• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ ຫວຽດນາມ ມອບຫຼຽນລາງວັນໃຫ້ແກ່ບັນດາທິມບານເຕະຊາຍທີ່ຄວ້າໄດ້ຜົນງານສູງໃນຊີເກມ 31

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງບັນດາຄູຝຶກ ແລະ ນັກກິລາ ໃນຄະນະນັກກິລາ ຫວຽດນາມ ທີ່ໄດ້ສ້າງສະຖິຕິໃໝ່ກ່ຽວກັບຈຳນວນຫຼຽນຄຳ ເຊິ່ງຄະນະນັກກິລາໜຶ່ງບັນລຸໄດ້ໃນຊີເກມ 31.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມອບຫຼຽນທອງໃຫ້ແກ່ທິມ U23 ອິນໂດເນເຊຍ (ພາບ: TTXVN)  

 ຕອນຄ່ຳວັນທີ 22 ພຶດສະພາ, ພາຍຫຼັງທີ່ທິມບານເຕະຊາຍ U23 ຫວຽດນາມ ໄດ້ເອົາຊະນະຕໍ່ທິມບານເຕະຊາຍ U23 ໄທ  1-0, ຮັກສາຕຳແໜ່ງຄອງແຊັມປະເພດກິລາບານເຕະຊາຍໃນງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ 31 (ຊີເກມ 31) ຢ່າງສຳເລັດຜົນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງເດີ່ນກິລາສະແດງຄວາມປະຕິຊົມຊື່ນ ແລະ ມອບຫຼຽນທອງໃຫ້ແກ່ທິມ U23  ອິນໂດເນເຊຍ, ມອບຫຼຽນເງິນໃຫ້ແກ່ທິມ U23 ໄທ ແລະ ມອບຫຼຽນຄຳໃຫ້ແກ່ທິມ U23 ຫວຽດນາມ ພ້ອມດ້ວຍທ່ານ Park Hang – Seo ຫົວໜ້າຄູຝຶກ.

  ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ມອບຫຼຽນເງິນໃຫ້ແກ່ຫົວໜ້າຄະນະທິມ U23 ໄທ (ພາບ: TTXVN)  

 ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງບັນດາຄູຝຶກ ແລະ ນັກກິລາ ໃນຄະນະນັກກິລາ ຫວຽດນາມ ທີ່ໄດ້ສ້າງສະຖິຕິໃໝ່ກ່ຽວກັບຈຳນວນຫຼຽນຄຳ ເຊິ່ງຄະນະນັກກິລາໜຶ່ງບັນລຸໄດ້ໃນຊີເກມ 31.

(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top