• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ

ຕອນເຊົ້າວັນທີ 30 ມິຖຸນາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມລາຊະອານາຈັກອັງກິດຢ່າງເປັນທາງການ, ຢູ່ສຳນັກງານກະຊວງຍຸຕິທຳອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງຍຸຕິທຳອັງກິດ Dominic Raab.

ຕອນເຊົ້າວັນທີ 30 ມິຖຸນາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມລາຊະອານາຈັກອັງກິດຢ່າງເປັນທາງການ, ຢູ່ສຳນັກງານກະຊວງຍຸຕິທຳອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງຍຸຕິທຳອັງກິດ Dominic Raab.

   

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ  ແລະ ທ່ານຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງຍຸຕິທຳອັງກິດ Dominic Raab 

ທີ່ການພົບປະ, ທ່ານ Dominic Raab ໄດ້ເນັ້ນໜັກວ່າ ອັງກິດ ມີຄວາມຫວັງຢາກຍູ້ແຮງການພົວພັນຮ່ວມມືກັບ ຫວຽດນາມ ໃນຂົງເຂດຕ່າງໆ, ເປັນຕົ້ນແມ່ນ ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ຍຸຕິທຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ກ່ຽວກັບການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ສອງຝ່າຍຖືວ່າ ຄວນໝູນໃຊ້ຄວາມສະດວກ, ບຸລິມະສິດສູງຂອງສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດໃຫ້ຟື້ນຟູພາຍຫຼັງພະຍາດໂຄວິດ - 19  ແລະ ຮັບມືກັບສິ່ງທ້າທາຍກ່ຽວກັບລະບົບສະໜອງ, ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານໃຫ້ຫຼາຍກ່ວາອີກ.

ສ່ວນທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ລັດຖະບານອັງກິດ ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຕັ້ງຖິ່ນຖານຄົງທີ່ ແລະ ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນ ຢູ່ອັງກິດ. ທ່ານ Dominic Raab ຢາກໃຫ້ຫວຽດນາມ ສືບຕໍ່ແບ່ງປັນປະສົບການ, ໜູນຊ່ວຍເພື່ອໃຫ້ອັງກິດເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໂດຍໄວ, ທ່ານຢັ້ງຢືນວ່າຈະສືບຕໍ່ໜູນຊ່ວຍເພື່ອ ໃຫ້ປະຊາຄົມຊາວຫວຽດນາມ ມີການດຳລົງຊີວິດ ແລະ ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍ, ນັກສຶກສາຫວຽດນາມ ຮ່ຳຮຽນມີຄວາມສະດວກ.

ໃນເຫດການກ່ຽວຂ້ອງ, ຕອນບ່າຍວັນດຽວກັນ ຢູ່ສຳນັກງານກະຊວງພາຍໃນອັງກິດ, ນະຄອນຫຼວງ ລອນດອນ, ປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານນາງລັດຖະມົນຕີກະຊວງພາຍໃນອັງກິດ Priti Patel. ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ ສະພາແຫ່ງຊາດ ຫວຽດນາມ ມີຄວາມສົນໃຈ ແລະ ມີໂຄງການພິຈາລະນາການປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຟອກເງິນ ໃນເດືອນຕຸລາ ປີ 2022 ຈະມາເຖິງ. ໂດຍເນັ້ນໜັກວ່າ ອັງກິດແມ່ນສະມາຊິກຕັ້ງໜ້າຂອງກຳລັງປ້ອງກັນ, ຕ້ານການຟອກເງິນ ແລະ ກໍ່ແມ່ນປະເທດທີ່ມີທັກສະນະ, ມີອິດທິພົນຊື່ສຽງ ກ້ວາງຂວາງໃນຂົງເຂດນີ້, ທ່ານປະທານສະພາແຫ່ງຊາດ ຕີລາຄາສູງ ເລື່ອງລາຊະອານາຈັກ ອັງກິດ ສະໜອງຫຼາຍການເຄື່ອນໄຫວໜູນຊ່ວຍຍົກສູງປະສິດທິຜົນໃນການປ້ອງກັນ, ຕ້ານການຟອກເງິນ, ຕ້ານການອຸປະຖຳໃຫ້ແກ່ການກໍ່ການຮ້າຍ ຢູ່ຫຼາຍປະເທດ, ໃນນັ້ນມີ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top