• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຳອວຍພອນຂອງທ່ານຜູ້ຟັງຕ່າງປະເທດຕໍ່ຜົນສຳເລັດຂອງ SEA Games 31

ໄປຄຽງຄູ່ກັບບັນດານັດແຂ່ງຂັນທີ່ດຸເດືອດ ໃນງານມະຫາກຳກິລາ SEA Games 31, ໃນຕະຫຼອດໄລຍະ ເດືອນພຶດສະພາ ປີ 2022, ໃນບໍລິເວນນະຄອນ ຮ່າໂນ້ຍ ມີຫຼາຍເຫດການວັດທະນະທຳ, ການທ່ອງທ່ຽວເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ຕໍ່ໄປນີ້, ຂ້າພະເຈົ້າຂໍແນະນຳໃຫ້ເພື່ອນ ແລະ ທ່ານຜູ້ຟັງບາງການເຄື່ອນໄຫວທີ່ພົ້ນເດັ່ນ.
  ພາບປະກອບ: TTXVN  

 ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 300 ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 31 ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງຈົດໝາຍມາດ້ວຍຫຼາຍເນື້ອໃນແບ່ງປັນຄວາມຮູ້ສຶກແລະ ຢາກຮູ້ກ່ຽວກັບ SEA Games 31. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ທ່ານຜູ້ຟັງ ຮວຍຮ໊ວຍ ຢູ່ກວາງຕຸງ ແລະ ທ່ານຜູ້ຟັງ ລູຄວານລີ ຢູ່ປັກກິ່ງ, ປະເທດ ຈີນ ໄດ້ສະແດງຄວາມສົນໃຈຕໍ່ SEA Games 31 ທີ່ຫາກໍ່ດຳເນີນສຳເລັດຢູ່ ຫວຽດນາມ, ມີທ່ານຜູ້ຟັງຫຼາຍທ່ານເຊື່ອໝັ້ນວ່າ ຖ້າ ຫວຽດນາມ ຈັດຕັ້ງSEA Games 31ປະສົບຜົນສຳເລັດ, ໃນອະນາຄົດ ກໍ່ສາມາດເປັນເຈົ້າພາບງານມະຫາກຳກິລາ ອາຊີໄດ້.

ບັນດາທ່ານຜູ້ຟັງລາຍການພາສາ ອິນໂດເນເຊຍ ໄດ້ສົ່ງຈົດໝາຍ ສະແດງຄວາມຊົມເຊີຍຫວຽດນາມ ທີ່ຈັດຕັ້ງSEA Games 31ສຳເລັດ, ຊົມເຊີຍທັບນັກກິລາທີ່ບັນລຸຜົນງານສູງໃນການແຂ່ງຂັນ SEA Games 31.

ທ່ານ ພອນສະຫວັນຜູ້ຟັງລາຍການພາກພາສາ ລາວໄດ້ສົ່ງ ອີແມວ ມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂໍສະແດງຄວາມຊົມເຊີຍຕໍ່ໄຊຊະນະຂອງທິມຊາດບານເຕະ ຫວຽດນາມ ເວົ້າສະເພາະ ແລະ ຜົນສຳເລັດຂອງ ຫວຽດນາມ ໃນການຈັດຕັ້ງ SEA Games 31 ເວົ້າລວມ. ຜົນສຳເລັດນີ້ເປັນການຢັ້ງຢືນວ່າ ໃນໄລຍະຜ່ານມາ, ກິລາຫວຽດນາມມີບາດກ້າວພັດທະນາຢ່າງກະໂດດຂັ້ນ.

ເພື່ອນ ຄຳນ້ອຍຜູ້ຟັງມາຈາກແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການພາກພາສາລາວຜ່ານທາງ Facebook ດ້ວຍເນື້ອໃນຄືດັ່ງນີ້: ໃນໂອກາດ ງານມະຫາກຳກິລາ SEA Games ຜ່ານມານີ້, ຂ້າພະເຈົ້າໄດ້ຮູ້ວ່າ ຫວຽດນາມຈັດຕັ້ງຫຼາຍເຫດການທ່ອງທ່ຽວໃນບໍລິເວນນະຄອນຮ່າໂນ້ຍ ເພື່ອແນໃສ່ໂຄສະນາການທ່ອງທ່ຽວໃຫ້ແຂກທ່ອງທ່ຽວທີ່ມາຈາກບັນດາປະເທດ ອາຊຽນ ແລະ ສາກົນ. ຫວັງວ່າບັນດາອ້າຍເອື້ອຍນ້ອງບັນນາທິການ ລາຍການພາສາລາວ ຈະສະໜອງຂໍ້ມູນກ່ຽວກັບເຫດການດັ່ງກ່າວໃຫ້ແກ່ຂ້າພະເຈົ້າຮັບຮູ້ຕື່ມອີກ?

ເພື່ອນຄຳນ້ອຍທີ່ຮັກແພງ! ໄປຄຽງຄູ່ກັບບັນດານັດແຂ່ງຂັນທີ່ດຸເດືອດ ໃນງານມະຫາກຳກິລາ SEA Games 31, ໃນຕະຫຼອດໄລຍະ ເດືອນພຶດສະພາ ປີ 2022, ໃນບໍລິເວນນະຄອນ ຮ່າໂນ້ຍ ມີຫຼາຍເຫດການວັດທະນະທຳ, ການທ່ອງທ່ຽວເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ຕໍ່ໄປນີ້, ຂ້າພະເຈົ້າຂໍແນະນຳໃຫ້ເພື່ອນ ແລະ ທ່ານຜູ້ຟັງບາງການເຄື່ອນໄຫວທີ່ພົ້ນເດັ່ນ.

ວັນບຸນມອບຂອງຂວັນ ທ່ອງທ່ຽວ ຮ່າໂນ້ຍ 2022: ວັນບຸນມອບຂອງຂວັນ ທ່ອງທ່ຽວຮ່າໂນ້ຍ 2022 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 29 ເມສາ ຫາ ວັນທີ 1 ພຶດສະພາ, ໂດຍຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍຊີ້ນຳ, ພະແນກທ່ອງທ່ຽວນະຄອນຫຼວງຮ່າໂນ້ຍ ສົມທົບກັບບັນດາໜ່ວຍງານປະຕິບັດນັ້ນໄດ້ຮັບຖືວ່າແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວຈັດຕັ້ງວັນບຸນວັດທະນະທຳ, ການທ່ອງທ່ຽວທີ່ດຳເນີນຢູ່ນະຄອນຮ່າໂນ້ຍໃນເດືອນພຶດສະພານີ້. ວັນບຸນ ມອບຂອງຂວັນການທ່ອງທ່ຽວຮ່າໂນ້ຍ ປີ 2022 ມີຮ້ານວາງສະແດງມອບຂອງຂວັນ 100 ຮ້ານ ຂອງບັນດານັກສິລະປະການບັນດາໝູ່ບ້ານ, ໜ່ວຍງານ, ວິສາຫະກິດຜະລິດ, ດຳເນີນທຸລະກິດກ່ຽວກັບຜະລິດຕະພັນຂອງຂວັນທີ່ລະນຶກ, ວິສາຫະກິດການທ່ອງທ່ຽວ.

ສັບປະດາທ່ອງທ່ຽວບາດຈ່າງ: ໃນໄລຍະດຳເນີນວັນບຸນມອບຂອງຂວັນທ່ອງທ່ຽວຮ່າໂນ້ຍ 2022, ສັບປະດາທ່ອງທ່ຽວບາດຈ່າງໄດ້ດຳເນີນແຕ່ວັນທີ 28 ເມສາ ຫາ ວັນທີ 3 ພຶດສະພາ ກໍ່ມີຄວາມຈັບອົກຈັບໃຈຫຼາຍເມື່ອທຽບໃສ່ກັບຫຼາຍກິດຈະກຳເຄື່ອນໄຫວທີ່ມີຄວາມໝາຍອື່ນຄື: ພິທີຮັບຂໍ້ຕົກລົງວ່າດ້ວຍການຮັບຮອງເອົາ ອາຊີບຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ເປັນ ມໍລະດົກວັດທະນະທຳນາມມະທຳລະດັບຊາດ, ຈັດຕັ້ງລະບົບຮ້ານວາງສະແດງຜະລິດຕະພັນ OCOP, ກ່ອນOCOP ແລະ  ບັນດາຜະລິດຕະພັນອາຫານການກິນ ຂອງໝູ່ບ້ານທີ່ເປັນມູນເຊື້ອລວມມີ ເຄື່ອງປັ້ນດິນເຜົາບາດຈ່າງ, ຢາງກາວ, ກິມລານ, ກຽວກິ, ນິງຮຽບ, ເຢືອງຊາ…ແລະ ບາງໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງຮ່າໂນ້ຍ.

ງານຕະຫຼາດນັດວາງສະແດງເຄື່ອງທີ່ລະນຶກຂອງນະຄອນຫຼວງໃນປີ 2022: ກໍ່ແມ່ນເຫດການຕອບສະໜອງ SEA Games 31, ນັບແຕ່ວັນທີ 11 ຫາວັນທີ 20 ພຶດສະພາ, ພະແນກອຸດສາຫະກຳ ການຄ້າ ຮ່າໂນ້ຍ ໄດ້ຈັດງານຕະຫຼາດນັດວາງສະແດງເຄື່ອງທີ່ລະນຶກນະຄອນ ປີ 2022 (Hanoi Great Souvenirs 2022), ຢູ່ສະໜາມຫຼວງຕໍ່ໜ້າສະໜາມກິລາໝີດິ່ງ. ງານຕະຫຼາດນັດມີຂອບຂະໜາດໃຫຍ່ດ້ວຍຮ້ານວາງສະແດງ, ຂາຍຜະລິດຕະພັນຫັດຖະກຳສິລະປະກຳ, ຜະລິດຕະພັນຂອງຂວັນທີ່ໂດດເດັ່ນຂອງບາງໝູ່ບ້ານອາຊີບ ໃນບໍລິເວນນະຄອນ 100 ຮ້ານ.

ເພື່ອນຄຳນ້ອຍທີ່ຮັກແພງ, ດັ່ງທີ່ກ່າວມາຂ້າງເທິງນັ້ນແມ່ນຄຳຕອບກ່ຽວກັບຄຳຖາມຂອງເພື່ອນ ຫວັງວ່າຈະເຮັດໃຫ້ເພື່ອນມີຄວາມພໍໃຈ.

ສ່ວນໃນອີແມວຂອງເພື່ອນ ພັນທະລີ ຢູ່ນະຄອນຫຼວງວຽງຈັນໄດ້ສົ່ງມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ໃນເດືອນມິຖຸນາ, ກໍລະກົດຈະມາເຖິງນີ້, ຂ້າພະເຈົ້າຢາກໄປທ່ອງທ່ຽວຢູ່ຫວຽດນາມ. ດັ່ງນັ້ນ, ຕາມຂໍ້ກຳນົດໃໝ່ຂອງກະຊວງສາທາລະນະສຸກແລະກົມກວດກາຄົນເຂົ້າ-ອອກເມືອງຫວຽດນາມແລ້ວ ຂ້າພະເຈົ້າຕ້ອງກະກຽມຫຍັງແດ່? ແລະປັດຈຸບັນບັນດາເຂດທ່ອງທ່ຽວຢູ່ຫວຽດນາມໄດ້ເປີດປະຕູທັງໝົດແລ້ວບໍ່?

ເພື່ອນພັນທະລີທີ່ຮັກແພງ! ຕາມເອກະສານເລກທີ 2118 ຂອງກະຊວງສາທາລະນະສຸກຫວຽດນາມແລະໂທລະເລກທາງການເລກທີ 415 ຂອງນາຍົກລັດຖະມົນຕີ, ນັບແຕ່ວັນທີ 27 ເມສາ 2022 ມາ, ແຂກທ່ອງທ່ຽວສາກົນທີ່ເຂົ້າມາປະເທດຫວຽດນາມ ແມ່ນບໍ່ໄດ້ແຈ້ງອາການສຸຂະພາບກ່ຽວກັບໂຄວິດ - 19 ແລະນັບແຕ່ວັນທີ 15 ພຶດສະພາ 2022 ມານີ້ກໍ່ບໍ່ຈຳເປັນຕ້ອງມີໃບກວດເຊື້ອໂຄວິດ - 19 ກ່ອນທີ່ຈະເຂົ້າມາປະເທດຫວຽດນາມ. ດັ່ງນັ້ນຖ້າເພື່ອນຢາກມາທ່ອງທ່ຽວຢູ່ຫວຽດນາມ,ເພື່ອນພຽງແຕ່ມີປະກັນສຸຂະພາບແລະປະກັນໄພການທ່ອງທ່ຽວທີ່ມີເນື້ອໃນປິ່ນປົວໂຄວິດ - 19 ດ້ວຍລະດັບໃຊ້ຈ່າຍຢ່າງໜ້ອຍສຸດແມ່ນ 10.000 USD, ໃບຢັ້ງຢືນສັກວັກຊິນກັນໂຄວິດ - 19 ຖືກຕາມການກຳນົດຫຼືໃບຢັ້ງຢືນການປິ່ນປົວພະຍາດໂຄວິດ (ຖ້າເຄີຍເປັນພະຍາດໂຄວິດ)ແລະປາດສປໍເພື່ອນກໍ່ມີເງື່ອນໄຂຄົບຖ້ວນແລ້ວ. ນອກຈາກນັ້ນ, ເມ່ເຂົ້າມາປະເທດຫວຽດນາມເພື່ອນຕ້ອງປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ - 19 ຄື: ຕິດຕາມອາການສຸຂະພາບດ້ວຍຕົນເອງພາຍຫຼັງເຂົ້າມາ ໃນເວລາ 10 ວັນ, ແຈ້ງອາການສຸຂະພາບນຳຮາກຖານການແພດໃກ້ທີ່ສຸດຖ້າຫາກສົງໄສວ່າຕົນເອງຕິດເຊື້ອ. ກ່ຽວກັບບັນດາເຂດທ່ອງທ່ຽວນັບແຕ່ວັນທີ 15 ມີນາເປັນຕົ້ນມາ, ສະຖານທີ່ທ່ອງທ່ຽວຫວຽດນາມໄດ້ເປີດປະຕູທັງໝົດແລ້ວ, ທຸກໆທ້ອງຖິ່ນ, ສະຖານທີ່ທ່ອງທ່ຽວລ້ວນແຕ່ໄດ້ອະນຸຍາດໃຫ້ເປີດຕ້ອນຮັບແຂກທ່ອງທ່ຽວສາກົນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີແມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top