• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດເຂົ້າ​ສຸ​ສານ​ໄວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ

ຄະນະໄດ້ສະແດງຄວາມເຄົາລົບນັບຖືຢ່າງສູງ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີທີ່ຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ນັກຮົບປົດປ່ອຍຊາດ, ການນຳຜູ້ປີຊາສາມາດຂອງພັກ ແລະ ປະຊາຊົນ ຫວຽດນາມ.

ຄະນະໄດ້ສະແດງຄວາມເຄົາລົບນັບຖືຢ່າງສູງ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີທີ່ຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ນັກຮົບປົດປ່ອຍຊາດ, ການນຳຜູ້ປີຊາສາມາດຂອງພັກ ແລະ ປະຊາຊົນ ຫວຽດນາມ.

    

ຄະນະການນຳພັກ, ລັດ ຫວຽດນາມ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 – 19/05/2022), ຕອນເຊົ້າວັນທີ 19 ພຶດສະພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ ແລະ ຖະຫວາຍທູບທຽນ ອາໄລຫານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ອະນຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ຖະໜົນ ບັກເຊີນ.

        ເຂົ້າຮ່ວມພິທີໄວ້ອາໄລ ມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍການນຳບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ. ນະທີ່ນີ້, ຄະນະໄດ້ສະແດງຄວາມເຄົາລົບນັບຖືຢ່າງສູງ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີທີ່ຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ນັກຮົບປົດປ່ອຍຊາດ, ການນຳຜູ້ປີຊາສາມາດຂອງພັກ ແລະ ປະຊາຊົນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top