• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແລະຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ເກຼັກ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຂອບໃຈສະພາແຫ່ງຊາດ ເກຼັກ ທີ່ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຂອບໃຈສະພາແຫ່ງຊາດ ເກຼັກ ທີ່ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ.

    

ທ່ານປະທານສະພາແຫ່ງຊາດ  ເວືອງດິ່ງເຫ້ວ ພົບປະເຈລະຈາກັບທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou)

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານນາງປະທານາທິບໍດີ ເກຼັກ Katerina Sakellaropoulou.

        ເມື່ອແລກປ່ຽນກ່ຽວກັບການຮ່ວມມື 2 ຝ່າຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຂອບໃຈສະພາແຫ່ງຊາດ ເກຼັກ ທີ່ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA) ໂດຍໄວ, ຍົກເລີກບັດເຫຼືອງສຳລັບຜະລິດຕະພັນສິນໃນນ້ຳຂອງ ຫວຽດນາມ. 2 ຝ່າຍຮ່ວມມືກັນຢ່າງແໜ້ນແຟ້ນ, ໝູນໃຊ້ຜົນປະໂຫຍດຈາກ EVFTA ແລະ EVIPA ນຳມາໃຫ້, ພິເສດແມ່ນການປົກປ້ອງຜົນປະໂຫຍດຢ່າງຊອບທຳຂອງບັນດາວິສາຫະກິດຂອງ 2 ປະເທດ ໃນການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ຕະຫຼາດຂອງແຕ່ລະຝ່າຍ ພາຍຫຼັງທີ່ໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ.

        ກ່ຽວກັບການຮ່ວມມືລະຫວ່າງອົງການສະພາແຫ່ງຊາດຂອງ 2 ປະເທດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ທ່ານນາງປະທານາທິບໍດີ ເກຼັກ ສະໜັບສະໜູນເພີ່ມທະວີການພົວພັນຮ່ວມມືລັດຖະສະພາຂອງ 2 ປະເທດ ນັບທັງຂອບເຂດການຮ່ວມມື 2 ຝ່າຍ ແລະ ການສົມທົບກັນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາຢາກໃຫ້ ເກຼັກ ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ, ກໍຄືສະໜັບສະໜູນບັນດາກົນໄກອື່ນໆ ດ້ວຍບົດບາດເປັນໃຈກາງ ແລະ ນຳພາຂອງ ອາຊຽນ.

        ສ່ວນທ່ານປະທານາທິບໍດີ ເກຼັກ Katerina Sakellaropoulou ຖືວ່າ, 2 ປະເທດຄວນອີງໃສ່ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ ເພື່ອຊຸກຍູ້ການເພີ່ມວົງເງິນການຄ້າ; ທ່ານຫວັງວ່າ ເມື່ອສັນຍາການເດີນທະເລ, ສັນຍາຫຼີກລ້ຽງການເກັບພາສີຊ້ອນໄດ້ຮັບການລົງນາມ ຈະຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ 2 ຝ່າຍ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top