ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ສີຈິ້ນຜິງ ໄດ້ສົ່ງຈົດໝາຍຂອບໃຈເຖິງສະຫາຍເລຂາ ທິການ ໃຫຍ່ ຫງວຽນຝູ໋ຈ້ອງ ທີ່ໄດ້ສົ່ງສານເສົ້າສະຫຼົດໃຈຕໍ່ການ ມໍລະນະກໍາ ຂອງ ສະຫາຍ ຈຽງເຈີມິນ.
ສະຫາຍ ສີຈີຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງສາທາລະນະລັດປະຊາຊົນ ຈີນ
ສຳນັກຂ່າວສານ ຫວຽດນາມ ຂໍນຳສະເໜີເນື້ອໃນ ຈົດໝາຍ ສະບັບນີ້:
ຈົດໝາຍຂອບໃຈ
ຂໍຮຽນ: ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ.
ຂໍຕາງໜ້າພັກ, ລັດ ແລະ ປະຊາຊົນ ຈີນ, ຂ້າພະເຈົ້າຂໍຂອບໃຈຢ່າງຈິງໃຈທີ່ສະຫາຍໄດ້ສົ່ງຄວາມເສົ້າສະຫຼົດໃຈຕໍ່ການມໍລະນະກໍາ ຂອງສະຫາຍ ຈຽງເຈີມິນ ແລະ ຂໍຝາກຄວາມຂອບອົກຂອບໃຈຈາກຄອບຄົວສະຫາຍ ຈຽງເຈີມິນ ເຖິງ ສະຫາຍ.
ສະຫາຍ ຈຽງເຈີມິນ ພ້ອມກັບການນຳ ຫວຽດນາມ ໄດ້ຊຸກ ຍູ້ການປັບປຸງສາຍພົວພັນ ຈີນ-ຫວຽດນາມໃຫ້ເປັນປົກ ກະ ຕິ, ໄດ້ຈັດຕັ້ງຄຳຂວັນ 16 ຄໍາວ່າ “ບ້ານໃກ້ເຮືອນຄຽງມິດ ຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ, ມຸ່ງໄປເຖິງອະນາຄົດ”, ໄດ້ມີອິດທິພົນຢ່າງເລິກເຊິ່ງຕໍ່ການພັດທະນາຂອງການພົວພັນ ຈີນ - ຫວຽດນາມ.
ຫວ່າງມໍ່ໆ ນີ້, ສະຫາຍເລຂາທິການໃຫຍ່ ໄດ້ດຳເນີນການຢ້ຽມຢາມ ສປ ຈີນ ຢ່າງສຳເລັດຜົນ. ພ້ອມກັນນັ້ນ, ພວກເຮົາໄດ້ປຶກສາຫາລື ກ່ຽວກັບທິດທາງໃຫຍ່ ເພື່ອພັດທະນາການພົວພັນລະຫວ່າງ ຈີນ-ຫວຽດນາມ ແລະ ບັນລຸຈຸດ ໝາຍຮ່ວມທີ່ສຳຄັນ. ຂ້າພະເຈົ້າຖືເປັນສຳຄັນການພັດທະ ນາການພົວພັນ ລະຫວ່າງ ຈີນ-ຫວຽດນາມ, ພ້ອມແລ້ວຮ່ວມກັບສະຫາຍ ໃນຄວາມພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ຫວຽດນາມ ໃນຍຸກໃໝ່ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ.
ຂໍອວຍພອນໄຊອັນປະເສີດມາຍັງສະຫາຍ.
ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ.
ປະຕິບັດ: VNA/VNP