• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ​ມາ​ທ່ຽວ ຮ່າ​ໂນ້ຍ ລ້ວນ​ແຕ​່​ເພີ່ມ​ຂຶ້ນ

ຍອດລາຍຮັບທີ່ເກັບມາໄດ້ຈາກແຂກທ່ອງທ່ຽວບັນລຸ 25,2 ພັນຕື້ດົ່ງ, ເພີ່ມຂຶ້ນທົບ 3 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ຍອດລາຍຮັບທີ່ເກັບມາໄດ້ຈາກແຂກທ່ອງທ່ຽວບັນລຸ 25,2 ພັນຕື້ດົ່ງ, ເພີ່ມຂຶ້ນທົບ 3 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

    

ນັກທ່ອງທ່ຽວຕ່າງປະເທດ ທ່ຽວຊົມ ໜອງຮວ່ານກ໊ຽມ (ພາບ: TTXVN)

ຕາມພະແນກທ່ອງທ່ຽວ ນະຄອນ ຮ່າໂນ້ຍ ແລ້ວ, ໃນ 6 ເດືອນຕົ້ນປີ 2022, ຈຳນວນແຂກທ່ອງທ່ຽວທັງໝົດທີ່ມາທ່ຽວ ຮ່າໂນ້ຍ ບັນລຸ 8,61 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 3 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນ, ຈຳນວນແຂກທ່ອງທ່ຽວສາກົນບັນລຸກວ່າ 210.000 ເທື່ອຄົນ. ຍອດລາຍຮັບທີ່ເກັບມາໄດ້ຈາກແຂກທ່ອງທ່ຽວບັນລຸ 25,2 ພັນຕື້ດົ່ງ, ເພີ່ມຂຶ້ນທົບ 3 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

        ໃນໄລຍະຈະມາເຖິງ, ຂະແໜງທ່ອງທ່ຽວນະຄອນ ຮ່າໂນ້ຍ ໄດ້ພ້ອມກັບວິສາຫະກິດທ່ອງທ່ຽວ ສືບຕໍ່ສ້າງຜະລິດຕະພັນທ່ອງທ່ຽວທີ່ດູດດື່ມ, ເປັນເອກະລັກ, ສຸມໃສ່ບັນດາຜະລິດຕະພັນທີ່ມີທ່າແຮງຂອງນະຄອນ ເປັນຕົ້ນແມ່ນບັນດາຮູບແບບການທ່ອງທ່ຽວ: ວັດທະນະທຳ, ຄົ້ນຫາ, ກິລາ, ລາຍການທ່ອງທ່ຽວສົມທົບກັບການຈັດກອງປະຊຸມ, ກອງປະຊຸມສຳມະນາ (MICE). ນະຄອນ ຮ່າໂນ້ຍ ກໍໄດ້ເອົາໃຈໃສ່ເປັນພິເສດເຖິງການພັດທະນາການທ່ອງທ່ຽວກະສິກຳ, ສຸມໃສ່ການພັດທະນາຜະລິດຕະພັນການທ່ອງທ່ຽວຕາມແຕ່ລະເຂດ, ພາກ ແລະ ທ່າແຮງຂອງທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top