• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕັດສິນໃຈສ້າງການຫັນປ່ຽນໃນວຽກງານກໍ່ສ້າງ, ປັບປຸງພັກ

ພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອວັນທີ 3/2/1930 ແມ່ນບາດລ້ຽວປະຫວັດສາດອັນຍິ່ງໃຫຍ່ຂອງຊາດ ຫວຽດນາມ, ນຳການປະຕິວັດ ຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ໃນວິວັດ 93 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ພັກ ຍາມໃດກໍ່ຖືເປັນສຳຄັນໃນວຽກງານກໍ່ສ້າງ ແລະ ປັບປຸງພັກ, ເປັນເອກະພາບໃນການສືບທອດ ແລະ ພັດທະນາແນວທາງ, ແຜນນະໂຍບາຍໃຫ້ເໝາະສົມກັບແຕ່ລະໄລຍະ, ພິເສດແມ່ນໃນບັນດາອາຍຸການມໍ່ໆມານີ້. ດ້ວຍການເພີ່ມເຕີມ, ສືບທອດ, ສ້າງແນວທາງກ່ຽວກັບວຽກງານກໍ່ສ້າງ, ປັບປຸງພັກໃຫ້ສົມບູນແບບ, ພັກກອມມູນິດ ຫວຽດນາມ ນັບມື້ນັບຕັດສິນໃຈສ້າງການຫັນປ່ຽນໃຫມ່ໃນວຽກງານນີ້.
  ກອງປະຊຸມຄັ້ງທີ 23 ຂອງ ຄະນະກຳມະການຊີ້ນຳ ສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ. (ພາບ: TTXVN)  

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III ຂອງພັກ ປີ 1960 ໄດ້ວາງອອກບັນດາຫນ້າທີ່ກໍ່ສ້າງພັກຢູ່ໃນ 3 ເສົາຄ້ຳຄື: ແນວຄິດ, ການເມືອງ, ການຈັດຕັ້ງ. ໂຄງປະກອບນີ້ໄດ້ມີການປ່ຽນແປງໃນປີ 2016, ເມື່ອກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກໄດ້ກຳນົດການກໍ່ສ້າງພັກກ່ຽວກັບຄຸນສົມບັດ ເປັນປັດໄຈພື້ນຖານໃນການກໍ່ສ້າງພັກ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃຫມ່.

ກໍ່ສ້າງແນວທາງກ່ຽວກັບວຽກງານກໍ່ສ້າງພັກໃຫ້ສົມບູນແບບ

ດ້ວຍເລື່ອງເພີ່ມເຕີມປັດໄຈຄຸນສົມບັດ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ກຳນົດວຽກງານກໍ່ສ້າງພັກໂດຍສະແດງອອກຜ່ານ 4 ເສົາຄ້ຳ ນັ້ນແມ່ນ: ການເມືອງ, ແນວຄິດ, ການຈັດຕັ້ງ ແລະຄຸນສົມບັດ. ມາຮອດກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມ ໄດ້ນຳວຽກງານພະນັກງານເປັນປັດໄຈສຳຄັນ, ພື້ນຖານໃນວຽກງານກໍ່ສ້າງພັກ.

ທ່ານ ຫງວຽນດຶກຫ່າ, ອະດີດຫົວຫນ້າກົມ ຄະນະຈັດຕັ້ງສູນກາງ ເນັ້ນຫນັກວ່າ:

“ຄຳຮຽກຮ້ອງຕ້ອງການທີ່ວາງອອກປະຈຸບັນສຳລັບພະນັກງານ ແມ່ນຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງ, ບໍ່ຕົກທ່າຮັບ, ບໍ່ລໍຄອຍ. ບົນພື້ນຖານບົດບາດຫນ້າທີ່ຂອງຕົນ ຕ້ອງຮູ້ຈັກວ່າ ຕົນເອງຕ້ອງເຮັດຫຍັງ, ເຮັດຄືແນວໃດ?ສິ່ງສຳຄັນທີ່ສຸດປະຈຸບັນ ແມ່ນຕ້ອງເລີ່ມມາຈາກເປົ້າໝາຍ, ຈາກຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ. ສະຫາຍເລຂາທິການໃຫຍ່ ໄດ້ຕັກເຕືອນມາຫລາຍຄັ້ງແລ້ວ ນັ້ນແມ່ນ ຕ້ອງເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອສ່ວນລວມ.

ນັບແຕ່ເມື່ອກ້າວເຂົ້າສູ່ກິດຈະການປ່ຽນແປງໃຫມ່ເມື່ອປີ 1986, ພັກກອມມູນິດ ຫວຽດນາມໄດ້ປະກາດໃຊ້ຫລາຍມະຕິກ່ຽວກັບການກໍ່ສ້າງ, ປັບປຸງພັກ. ໄລ່ສະເພາະ 10 ປີມໍ່ໆມານີ້,  ບັນດາກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງ ລ້ວນແຕ່ປະກາດໃຊ້ບັນດາມະຕິ, ບົດສະຫລຸບ, ຂໍ້ກຳນົດສຳຄັນຍິ່ງ, ເຄັ່ງຄັດ ກ່ຽວກັບວຽກງານກໍ່ສ້າງ ປັບປຸງພັກ.

ສືບທອດ, ເພີ່ມເຕີມ, ພັດທະນາຫລາຍເນື້ອໃນສຳຄັນຂອງບັນດາມະຕິຂອງສູນກາງກ່ອນນີ້ີ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ເຕື້ອງເຖິງຫລາຍເນື້ອໃນໃຫມ່, ພົ້ນເດັ່ນ ແມ່ນທັດສະນະ ຖື “ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ ແມ່ນຫນ້າທີ່ສຳຄັນພິເສດ ແລະ “ເດັດດ່ຽວ, ຢຶດໝັ້ນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ດ້ວຍຄວາມຕັດສິນໃຈດ້ານການເມືອງສູງກວ່າ, ມີການກະທຳຢ່າງແຮງກວ່າ, ເຖິງຖອງກວ່າ, ມີປະສິດທິຜົນກວ່າ” ເພື່ອເພີ່ມທະວີການກໍ່ສ້າງ ແລະ ປັບປຸງພັກ; ກໍ່ສ້າງ ແລະ ປັບປຸງລະບົບການເມືອງ; ກໍ່ສ້າງ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນຫນາແຫນ້ນ.

ປັດໄຈຫລັກແຫລ່ງ, ສ້າງກຳລັງຫນູນຊຸກຍູ້ທັງລະບົບ

ໂດຍປະຕິບັດວຽກງານກໍ່ສ້າງ, ປັບປຸງພັກໃຫ້ດີ ແມ່ນປັດໄຈຫລັກແຫລ່ງ, ສ້າງກຳລັງຫນູນຊຸກຍູ້ການກໍ່ສ້າງລະບົບການເມືອງ. ກົງກັນຂ້າມ, ການກໍ່ສ້າງລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ ຈະສ້າງພື້ນຖານອັນຫນັກແຫນ້ນໃນການປັບປຸງບົດບາດນຳພາຂອງພັກສຳລັບລະບົບການເມືອງ ແລະ ທົ່ວສັງຄົມ. ສະນັ້ນ ກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XIII ສືບຕໍ່ປະກາດໃຊ້ບົດສະຫລຸບກ່ຽວກັບວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ ໃນນັ້ນ ຢັ້ງຢືນເປົ້າໝາຍ: ຍູ້ແຮງວຽກງານກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງ ເພ່ືອແນໃສ່ຍົກສູງກຳລັງຄວາມສາມາດການນຳພາ, ກຳອຳນາດ, ກຳລັງຕໍ່ສູ້ຂອງພັກ. ບັນຫາຫລັກແຫລ່ງຂອງວຽກງານກໍ່ສ້າງພັກ ແມ່ນຍົກສູງລະດັບການນຳພາຂອງພັກກຳອຳນາດໃນເງື່ອນໄຂສືບຕໍ່ກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ. ທ່ານ ສາດສະດາຈານ, ປອ ເລມິງທົງ ກຳມະການສະພາທິດສະດີສູນກາງ ເນັ້ນຫນັກວ່າ:

“ໃນລັດແຫ່ງອຳນາດກົດໝາຍ, ພັກຕ້ອງປະຕິບັດ 5 ກຳ. ທີຫນຶ່ງແມ່ນກຳອຳນາດເພື່ອປະຊາຊົນ. ທີສອງແມ່ນກຳອຳນາດຕາມກົດໝາຍ. ທີສາມ, ພັກກຳອຳນາດປະຊາທິປະໄຕ. ທີ 4 ແມ່ນພັກກຳອຳນາດວິທະຍາສາດ. ທີ 5 ແມ່ນພັກກຳອຳນາດຢ່າງສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ.”

ເດັດດ່ຽວຕໍ່ສູ້ຕ້ານລັດທິສ່ວນຕົວ, ສະກັດກັ້ນ, ຍູ້ໃຫ້ຖອຍໄປ, ແກ້ໄຂຢ່າງເຂັ້ມງວດກໍລະນີພະນັກງານ, ສະມາຊິກພັກເສື່ອມທາດຂາດຄຸນດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ປະກົດການ “ຫັນປ່ຽນເອງ”, “ຜັນແປ່ເອງ” ສົມທົບຢ່າງແຫນ້ນແຟ້ນ, ກົມກຽວ” ລະຫວ່າງ ການ “ກໍ່ສ້າງ” ແລະ “ຕ້ານ”, ການກໍ່ສ້າງແມ່ນຫນ້າທີ່ພື້ນຖານ, ຍຸດທະສາດ, ຍາວນານ, ຕ້ານແມ່ນຫນ້າທີ່ສຳຄັນ, ຮີບດ່ວນ, ເປັນປະຈຳໃນວຽກງານກໍ່ສ້າງພັກປະຈຸບັນຢູ່ ຫວຽດນາມ. ເປົ້າໝາຍແມ່ນແນໃສ່ສ້າງບາດກ້າວພັດທະນາໃຫມ່ຂອງພັກ ກ່ຽວກັບສະຕິປັນຍາ, ຄຸນທາດການເມືອງ, ແມ່ນຄຸນສົມບັດ, ສີວິໄລຢ່າງແທ້ຈິງ ນັບມື້ນັບສະຫນິດຕິດພັນຢ່າງແຫນ້ນແຟ້ນກັບປະຊາຊົນ, ນັບມື້ນັບໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ, ມີອິດທິພົນຊື່ສຽງ ແລະກຳລັງຄວາມສາມາດການນຳພາຢ່າງຄົບຖ້ວນໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ  ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top