• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດວ່າປີ 2022 ບັນດາພື້ນຖານເສດຖະກິດ ອາຊຽນ ຄາດວ່າເຕີບໂຕໃນລະດັບ 4,9%

ບັນດາພື້ນຖານເສດຖະກິດ ອາຊຽນ ຈະເຕີບໂຕຢູ່ໃນລະດັບ 4,9% ໃນປີ 2022 ແລະ ລະດັບ 5,2% ໃນປີ 2023 ໃນສະພາບການທີ່ອັດຕາການສັກຢາວັກຊີນເພີ່ມຂຶ້ນສູງ.
  ກ່ຳປັ່ນ container ຢູ່ທ່າກ່ຳປັ່ນ Pasir Panjang, Singapore (ພາບ: AFP/TTXVN)  

ບົດລາຍງານໂດຍຫຍໍ້ກ່ຽວກັບການເຊື່ອມໂຍງເສດຖະກິດຂອງບັນດາປະເທດ ອາຊຽນ (AEIB) ປະກາດຫວ່າງມໍ່ໆມານີ້, ໃຫ້ຂໍ້ສັງເກດວ່າ: ບັນດາພື້ນຖານເສດຖະກິດ ອາຊຽນ ຈະເຕີບໂຕຢູ່ໃນລະດັບ 4,9% ໃນປີ 2022 ແລະ ລະດັບ 5,2% ໃນປີ 2023 ໃນສະພາບການທີ່ອັດຕາການສັກຢາວັກຊີນເພີ່ມຂຶ້ນສູງ. ຕາມບົດລາຍງານສະບັບນີ້ແລ້ວ, ການຜັນຂະຫຍາຍບັນດາໂຄງການສັກວັກຊີນບັນລຸປະສິດທິຜົນໄດ້ອະນຸຍາດໃຫ້ບັນດາປະເທດສະມາຊິກ ອາຊຽນ ເປີດປະຕູຄືນໃໝ່, ຊຸກຍູ້ບັນດາການເຄື່ອນໄຫວເສດຖະກິດ ແລະ ໜູນຊ່ວຍການຟື້ນຟູຂອງຕະຫຼາດວຽກເຮັດງານທຳ. AEIB ຕັກເຕືອນວ່າ ຄາດວ່າ, ບັນດາປະເທດສະມາຊິກ ອາຊຽນ ຈະເປີດປະຕູທັງໝົດໃນທ້າຍປີ 2022. ຄວາມປະເອີບໃຈຈະປະກົດມີໃນຕະຫຼອດປີ 2022, ດ້ວຍດັດຊະນີການຜະລິດສືບຕໍ່ເຕີບໂຕ ໂດຍບໍ່ຫົວຊາຕໍ່ຄວາມສ່ຽງຈາກສາຍພັນໃໝ່ຂອງໄວຣັດ SARS-CoV-2 ແລະ ລາຄາສິນຄ້າເພີ່ມຂຶ້ນສູງໃນໄລຍະຕົ້ນປີ.

ກໍ່ຕາມບົດລາຍງານນີ້, ບັນດາພື້ນຖານເສດຖະກິດຂອງພາກພື້ນໄດ້ບັນລຸລະດັບເຕີບໂຕ 3% ໃນປີ 2021 ເມື່ອທຽບໃສ່ລະດັບຫລຸດລົງ 3,2% ໃນປີ 2020 ຍ້ອນອີງໃສ່ການໃຊ້ສອຍ ແລະ ການຄ້າເພີ່ມຂຶ້ນຢ່າງແຮງ. ອັດຕາໄພວ່າງງານ ທີ່ເຄີຍເພີ່ມຂຶ້ນຢ່າງແຮງໃນໄລຍະເກີດໂລກລະບາດໂຄວິດ - 19, ໄດ້ຫລຸດລົງໃນປີ 2021, ໃນຂະນະທີ່ການຄ້າເພີ່ມຂຶ້ນ 25,1% ຂຶ້ນເຖິງ 3.340 ຕື້ USD ໃນປີ 2021, ລື່ນກາຍລະດັບໃນໄລຍະກ່ອນເກີດໂລກລະບາດ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top