• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕິດແທດກັບສະພາບຕົວຈິງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການເຄື່ອນໄຫວຂອງສະພາແຫ່ງຊາດ

ເພື່ອກະກຽມໃຫ້ແກ່ກອງປະຊຸມ, ບັນດາຄະນະສະມາຊິກສະພາແຫ່ງຊາດ ໄດ້ເປັນເຈົ້າການລວບລວມຄຳເຫັນຂອງຜູ້ມີສິດເລືອກຕັ້ງຜ່ານການພົບປະກັບຜູ້ມີສິດເລືອກຕັ້ງຫຼາຍຄັ້ງ, ຮັບເອົາຄຳເຫັນໃສ່ຮ່າງກົດໝາຍສະບັບຕ່າງໆ.
  ທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: VGP)  

 ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແມ່ນກອງປະຊຸມທຳອິດໃນອາຍຸການຊຸດທີ XV, ສະພາແຫ່ງຊາດກັບຄືນສູ່ສະພາບເປັນປົກກະຕິ ເມື່ອຈັດກອງປະຊຸມເຕົ້ມໂຮມທັງສະໄໝຢູ່ຫໍປະຊຸມ. ສິ່ງດັ່ງກ່າວໄດ້ສ້າງຄວາມສະດວກຫຼາຍທີ່ສຸດໃຫ້ແກ່ວຽກງານຈັດຕັ້ງ, ກໍຄືຮັບປະກັນການປະຕິບັດໂຄງການດຳເນີນງານ ດ້ວຍຫຼາຍເນື້ອໃນສຳຄັນໃຫ້ສຳເລັດ.

ເພື່ອກະກຽມໃຫ້ແກ່ກອງປະຊຸມ, ບັນດາຄະນະສະມາຊິກສະພາແຫ່ງຊາດ ໄດ້ເປັນເຈົ້າການລວບລວມຄຳເຫັນຂອງຜູ້ມີສິດເລືອກຕັ້ງຜ່ານການພົບປະກັບຜູ້ມີສິດເລືອກຕັ້ງຫຼາຍຄັ້ງ, ຮັບເອົາຄຳເຫັນໃສ່ຮ່າງກົດໝາຍສະບັບຕ່າງໆ. ທ່ານ ເກິມຮ່າຈູງ, ສະມາຊິກສະພາແຫ່ງຊາດແຂວງ ຝູເທາະ, ໃຫ້ຮູ້ວ່າ:

ເພື່ອກະກຽມໃຫ້ແກ່ກອງປະຊຸມ, ຄະນະສະມາຊິກສະພາແຫ່ງຊາດແຂວງ ຝູເທາະ ໄດ້ຕິດພັນຢ່າງໃກ້ຊິດກັບເນື້ອໃນ, ຈັດຕັ້ງ, ລວບລວມຄຳເຫັນຂອງຜູ້ມີສິດເລືອກຕັ້ງທີ່ຝາກເຖິງສະພາແຫ່ງຊາດ, ບັນດາອົງການສູນກາງ. ພວກຂ້າພະເຈົ້າໄດ້ເປັນເຈົ້າການເຮັດວຽກກັບບັນດາອົງການ, ຫົວໜ່ວຍ, ຈາກນັ້ນ, ປະກອບຄຳເຫັນເຂົ້າໃນກອງປະຊຸມ”.

ທ່ານນາງ ຮວາງທິແທັງຖຸຍ, ຮອງຫົວໜ້າຄະນະສະເພາະກິດ ຄະນະສະມາຊິກສະພາແຫ່ງຊາດແຂວງ ໄຕນິງ, ສະແດງຄວາມເຫັນວ່າ:

ພວກຂ້າພະເຈົ້າຕັ້ງຄວາມຫວັງເຂົ້າໃນກອງປະຊຸມນີ້ - ເຊິ່ງແມ່ນສະໄໝປະຊຸມທຳອິດພາຍຫຼັງໂລຫລະບາດ, ສະພາບການໄດ້ເປັນປົກກະຕິແລ້ວ ພວກເຮົາມີເວລາຫຼາຍກວ່າເພື່ອສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ເນື້ອໃນສຳຄັນ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າກໍ່ມີເວລາຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງກວ່າໃສ່ບັນດາເນື້ອໃນທີ່ສະໄໝປະຊຸມໃນຄັ້ງນີ້”.

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top