປ່ຽນແປງໃຫມ່, ສ້າງສາ ແລະ ພັດທະນາປະເທດຊາດ”

ຕາມທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລ້ວ, ໃນກວ່າ 35 ປີແຫ່ງການປ່ຽນແປງໃຫມ່ປະເທດຊາດ, ແນວໂຮມປະເທດຊາດ ໄດ້ປະຕິບັດບົດບາດແມ່ນພື້ນຖານການເມືອງຂອງອຳນາດການປົກຄອງປະຊາຊົນ, ເປັນຕົວແທນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກກັບກົດໝາຍຂອງປະຊາຊົນເປັນຢ່າງດີ, ເຕົ້າໂຮມ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດປະຊາທິປະໄຕ, ເພີ່ມທະວີຄວາມເຫັນດີເຫັນພ້ອມ, ຕິດຕາມ, ໄຈ້ແຍກຕີລາຄາສັງຄົມ, ເຂົ້າຮ່ວມການກໍ່ສ້າງພັກ, ລັດ, ການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ. ບັນດາໝາກຜົນຊື່ງແນວໂຮມປະເທດຊາດຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ ໄດ້ ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນໃນທົ່ວປະເທດ ປະຕິບັດບັນດາມະຕິຂອງພັກຢ່າງມີໄຊ, ຢັ້ງຢືນບົດບາດຫລັກແຫລ່ງຂອງແນວໂຮມປະເທດຊາດຫວຽດນາມ, ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

“ຂ້າພະເຈົ້າມີຄວາມປາດຖະຫນາ ແລະ ສະເຫນີໃຫ້ແນວໂຮມປະເທດຊາດທຸກຂັ້ນ, ພະນັກງານແນວໂຮມປະເທດຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ສືບຕໍ່ຕິດຕາມໃກ້ຊິດຕິດແທດກັບຮາກຖານກວ່າ, ກຳແຫນ້ນຄວາມມຸ່ງມາດປາດຖະຫນາ, ສະພາບການຂອງປະຊາຊົນ. ຄວນປະຕິບັດຮີບເຮັ່ງ, ເຂັ້ມງວດ, ມີຄວາມຮັບຜິດຊອບຕໍ່ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບວຽກງານສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເປັນຕົ້ນແມ່ນບັນດາການປຸກລະດົມຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດ, 3 ໂຄງການເປົ້າໝາຍແຫ່ງຊາດ. ເບິ່ງແຍງດູແລ, ຫນູນຊ່ວຍຜູ້ທຸກຍາກ, ຜູ້ມີຄວາມສ່ຽງ”.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ປາດຖະຫນາຢາກໃຫ້ພະນັກງານແນວໂຮມຢູ່ຂັ້ນຮາກຖານປະຕິບັດວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນໃຫ້ເປັນຢ່າງດີກວ່າ, ເພີ່ມທະວີການຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມສຳລັບບັນດານະໂຍບາຍໃຫຍ່ຊື່ງພັກ, ລັດ ໄດ້ ແລະ ພວມຫັນເປັນລະອຽດຢູ່ຮາກຖານ. ຖັນແຖວພະນັກງານແນວໂຮມທຸກຂັ້ນກໍ່ຄວນຝຶກຝົນຫລໍ່ຫລອມ, ເສີມຂະຫຍາຍຈັນຍາບັນຄຸນສົມບັດໃຫ້ດີງາມ, ປອດໃສ, ຈິດໃຈເປັນແບບຢ່າງ, ດີເດັ່ນ, ຢືດໝັ້ນຄວາມເຊື່ອໝັ້ນ ແລະ ຮູ້ອີງໃສ່ປະຊາຊົນເພື່ອເສີມຂະຫຍາຍກຳລັງແຮງອັນໃຫຍ່ຫລວງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ ໃນສະພາບການໃຫມ່.

 

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top