ທ່ານ Lula da Silva, ປະທານາທິບໍດີ ບຣາຊິນ ໄດ້ຕຳໜິຕິຕຽນເລື່ອງບັນດາປະເທດມະຫາອຳນາດເພີ່ມລາຍຈ່າຍໃຫ້ແກ່ການທະຫານ (ຂຶ້ນເຖິງ 2.400 ຕື້ USD ໃນປີນີ) ແຕ່ພັດຊັກຊ້າໃນການປະຕິບັດພັນທະດິນຟ້າອາກາດ.
ພິທີໄຂກອງປະຊຸມ COP 30 (ພາບ: kinhtemoitruong.vn)
ກອງປະຊຸມສຸດຍອດຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - COP 30 ຢູ່ Belem, ບຣາຊິນ ໃນວັນທີ 10 ພະຈິກ ກ້າວເຂົ້າສູ່ໄລຍະເຈລະຈາທີ່ເຄັ່ງຂຶມ ເພື່ອແນໃສ່ບັນລຸໄດ້ບັນດາຄາດໝາຍໃຫຍ່ກ່ຽວກັບການຫຼຸດຜ່ອນ ອາຍພິດເຮືອນແກ້ວ, ການຫັນປ່ຽນພະລັງງານ ແລະ ການເງິນເພື່ອດິນຟ້າອາກາດ.
ໂດຍຖືກຈັດຂຶ້ນພາຍຫຼັງກອງປະຊຸມສຸດຍອດ Belem (06 – 07 ພະຈິກ), ກອງປະຊຸມສຸດຍອດ COP 30 ໄດ້ເຕົ້າໂຮມຜູ້ແທນປະມານ 50.000 ທ່ານທີ່ມາຈາກ 194 ປະເທດ ແລະ ບັນດາອົງການເຂົ້າຮ່ວມການເຈລະຈາທີ່ແກ່ຍາວແຕ່ວັນທີ 10 – 21 ພະຈິກ, ເຖິງຢ່າງໃດກໍ່ ຕາມທຳມະດາໃນຊຸມປີມໍ່ໆມານີ້ ບັນດາກອງປະຊຸມ COP ຍາມໃດກໍ່ແກ່ຍາວກວ່າຄາດຄະເນ.
ແຜນການທົ່ວໂລກໃໝ່ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ
ກ່ອນທີ່ດຳເນີນກອງປະຊຸມ COP 30, ບັນຫາຕົ້ນຕໍທີ່ໄດ້ວາງອອກໃຫ້ບັນດາຝ່າຍເຂົ້າຮ່ວມກອງປະຊຸມຍັງແມ່ນບັນດາສິ່ງທ້າທາຍທີ່ມີຢູ່ແລ້ວຄື: ເພີ່ມຄວາມໄວໃນການຫຼຸດຜ່ອນອາຍພິດເຮືອນແກ້ວ; ເພີ່ມແຫຼ່ງການເງິນເພື່ອດິນຟ້າອາກາດໃຫ້ແກ່ບັນດາປະເທດພວມພັດທະນາ ແລະ ສ້າງແຜນການລະອຽດໃຫ້ແກ່ການລົບລ້າງເຊື້ອເພີງຟອກຊິວ. ຄຳຖາມທີ່ໄດ້ວາງອອກແມ່ນຫົວຂໍ້ໃດຈະແມ່ນຈຸດສຸມ ແລະ ແມ່ນບຸລິມະສິດຄັດເລືອກເພື່ອເຈລະຈາ. ທີ່ກອງປະຊຸມ COP ຫວ່າງມໍ່ໆມານີ້ຢູ່ Dubai (COP28) ແລະ Baku (COP29), ການເງິນເພື່ອດິນຟ້າອາກາດ ແລະ ການລົບລ້າງເຊື້ອເພີງຟອກຊິວໄດ້ຍາດເວລາສ່ວນຫຼາຍທີ່ບັນດາການເຈລະຈາ, ແຕ່ຢູ່ COP30, ສິ່ງທ້າທາຍກ່ຽວກັບການຫຼຸດຜ່ອນ ອາຍພິດເຮືອນແກ້ວພວມແມ່ນບຸລິມະສິດໃນການເຈລະຈາ.
ໃນວາລະໄຂກອງປະຊຸມຄົບຄະນະ, ທ່ານ Simon Stiell, ເລຂາຜູ້ບໍລິຫານຂອບສົນທິສັນຍາສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCC) ໄດ້ກ່າວເຕືອນວ່າ ບັນດາຄຳໝັ້ນສັນຍາໃນປະຈຸບັນບໍ່ທັນໄວຢ່າງພຽງພໍ ເພື່ອຫຼຸດຜ່ອນອາຍພິດທົ່ວໂລກ. ລະອຽດແມ່ນ, 113 ປະເທດໄດ້ຍື່ນສະເໜີແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ສະບັບໃໝ່, ກວມເອົາ 69% ປະລິມານອາຍພິດທົ່ວໂລກ, ແຕ່ລະດັບຫຼຸດຜ່ອນຄາດວ່າບັນລຸ 12% ໃນປີ 2035 ຍັງບໍ່ທັນພຽງພໍເພື່ອຮັກສາລະດັບເພີ່ມອຸ່ນຫະພູມຂອງໜ່ວຍໂລກໃຫ້ຕຳກວ່າ 1,5 ອົງສາ C (ເມື່ອທຽບໃສ່ໄລຍະກ່ອນດຳເນີນອຸດສາຫະກຳ) ຄືເປົ້າໝາຍທີ່ໄດ້ວາງອອກໃນຂໍ້ຕົກລົງ ປາຣີ 2015. ສຳພັນທະມິດບັນດາປະເທດເກາະນ້ອຍ (AOSIS) ຮຽກຮ້ອງໃຫ້ບັນດາປະເທດຕ້ອງຫຼຸດຜ່ອນອາຍພິດເຮືອນແກ້ວໃຫ້ຫຼາຍກວ່າອີກ. ທ່ານ Johan Rockstrom, ຫົວໜ້າສະຖາບັນຄົ້ນຄວ້າ Postdam ກ່ຽວກັບຜົນກະທົບຂອງດິນຟ້າອາກາດ (ເຢຍລະມັນ) ຖືວ່າ:
“ນັບແຕ່ປີ 2015, ເມື່ອລົງນາມໃນຂໍ້ຕົກລົງ ປາຣີ, ນັກວິທະຍາສາດ ແລະ ວົງການນັກການເມືອງລ້ວນແຕ່ເຂົ້າໃຈແຈ້ງແລ້ວວ່າ, ພວກເຮົາຕ້ອງຕ່າວປີ້ນແນວໂນ້ມເພີ່ມຂຶ້ນຂອງ ອາຍພິດເຮືອນແກ້ວທົ່ວໂລກ ຊ້າທີ່ສຸດແມ່ນໃນປີ 2020 ແລະ ຮອດປີ 2030 ແມ່ນຫຼຸດຜ່ອນອາຍພິດໃຫ້ໄດ້ເຄິ່ງໜຶ່ງ. ນັ້ນແມ່ນແຜນຕົກລົງ ແລະ ຈະແຈ້ງເພື່ອບັນລຸໄດ້ເປົ້າໝາຍທົ່ວໂລກຫຼຸດຜ່ອນອາຍພິດລົງເປັນ 0 ໃນປີ 2050. ແຕ່ 5 ປີຂອງທົດສະວັດນີ້ໄດ້ຜ່ານໄປແລ້ວ, ແຕ່ອາຍພິດຍັງສືບຕໍ່ເພີ່ມຂຶ້ນຢູ່”.
ຄຳໝັ້ນສັນຍາຈາກບັນດາປະເທດພັດທະນາ
ມີສັນຍານຕັ້ງໜ້າໃຫ້ແກ່ 2 ອາທິດທີ່ດຳເນີນການເຈລະຈາ COP 30 ນັ້ນແມ່ນເລື່ອງ ໂຄງການດຳເນີນງານໄດ້ຮັບການຮັບຮອງເອົາສະດວກດີພໍສົມຄວນ ກ່ອນທີ່ດຳເນີນພິທີໄຂກອງປະຊຸມຄົບຄະນະ, ສິ່ງທີ່ບັນລຸໄດ້ຍາກໃນບັນດາກອງປະຊຸມກ່ຽວກັບດິນຟ້າອາກາດໄລຍະຜ່ານມາ. ຕາມທ່ານ André Corrêa, ປະທານ COP 30, ອະດີດເອກອັກຄະລັດຖະທູດ ບຣາຊິນ ປະຈຳ ອິນເດຍ ແລະ ຍີປຸ່ນ ແລ້ວ, ໂຄງການດຳເນີນງານບັນລຸໄດ້ຄວາມເຫັນດີເຫັນພ້ອມໂດຍໄວນັ້ນ ແມ່ນສິ່ງທົດສອບດ້ານການເມືອງທີ່ສຳຄັນ, ກຳນົດລະດັບການຮ່ວມມືໃນບັນດາຫົວເລື່ອງຫຼັກ ແລະ ບັນດາຝ່າຍສາມາດເລີ່ມເຮັດວຽກຢ່າງແຮງ ແລະ ສຸມໃສ່ນັບແຕ່ຊຸມມື້ທຳອິດ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ກ່າວເຕືອນວ່າ ບັນດາສັນຍາຊີ້ໃຫ້ເຫັນວ່າບາງປະເທດພັດທະນາເບິ່ງຄືວ່າບໍ່ເອົາໃຈໃສ່ຫຼາຍເຖິງຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາ ກາດ, ເຊິ່ງສະແດງອອກຢ່າງຈະແຈ້ງທີ່ສຸດນັ້ນແມ່ນເລື່ອງຄະນະຜູ້ແທນຂັ້ນສູງ ອາເມລິກາ ແລະ ບາງປະເທດພັດທະນາອື່ນບໍ່ເຂົ້າຮ່ວມ COP 30. ແບ່ງປັນຄວາມວິຕົກກັງວົນດັ່ງກ່າວ, ທ່ານ Lula da Silva, ປະທານາທິບໍດີ ບຣາຊິນ ໄດ້ຕຳໜິຕິຕຽນເລື່ອງບັນດາປະເທດມະຫາອຳນາດເພີ່ມລາຍຈ່າຍໃຫ້ແກ່ການທະຫານ (ຂຶ້ນເຖິງ 2.400 ຕື້ USD ໃນປີນີ) ແຕ່ພັດຊັກຊ້າໃນການປະຕິບັດພັນທະດິນຟ້າອາກາດ. ເຖິງຢ່າງໃດກໍ່ຕາມ, ບັນດາເຈົ້າໜ້າທີ່ປະເທດເຈົ້າພາບ ບຣາຊິນ ໄດ້ຢືນຢັນວ່າ ລັດທິຫຼາຍຝ່າຍແມ່ນເສັ້ນທາງໜຶ່ງດຽວເພື່ອຮັບມືກັບວິກິດການດິນຟ້າອາກາດ. ທ່ານ André Corrêa do Lago, ປະທານ COP 30, ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າຄິດວ່າ ເລື່ອງ ອາເມລິກາ ບໍ່ເຂົ້າຮ່ວມກອງປະຊຸມ, ກໍ່ຄື ວິທີ ຮັບມືກັບວິກິດການດິນຟ້າອາກາດແບບບໍ່ຈຳໃຈ ແລະສັບສົນຂອງບາງປະເທດພັດທະນານັ້ນ ໄດ້ຊ່ວຍໃຫ້ໂລກເຫັນໄດ້ສິ່ງທີ່ບັນດາປະເທດພວມພັດທະນາປະຕິບັດ”.
ຕາມວົງການນັກສັງເກດການ, ທັດສະນະຂອງບັນດາປະເທດພວມພັດທະນານັບມື້ນັບມີນ້ຳໜັກກວ່າທີ່ບັນດາກອງປະຊຸມ COP ແຕ່ໃນໄລຍະຍາວ, ບັນດາການຮ່ວມມືສາກົນໃນຂອບເຂດທົ່ວໂລກຍັງແມ່ນປັດໃຈຫຼັກ ຍ້ອນບັນດາປະເທດພັດທະນາຍັງຮັກສາບົດບາດສຳຄັນດ້ານການເງິນເພື່ອດິນຟ້າອາກາດ ຫຼື ເຕັກໂນໂລຊີ. ນອກນັ້ນ, ເລື່ອງສ້າງບັນດາກົນໄກຄຸ້ມຄອງໃໝ່, ຄືເລື່ອງ ບຣາຊິນ ສະເໜີສ້າງຕັ້ງສະພາດິນຟ້າອາກາດຂຶ້ນກັບສະຫະປະຊາຊາດ, ມີສິດຕິດຕາມກວດກາ ແລະ ປັບໄໝບັນດາປະເທດບໍ່ເຄົາລົບຄຳໝັ້ນສັນຍາ, ກໍ່ຍາກທີ່ຈະປະຕິບັດໄດ້ຖ້າຂາດການສະໜັບສະໜູນຈາກບັນດາປະເທດພັດທະນາ. ສະນັ້ນ, ການເຈລະຈາເປັນເວລາ 2 ອາທິດຢູ່ Belem ຈະບໍ່ແມ່ນເລື່ອງງ່າຍ, ເຖິງວ່າໂຄງການດຳເນີນງານໃນເບື້ອງຕົ້ນມີຄວາມສະດວກດີ.