• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ພົບ​ປະ​ສົນ​ທະ​ນາ​ຂັ້ນ​ສູງ ຫວຽດ​ນາມ - ເອ​ຢິບ

ສອງຝ່າຍເຫັນດີຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ເວທີປາໄສສາກົນ ແລະ ພາກພື້ນ, ແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ, ມີບັນຫາຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນການຄວາມສະຫງົບ, ປອດໄພ, ສິດເສລີໃນການເດີນເຮືອໃນພາກພື້ນ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ສອງຝ່າຍເຫັນດີຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ເວທີປາໄສສາກົນ ແລະ ພາກພື້ນ, ແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ, ມີບັນຫາຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນການຄວາມສະຫງົບ, ປອດໄພ, ສິດເສລີໃນການເດີນເຮືອໃນພາກພື້ນ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟູກ ແລະ ທ່ານນາງປະທານາທິບໍດີ ເອຢິບ Katerina Sakellaropoulou 

ວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟູກ ແລະ ທ່ານນາງປະທານາທິບໍດີ ເອຢິບ Katerina Sakellaropoulou ໄດ້ດຳເນີນການພົບປະສົນທະນາ. ການນຳສອງປະເທດໄດ້ເຫັນດີເປັນເອກະພາບເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ບໍ່ພຽງແຕ່ລະຫວ່າງຜູ້ແທນຂັ້ນສູງເທົ່ານັ້ນ ຫາກຍັງຢູ່ຂັ້ນກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດລະຫວ່າງສອງປະເທດອີກດ້ວຍ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງ ປະທານາທິບໍດີ ເອຢິບ Katerina Sakellaropoulou ກໍເຫັນດີພ້ອມກັນມານະພະຍາຍາມຊຸກຍູ້ການພົວພັນທາງດ້ານເສດຖະກິດ, ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດສອງປະເທດເພີ່ມທະວີການພົບປະ, ແລກປ່ຽນປະສົບການ ແລະ ເຊື່ອມຕໍ່ຄູ່ເຈລະຈາ, ສຸມໃສ່ບັນດາຂົງເຂດເຊິ່ງ ຫວຽດນາມ ມີຄວາມຕ້ອງການ ແລະ ເອຢິບ ມີທ່າແຮງຄື ການຕໍ່ກ່ຳປັ່ນ, ສ້ອມແປງກ່ຳປັ່ນ, ສະໜອງການບໍລິການຂົນສົ່ງທາງທະເລ, ພະລັງງານ, ກະສິກຳ…  ພ້ອມດຽວກັນນັ້ນ ກໍເຫັນດີຊຸກຍູ້ການເຈລະຈາເພື່ອສ້າງກອບນິຕິກຳ ສັນຍາວ່າດ້ວຍການບໍ່ເກັບພາສີຊ້ອນ ແລະ ສັນຍາວ່າດ້ວຍການຂົນສົ່ງທາງທະເລ ໃຫ້ສົມບູນແບບ.

ການນຳສອງປະເທດກໍເຫັນດີຍູ້ແຮງການຮ່ວມມືໃນຂົງເຂດອື່ນໆຄື ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ກິລາ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ. ສອງຝ່າຍເຫັນດີຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ເວທີປາໄສສາກົນ ແລະ ພາກພື້ນ, ແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ, ມີບັນຫາຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນການຄວາມສະຫງົບ, ປອດໄພ, ສິດເສລີໃນການເດີນເຮືອໃນພາກພື້ນ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top